ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ກູເກີ້ນເຮັດຄລິບເເນະນໍາ Chrome Extensions

ຂ່າວໄອທີ

ຫລັງ​ຈາກ​ທີບ​ລາວ​ເຊີລ໌ Chrome ແຊງ​ໜ້າ Safari ຂຶ້ນ​ມາ​ຢູ່ໃນ​ອັນ​ດັບ 3 ຮອງ​ຈາກ Firefox ແລະ IE ໄດ້​ເປັນ​ຜົນ​ສຳ​ເລັດ ທາງ Google ຍິ່ງ​ເລັ່ງ​ເຄື່ອ​ງຂອງບລາວ​ເຊີລ໌​ຕົວ​ນີ້​ໃຫ້​ແຮງ​ຂຶ້ນ​ໄປ​ອີກ​ທັງ​ປະ​ສິດ​ທິ​ພາບ ແລະ​ຍອດ​ຜູ້​ໃຊ້ ລ່າ​ສຸດ​ທາງ​ບໍລິສັດ​ໄດ້​ຈັດ​ເຮັດ​ຄິບ​ໂຄສະນາ​ຂຶ້ນ​ມາ 2 ຕົວ​ນໍາກັນ ເພື່ອ​ອະທິບາຍ​ຜູ້​ໃຊ້​ເຂົ້າໃຈ​ຄຸນສົມບັດ​ທີ່​ຖື​ວ່າ​ເປັນ​ໄຮ​ໄລທ໌​ຂອງ​ໂຄມ​ດ້ວຍ​ນັ້ນ​ກໍ​ຄື Extensions ຫລື​ສ່ວນ​ໂປ​ແກມ​ເພີ່ມ​ຂະຫຍາຍ​ຄວາມ​ສາມາດ​ຂອງບ​ລາວ​ເຊີລ໌

ຢ່າງໃດ​ກໍ​ຕາມ ການ​ທີ່​ຈະ​ເຮັດໃຫ້​ຜູ້​ໃ​ຊ້ໄດ້​ຮູ້​ຈັກ ແລະ​ໃຊ້​ຄຸນສົມບັດ​ດັ່ງ​ກ່າວ ລໍາ​ພັງ​ເເຕ່ການ​ບອກ​ເລົ່າ​ວິທີ​ການ​ຜ່ານ​ໜ້າ​ເວັບ​ດ້ວຍ​ຕົວ​ຫນັງສື ຫລື​ພາບ​ນິ່ງ ໂດຍ​ປາດສະຈາກ​ຄວາມ​ເຂົ້າໃຈ​ພື້ນ​ຖານ ເຫັນ​ທີ​ຈະ​ບໍ່​ເ​ວີກ ວ່າ​ແລ້ວ​ກູ​ເກີ້ນ​ກໍ​ເລີຍ​ເຮັດ​ໂຄສະນາ​ຂຶ້ນ​ມາ 2 ອັນ​ນໍາກັນ ອັນທຳອິດ​ຈະ​ເປັນ​ການ​ອະທິບາຍ​ໃຫ້​ເຫັນ​ພາບ​ວ່າ Extensions ຫລື​ສ່ວນ​ເພີ່ມ​ຂະຫຍາຍ​ການ-ເຮັດ-ວຽກງານ​ຂອງບ​ລາວ​ເຊີລ໌​ຄື​ຫຍັງ? ເມື່ອ​ຕິດ​ຕັ້ງ​ເຂົ້າໄປ​ແລ້ວ ບລາວ​ເຊີລ໌ Chrome ຈະ​ເຮັດຫຍັງ​ໄດ້​ຫລາຍ​ຂຶ້ນ​ຈາກ​ເດີມ​ນຳ ໂດຍ​ຍົກ​ຕົວ​ຢ່າງ ການ​ປ່ຽນ​ວິທີ​ວິວ​ໄຟລ໌​ພາບ​ຕ່າງໆ ເປັນ​ສະ​ໄລ໌​ໂຊວ໌ ໂຟ​ກັດ​ໃຫ້​ສະຫວ່າງ​ສະເພາະ​ບໍລິເວນ​ຮູບພາບທີ່​ຕ້ອງ​ການ ຫລື​ຊິງຄ໌BOOKMARKເທິງ​ເຄື່ອງ​ທີ່ຕ່າງ​ກັນ ເປັນ​ຕົ້ນ

ສ່ວນ​ຄິບ​ທີ່ 2 ຈະ​ເປັນ​ຕົວ​ຢ່າງ​ການ​ໃຊ້ Translate Extension ຊຶ່ງ​ເປັນ​ສ່ວນ​ເພີ່ມ​ຂະຫຍາຍ​ຄຸນສົມບັດ​ການເຮັດວຽກ​ທີ​ເຮັດໃຫ້​ບລາວ​ເຊີລ໌ Chrome ສາມາດ​ແປ​ໜ້າ​ເວັບ​ໄຊຕ໌​ໄດ້​ຢ່າງ​ງ່າຍ​ດາຍ ທັງ​ນີ້​ຮູບ​ແບບ​ການ​ນຳ​ສະເໜີ​ທັງ​ສອງ​ຄິບ​ຈະ​ເປັນ​ຫຍັງ​ທີ່​ລຽບ​ງ່າຍ ແຕ່​ສ້າງ​ຄວາມ​ເຂົ້າໃຈ​ໃຫ້​ກັບ​ຜູ້​ໃຊ້​ທົ່ວ​ໄປ​ໄດ້​ເປັນ​ຢ່າງ​ດີ ລອງ​ຮັບຊົມຄິບ​ທີ່​ນຳ​ມາ​ໃຫ້ເບິງກັນກ່ອນເລີຍ.

Credit:Arip.co.th

ລອງອ່ານກ່ຽວກັບ  RIM ໂຕ້ ຈອບສ໌ ແລະ ບອກ BlackBerry ບໍ່ຕ້ອງໃສ່ຊອງ ກໍໂທໄດ້ດີ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.