ເລື່ອງລາວຂອງ TECH, STARTUP, ແລະ DIGITAL

30% ຂອງ​ຜູ້​ທີ່​ຈະ​ຊື້ netbook ຫັນໄປເລືອກ iPad

ຂ່າວດ່ວນ, ຂ່າວໄອທີ, ແທັບເລັດ

Retrevo.com ເວັບ​ໄຊຕ໌​ຊ໊ອບ​ປິ້ງ​ສິນ​ຄ້າ​ຄອນ​ຊູ​ເມີລ໌​ອີເລັກໂຕຼນິກ ແລະ​ລີ​ວິວ​ຜະລິດຕະພັນ ໄດ້​ເຜີຍ​ລາຍ​ງານ​ຜົນ​ວິ​ໄຈ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ບໍລິ​ໂພກ​ອອນ​ໄລນ໌​ລ່າ​ສຸດ ໂດຍ​ໃຊ້​ທີມ​ວິ​ໄຈ​ອິດສະລະ​ດ້ວຍ​ການ​ສຸ່ມ​ຕົວ​ຢ່າງ​ປະຊາກອນ 1,000 ລາຍ​ທີ​ມີ​ຄວາມ​ແຕກ​ຕ່າງ​ກັນ​ທັງ​ເພດ ອາ​ຍຸ ລາຍ​ໄດ້ ແລະ​ ທີ​ຢູ່ໃນ​ສະ​ຫະລັດຯ ເພື່ອ​ຫາ​ຄຳ​ຕອບ​ທີ່​ໜ້າ​ສົນ​ໃຈ​ກ່ຽວກັບ​ໄອ​ແພດ (iPad) ແລະ​ເນັດ​ບຸ໊​ກ (netbook) ຊຶ່ງ​ຜົນ​ທີ​ໄດ້​ມີ​ດັ່ງ​ນີ້

ຜົນ​ຈາກ​ການ​ສອບ​ຖາມ​ຜູ້​ບໍລິໂພກ​ເຖິງ ຄວາມ​ຕ້ອງ​ການ​ຊື້​ເນັດ​ບຸ໊​ກ​ຫລັງ​ຈາກ​ທີ​ໄອ​ແພດ​ເປີດ​ຕົວ​ປາກົດ​ວ່າ ຜູ້​ບໍລິ​ໂພກ​ສ່ວນ​ໃຫຍ່​ປະ​ມານ 70% ຍັງ​ຄົງ​ມີ​ຄວາມ​ຕ້ອງ​ການ​ທີ່​ຈະ​ຊື້​ເນັດ​ບຸ໊​ກ ໂດຍ​ໃນ​ສ່ວນ​ນີ້​ແບ່ງ​ເປັນ 40% ທີ​ຍອມ​ຮັບ​ວ່າ ມີ​ໃຈ​ໃຫ້​ໄອ​ແພດ​ແຕ່​ກໍ​ຊື້​ເນັດ​ບຸ໊​ກ​ໃນ​ທີ່ສຸດ ແລະ 30% ບໍ່​ລັງ​ເລ​ທີ່​ຈະ​ຊື້​ເນັດ​ບຸ໊​ກ​ແນ່ນອນ ໃນ​ຂະນະ​ທີ່ 30% ປ່ຽນ​ໃຈ​ຈາກ​ເນັດ​ບຸ໊​ກຫັນ​ໄປ​ຊື້​ໄອ​ແພດ​ແທນ

ບາດນີ້ລອງມາ​ເບິ່ງ​ວ່າ ຜູ້​ບໍລິ​ໂພກ​ມີ​ແຜນ​ການ​ທີ່​ຈະ​ຊື້​ໄອ​ແພດຫລື​ເນັດ​ບຸ໊​ກເປັນ​ສັດ​ສ່ວນ​ເທົ່າໃດ​ກັນ​ດີກວ່າ ຊຶ່ງ​ຜົນ​ຈາກ​ການ​ສອບ​ຖາມ​ໄດ້​ຂໍ້​ສະຫລຸບ​ວ່າ ປະ​ມານ 78% ມີ​ໃຈ​ໄປ​ທີ່​ໄອ​ແພດ ສ່ວນ 22% ຍັງ​ຄົງ​ສົນ​ໃຈ​ທີ່​ຈະ​ຊື້​ເນັດ​ບຸ໊​ກ​ຫລາຍກວ່າ

Credit: Arip.co.th

ລອງອ່ານກ່ຽວກັບ  3-in-1 camera connection kit ສຳຫລັບ iPad

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.