ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Borders ເປີດຕະຫລາດອີບຸ໊ກ ອີກຫນຶ່ງລາຍ

ຂ່າວໄອທີ

ຫລັງ​ຈາກ​ທີ່​ Amazon ເປີດ​ຕະ​ຫລາດ​ເຄື່ອງ​ອ່ານ​ອີ​ບຸ໊​ກ​ດ້ວຍ​ຄິນ​ເດີ້ນ (Kindle) ຕາມ​ດ້ວຍ​ບາລ໌​ນະ​ແອນດ໌​ໂນ​ເບີ້ນ (B&N) ທີ່​ສົ່ງ​ອີ​ລີດ​ເດີລ໌​ທີ່​ຊື່​ວ່າ ນຸ໊​ກ (Nook) ລ່າ​ສຸດ ຮ້ານ​ຫນັງສື​ທີ່​ມີ​ທັງ​ອອນ​ໄລນ໌​ແລະ​ອອຟ​ໄລນ໌​ອັນ​ດັບ​ສາມ​ຢ່າງ​ບອລ໌​ເດີລ໌​ (Borders) ປະ​ກາດ​ໃຫ້​ສັ່ງ​ຈອງ​ເຄື່ອງ​ອ່ານ​ອີ​ບຸ໊​ກ​ອີກ​ລຸ້ນ​ທີ່​ຕອບ​ໂຈດ​ທັງ​ດ້ານ​ການ​ໃຊ້​ງານ ແລະ​ລາ​ຄາ​ອີກ​ລາຍ ໂດຍ​ມັນ​ມີ​ຊື່​ວ່າ Kobo

ບອລ໌​ເດີລ໌​ປະ​ກາດ​ເປີດ​ໃຫ້​ສັ່ງ​ຈອງ Kobo ເທິງ​ໜ້າ​ເວັບ​ໄຊຕ໌​ຂອງ​ບໍລິສັດ ໂດຍ​ຈະ​ສົ່ງ​ມອບ​ສິນ​ຄ້າ​ໃນ​ຊ່ວງ​  20 ມິ​ຖຸ​ນາ 2010 Kobo ຈະ ມີ​ລາ​ຄາ​ຢູ່​ທີ່ 149.99 ຫລຽນຯ ຊຶ່ງ​ຖືກ​ກວ່າ Kindle ຂອງ Amazon ແລະ Nook ຂອງ B&N ເຖິງ 110 ຫລຽນຯ ຢ່າງໃດ​ກໍ​ຕາມ ຫາກ​ທຽບ​ປະ​ສິດ​ທິ​ພາບ​ແລະ​ຄວາມ​ຄຸ້ມ​ຄ່າ​ແລ້ວ ໄອ​ແພດ (iPad) ໜ້າ​ຈະ​ເບິ່ງ​ເໝາະ​ກັບ​ການ​ເປັນ​ເຄື່ອງ​ອ່ານ​ອີ​ບຸ໊​ກ​ຫລາຍທີ່ສຸດ

Kobo ຈະ ມາ​ພ້ອມ​ກັບ​ແຜງ​ດ້ານ​ຫລັງ​ທີ​ມີ​ຄວາມ​ອ່ອນ​ນຸ່ມ​ເວລາ​ຖື ແລະ​ສາມາດ​ເຂົ້າ​ເຖິງ​ອີ​ບຸ໊​ກ​ໄດ້​ຫລາຍກວ່າ​ລ້ານ​ໄຕ​ເຕີ້ນ ສາມາດ​ຊິງຄ໌​ຜ່ານ​ຍູ​ເອດ​ບີ ຫລື​ບລູ​ທູດ​ກໍ​ໄດ້ ແຕ່​ມັນ​ຈະ​ບໍ່​ມີ​ບໍລິການ​ສັ່ງ​ຊື້​ອີ​ບຸ໊​ກຜ່ານ​ບໍລິການ​ຂອງ​ທາງ​ຮ້ານ​ແບບ over-the-air (ຜ່ານ 3G) ແບບ Kindle ຫລື Sony Reader Daily Edition ນອກ​ຈາກ​ຈະ​ລາ​ຄາ​ຖືກ​ກວ່າ​ຄູ່​ແຂ່ງ​ທີ່​ເປັນ​ຜູ້​ນຳ​ໃນ​ຕະ​ຫລາດ​ແລ້ວ Kobo ຍັງ ຟຣີໂຫລດ​ອີ​ບຸ໊​ກ​ຄາດ​ສິກ​ໃຫ້​ເຖິງ 100 ໄຕ​ເຕີ້ນ​ອີກ​ດ້ວຍ ໂດຍ​ຫນ່ວຍ​ຄວາມ​ຈຳ 1GB (ເພີ່ມ​ໄດ້ 4GB) ຂອງ​ເຄື່ອງ​ຈະ​ສາມາດ​ເກັບ​ຫນັງສື​ໄດ້​ປະ​ມານ 1,000 ໄຕເຕີ້ນ ສຳລັບ​ນ້ຳ​ໜັກ​ຕົວ​ເຄື່ອງ​ພຽງເເຕ່ 221g ​ເທົ່າ​ນັ້ນ ນອກ​ຈາກ​ນີ້ Kobo ຍັງ ມີ​ແອບຯ​ຟຣີສຳລັບ​ໃຊ້​ອ່ານ ແລະ​ຊື້​ອີ​ບຸ໊​ກເທິງໄອ​ໂຟນ (iPhone), ໄອ​ແພດ, BlackBerry, ປາມພີ (Palm Pre) ແລະ​ ແອ​ນດ​ລອຍດ໌ (Android) ໂດຍ​ທຸກ​ແອບຯ​ສາມາດ​ຊິງຄ໌​ໜ້າ​ອີ​ບຸ໊​ກ ເພື່ອ​ການ​ອ່ານ​ທີ່​ຕໍ່​ເນື່ອງ​ໄດ້

Credit:arip.co.th

ລອງອ່ານກ່ຽວກັບ  ARCHOS G9 - Honeycomb (Android 3.1) ແທັບເລັດ ລາຄາປະຢັດ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.