ເລື່ອງລາວຂອງ TECH, STARTUP, ແລະ DIGITAL

AV ທີ່ທ່ານໃຊ້ຢູ່ນັ້ນຈັບໄວຣັສໄດ້ດີສ່ຳໃດ

ຂ່າວໄອທີ

Dennis Technology Labs ບໍລິສັດ​ຜູ້​ຊຽວ​ຊານ​ລະບົບ​ຮັກສາ​ຄວາມ​ປອດ​ໄພ​ໄດ້​ຈັດ​ເຮັດ​ລາຍ​ງານ​ຜົນ​ການ​ວິ​ເຄາະ​ຄວາມແມ໋ນ​ຍຳ​ໃນ​ການ​ກວດ​ຈັບ​ໄວ​ຣັສ ແລະ​ມັນ​ແວລ໌​ຕ່າງໆ ຂອງ​ເລົ່່າ​ບັນດາ​ຊອຟົ​ແວລ໌​ແອນ​ຕີ້​ໄວ​ຣັສ​ຊັ້ນ​ນຳ ຊຶ່ງ​ຂໍ້​ສະຫລຸບ​ໃນ​ລາຍ​ງານ​ທີ່​ໜ້າ​ສົນ​ໃຈ​ກໍ​ຄື ແອນ​ຕີ້​ໄວ​ຣັສ​ເວີລ໌​ຊັນ​ແຈກ​ຟຣີບາງ​ຕົວ​ສາມາດ​ເອົາ​ຊະນະ​ຜະລິດຕະພັນ​ທີ່​ວາງ​ຈຳ​ໜ່າຍ​ໃນ​ທ້ອງ ຕະ​ຫລາດ​ອີກ​ຕ່າງ​ຫາກ

ໃນ​ຂະນະ​ດຽວ​ກັນ ຜົນ​ການ​ທົດສອບ​ຍັງ​ເຜີຍ​ໃຫ້​ເຫັນ​ວ່າ ຜະລິດຕະພັນ​ທີ່​ເຮົາ​ຮູ້​ຈັກ​ກັນ​ດີ​ບາງ​ຕົວ​ກັບ​ມີ​ລະບົບ​ປ້ອງ​ກັນ​ໄວ​ລັດ ແລະ​ມັນ​ແວລ໌​ທີ່​ໃຊ້​ໃນ​ການ​ທົດສອບ​ໄດ້​ຄ່ອນ​ຂ້າງ​ຕ່ຳ​ຈົນ​ບໍ່​ໜ້າ​ເຊື່ອ ຊຶ່ງ​ທາງ Dennis Technology Labs ໃຊ້​ໄພ​ຄຸກ​ຄາມ​ທີ່​ພົບ​ໃນ​ອິນເຕີເນັດ​ແທ້ໆ ໃນ​ການ​ທົດສອບ​ປະ​ສິດ​ທິ​ພາບ​ໃນ​ການ​ປ້ອງ​ກັນ​ຂອງ​ຊອຟົ​ແວລ໌​ແອນ​ຕີ້​ໄວ​ຣັສ​ຈາກ​ບໍລິສັດ​ຊັ້ນ​ນຳ ຕ່າງໆ ບໍ່​ວ່າ​ຈະ​ເປັນ Avast!, AVG, Avira, BitDefender, Kaspersky, McAfee, Microsoft, Symantec, Panda ແລະ Trend Micro

ເປັນ​ໄປ​ຕາມ​ຄາດ Norton Internet Security 2010 ຂອງ Symantec ເຂົ້າ​ວິນ​ເປັນ​ອັນ​ດັບ​ໜຶ່ງ​ຕາມ​ຕິ​ດ້ວຍ​ຊອຟົແວລ໌​ຈາກ Trend Micro ແລະ Kaspersky ຢ່າງໃດ​ກໍ​ຕາມ ຜົນ​ການ​ທົດສອບ​ທີ່​ໜ້າ​ແປກ​ໃຈ​ທີ​ສຸດ​ກໍ​ຄື McAfee Internet Security 2009 ແລະ Panda Internet Security 2010 ກັບ​ເປັນ​ສອງ​ອັນ​ດັບ​ທ້າຍ ໂດຍ​ທັງ​ສອງ​ມີ​ປະ​ສິດ​ທິ​ພາບ​ໃນ​ການ​ປ້ອງ​ກັນ​ມັນ​ແວລ໌​ໄດ້​ສຳ​ເລັດ ແລະ​ລົ້ມເຫລວ​ເທົ່າ​ໆ ກັນ

ໃນ ຂະນະ​ທີ່ AVG ເວີລ໌​ຊັນ​ແຈກ​ຟຣີທີ່​ມັກ​ຈະ​ໄດ້ຮັບ​ການ​ແນະ​ນຳ​ໃຫ້​ໃຊ້​ໂດຍ​ນິ​ຕ​ະຍາສານ​ຄອມພິວເຕີ​ເຫລັ້ມ​ຕ່າງໆ ມີ​ຄະ​ແນນ​ຄວາມ​ສາມາດ​ໃນ​ການ​ປ້ອງ​ກັນ​ຕ່ຳ​ກວ່າ​ໂດຍ​ສະເ​ລ່ຍ ແລະ​ບໍ່​ໄດ້​ເກັ່ງ​ກວ່າ​ຊອຟົແວລ໌​ແຈກ​ຟ​ຣີ​ຕົວ​ອື່ນໆພໍ​ເທົ່າ​ໃດ​ໃນ​ການ​ທົດສອບ​ເທື່ອ​ນີ້ ໂດຍ​ສະເພາະ​ເມື່ອ​ທຽບ​ກັບ Avast! Home Edition 4, Avera AntiVir Personal ແລະ Microsoft Security Essentials ທັງ​ນີ້​ອົງກອນ​ກາງ​ຢ່າງ Anti-Malware Testing Standards Organisation ທີ່​ມີ​ສະມາຊິກ​ເປັນ​ບໍລິສັດ​ຜູ້​ຜະລິດ​ຊອ​ຟົ​ແວລ໌​ເເອນ​ຕີ້​ໄວ​ຣັສ ແລະ​ບໍລິສັດ​ທົດສອບ​ຫລວງຫລາຍ​ເປັນ​ສະມາຊິກ ໄດ້​ລີ​ວິວ​ລາຍ​ງານ​ສະບັບ​ນີ້​ແລ້ວ ຊຶ່ງ​ພົບ​ວ່າ ຫລັກ​ການ​ທົດສອບ​ພື້ນ​ຖານ​ຖືກ​ຕ້ອງ ແລະ​ເປັນ​ເທື່ອ​ທຳອິດ​ທີ່​ລາຍ​ງານ​ການ​ທົດສອບ​ຜ່ານ​ການ​ລີ​ວິວ​ໂດຍ​ອົງກອນ​ນີ້​ຢ່າງ​ສົມບູນ

Credit:Arip.co.th

ລອງອ່ານກ່ຽວກັບ  ຈົບກັນ Flock ເວັບບຼາວເຊີ ສຳລັບສັງຄົມອອນໄລນ໌, ແລ້ວ RockMelt ເດ?

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.