ເລື່ອງລາວຂອງ TECH, STARTUP, ແລະ DIGITAL

MS ລຸ້ນ Apple ຕົກລົງ​ຈັບ Bing ໃສ່ iPhone

ຂ່າວໄອທີ

ໄມ​ໂຄ​ຊອ​ຟົທ໌ (Microsoft) ແລະ​ແອບ​ເປີ້ນ (Apple) ລາຍ​ງານ​ວ່າ ທັງ​ສອງ​ບໍລິສັດ​ກຳ​ລັງ​ຢູ່ໃນ​ລະຫວ່າງ​ເຈລະຈາ​ທີ່​ມີ​ຄວາມ​ເປັນ​ໄປ​ໄດ້​ຢ່າງ​ສູງ​ວ່າ ລູກ​ຄ້າ​ໄອ​ໂຟນ (iPhone) ຈະ​ໄດ້​ໃຊ້​ບິງ (Bing) ໃນ​ການ​ເສິດ​ຂໍ້​ມູນ​ແທນ​ທີ່​ກູ​ເກີ້ນ (Google) ທີ່​ກາຍ​ເປັນ​ຄູ່​ແຂ່ງ​ຕົວ​ສະ​ກາດ​ຂອງ​ທັງ​ສອງ​ບໍລິສັດ​ນີ້​ໄປ​ແລ້ວ

ແຫລ່ງ​ຂ່າວ​ວົງ​ໃນ​ເປີດ​ເຜີຍ​ວ່າ Microsoft Bing  ເ​ສິດ​ເອັນ​ຈິ້ນ​ທີ່​ຈັດ​ໄດ້​ວ່າ​ເປັນ​ຄູ່​ຊົກ​ທີ່​ເໝາະ​ສົມ​ທີ່ສຸດ​ສຳລັບ Google ໂດຍ​ສະເພາະ​ການ​ເຂົ້າໄປ​ຢູ່ໃນ​ໄອ​ໂຟນ​ຂອງ​ແອບ​ເປີ້ນ ຊຶ່ງ​ຂະນະ​ນີ້​ການ​ເຈລະ​ຈາ​ລະຫວ່າງ​ໄມ​ໂຄ​ຊອ​ຟົທ໌​ກັບ​ແອບ​ເປີ້ນ​ກໍ​ໃກ້​ບັນ​ລຸ​ຂໍ້​ຕົກລົງ​ກັນ​ໄດ້ ແລ້ວ ທັງ​ນີ້​ຕາມ​ລາຍ​ງານ​ຄາດ​ວ່າ Bing ຈະ​ເຂົ້າໄປ​ແທນ​ທີ່ Google ໃນ​ລະບົບ​ປະຕິບັດ​ການ iPhone OS ລຸ້ນ​ຕໍ່ໄປ​ທີ່​ຈະ​ອອກ​ໃນ​ຊ່ວງ​ເດືອນ​ມິ​ຖຸ​ນາ ຢ່າງໃດ​ກໍ​ຕາມ ບາງ​ແຫລ່ງ​ຂ່າວ​ກ່າວ​ວ່າ Bing ຈະ​ເປັນ​ພຽວແຕ່ບໍລິການ​ທີ່​ເພີ່ມ​ເຂົ້າ​ມາ​ໃຫ້ເປັນ​ຕົວ​ເລືອກ​ແທນ​ການ​ໃຊ້ Google ທີ່​ເປັນ​ເ​ສິດ​ຫລັກ​ຂອງ​ເຄື່ອງ ຊຶ່ງ​ຫາກ​ເປັນ​ກໍລະນີ​ທີ່​ສອງ​ນີ້ ໂອ​ກາດ​ທີ່​ຜູ້​ໃຊ້​ຈະ​ປ່ຽນ​ໄປ​ໃຊ້ Bing ຄົງ​ຈະ​ຍາກ

ຫາກ​ທັງ​ສອງ​ບໍລິສັດ​ບັນ​ລຸ​ຂໍ້​ຕົກລົງ ກັນ​ໄດ້ ເຊື່ອ​ວ່າ​ໜ້າ​ຈະ​ມີ​ການ​ປະ​ກາດ​ໃນ​ເລື່ອງ​ດັ່ງ​ກ່າວ​ໃນ​ງານ​ປະ​ຊຸມ​ນັກ​ພັດທະນາ​ຂອງ​ແອບ​ເປີ້ນ​ໃນ ວັນທີ່ 7 ມິ​ຖຸ​ນາ​​ນີ້ ເຫດຜົນ​ທີ່​ແອບ​ເປີ້ນ​ອາດ​ຕັດ​ສິນ​ໃຈ​ຮ່ວມ​ມື​ກັບ​ໄມ​ໂຄ​ຊອຟົທ໌​ໃນ​ການ​ແທນ​ທີ່​ເ​ສິດ​ຫລັກ​ຈາກ Google ເປັນ Bing ກໍ​ເນື່ອງ​ຈາກ​ການ​ທີ່​ແອບ​ເປີ້ນ​ແລະ​ກູ​ເກີ້ນ​ກາຍ​ເປັນ​ຄູ່​ແຂ່ງ​ກັນ​ໃນ​ທຸລະກິດ​ໂມ​ບາຍ​ທັງ ຮາລ໌​ດແວລ໌ ແລະ​ຊອ​ຟົຕ໌​ແວລ໌​ນັ້ນ​ເອງ ຊຶ່ງ​ເປັນ​ສາ​ເຫດ​ທີ່​ເຮັດໃຫ້ Eric Schmidt ຊີ​ອີ​ໂອ​ຂອງ​ກູ​ເກີ້ນ​ຕ້ອງ​ອອກຈາກ​ການ​ເປັນ​ບອລ໌​ດ​ຂອງ​ແອບ​ເປີ້ນ​ເມື່ອ​ປີ​ທີ່​ແລ້ວ​ດ້ວຍ

ກູ​ເກີ້ນ​ເປີດ​ສຶກ​ກັບ​ໄອ​ໂຟນ​ຂອງ ແອບ​ເປີ້ນ​ດ້ວຍ Nexus One ພ້ອມ​ທັງ Android ຊຶ່ງ​ເປັນ​ໂອ​ເອດ​ຂອ​ງສະ​ມາດ​ໂຟນ​ທີ່​ຊົນ​ກັບ iPhone OS ໂດຍ​ກົງ ຢ່າງໃດ​ກໍ​ຕາມ ແອບ​ເປີ້ນ​ກໍ​ໄດ້​ຕອບ​ໂຕ້​ທັນ​ທີ​ດ້ວຍ​ການ​ຟ້ອງ HTC ທີ່​ມີ​ການ​ລະ​ເມີດ​ສິດ​ທິ​ບັດ​ລະ​ຂອງ​ໄອ​ໂຟນ ຊຶ່ງ​ການ​ໂຕ້​ຕອບ​ຂອງ​ແອບ​ເປີ້ນ​ທີ່​ມີ​ຕໍ່​ກູ​ເກີ້ນ​ເລີ່ມ​ຊັດເຈນ​ຫລາຍ​ຂຶ້ນ​ເລື່ອຍ​ໆ ຢ່າງ​ລ່າ​ສຸດ ແອບ​ເປີ້ນ​ໄດ້​ເອົາ Google Voice ອອກຈາກ iTunes App Store ແລ້ວ.

ຂໍ້​ມູນ ຈາກ: mygadgetnews , Arip.co.th

ລອງອ່ານກ່ຽວກັບ  Scareware ແພ່​ລະ​ບາດ​ພີ​ຊີ​ນັບ​ລ້ານ​ເຄື່ອງ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.