ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Apple ດັນເທັກໂນໂລຢີໃຫມ່ເເທ່ນທີ່ Flash

ຂ່າວໄອທີ

ແອບ​ເປີ້ນ (Apple) ປະຕິເສດ​ເທັກ​ໂນ​ໂລ​ຍີ ​ແຟຼັດ (Flash) ແບບ​ຫົວ​ຊົນ​ຝາ ດ້ວຍ​ສາ​ເຫດ​ທີ​ວ່າ ມັນ​ໃຊ້​ຊັບ​ຢາ​ກອນ​ລະບົບ​ຫລາຍ​ເກີນ​ໄປ ແລະ​ເປັນ​ຕົວ​ການ​ທີ​ເຮັດໃຫ້​ລະບົບລົ່ມ ​ດ້ວຍ​ຂໍ້​ຜິດ​ພາດ​ຕ່າງໆ ຊຶ່ງ​ເມື່ອ​ປີ​ທີ​ແລ້ວ​ທາງ​ບໍລິສັດ​ໄດ້​ເຄີຍ​ແນະ​ນຳ Gianduia ເທັກ​ໂນ​ໂລ​ຍີ​ສຳລັບ​ເຟ​ມເ​ວິກມາດຕະຖານ​ໃນ​ການ​ພັດທະນາ​ໄຄ​ເອັນຕ໌​ແອບ​ພິ​ເຄ​ຊັນ​ອິນ​ເຕີເນັດ​ທີ່​ລຸ່ມ​ລວຍ​ມັນ​ຕິ​ມີ​ເດຍ​ໃນ​ງານ World of WebObjects Developer Conferences

ລ່າ​ສຸດ​ມີ​ລາຍ​ງານ​ເພິ່ມເຕິມ​ກຽວ​ກັບ​ເທກ​ໂນ​ໂລ​ຍີ​ດັ່ງ​ກ່າວ ເບິງເເລ້ວ ​ຄ້າຍ​ຄືກັບ​ແຟຼັດ​ຫລາຍ​ພໍສົມຄວນ ໂດຍ​ປະຈຸບັນ​ແອບ​ເປີ້ນ​ໄດ້​ໃຊ້​ເທັກ​ໂນ​ໂລ​ຍີ​ນີ້​ກັບ​ແອບ​ພິ​ເຄ​ຊັນ​ທີ່​ສະໜັບສະໜູນ​ຮ້ານ​ຄ້າ ປີກ​ຂອງ​ທາງ​ບໍລິສັດ​ແລ້ວ ຢ່າງ​ເຊັ່ນ One to One program ລະບົບ​ຈອງ​ໄອ​ໂຟນ ແລະ ລະບົບ ສັ່ງ​ຈອງ​ສິນ​ຄ້າ ທີ່​ຕ້ອງ​ການ​ຊອບ​ປິ້ງ​ເປັນ​ລາຍ​ບຸກ​ຄົນ

ແອບ​ເປີ້ນ​ປະ​ກາດ​ຈຸດ​ຍືນ​ຊັດເຈນ​ວ່າ ຈະ​ບໍ່​ໃຊ້​ແຟ​ລົດ​ກັບ​ອຸປະກອນ​ຂອງ​ທາງ​ບໍລິສັດ ໂດຍ​ສະເໜີ​ທາງ​ເລືອກ​ໃຫ້​ກັບ​ນັກ​ພັດທະນາ ແລະ​ເຈົ້າ​ຂອງ​ຄອນ​ເທັນ​ດ້ວຍ​ການ​ສະໜັບສະໜູນ HTML5, JavaScript ແລະ CSS  ກໍລະນີ​ຄັດຄ້ານ​ການ​ໃຊ້​ແຟຼັດ​ໃນ​ອຸປະກອນຂອງ​ແອບ​ເປີ້ນ “ເຮົາ​ເຊື່ອຫມັ້ນວ່າ ມາດຕະຖານ​ທັງ​ໝົດ​ທີ່​ໃຊ້​ເທິງ​ເວັບ​ຄວນ​ເປັນ​ມາດຕະຖານ​ເປີດ” ຢ່າງໃດ​ກໍ​ດີ ຄົງ​ຕ້ອງ​ຕິດ​ຕາມ​ກັນ​ຕໍ່ໄປ​ວ່າ Gianduia ເທກ​ໂນ​ໂລ​ຍີ​ສຳລັບ​ການ​ພັດທະນາ​ແອບຯ​ອິນ​ເຕີ​ເນັດ​ເທິງ​ໄຄ​ເອິນຈະ​ເປັນ​ທາງ​ເລືອກ​ທີ່ ສາມາດ​ແທນ​ທີ່​ແຟຼັດແລະ​ຈະ​ຖືວ່າ​ເປັນ​ມາດຕະຖານ​ເປີດ ຫລື​ ບໍ່?

ຂໍ້​ມູນ​ຈາກ: Arip.co.th

ລອງອ່ານກ່ຽວກັບ  Rovio ເພີ່ມ Summer Pignic ເຂົ້າໄປໃນ Angry Birds Seasons

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.