ເລື່ອງລາວຂອງ TECH, STARTUP, ແລະ DIGITAL

“Go” ພາສາ​ໂປ​ແກມ​ໃໝ່​ຈາກ​ກູ​ເກີ້ນ

ຂ່າວໄອທີ

ລາຍ​ງານ​ຂ່າວ​ລ່າ​ສຸດ ທີມ​ນັກ​ພັດທະນາ​ຂອງ​ GOOGLE  ຫາກໍ່​ປະ​ກາດ​ໂຄງ​ການ​ຊື່​ວ່າ ” Go” ພາສາ​ໂປ​ແກມ​ໃໝ່​ທີ່​ທາງ​ບໍລິສັດ​ຈັດ​ເຮັດ​ຂຶ້ນ​ໃນ​ຮູບ​ແບບ​ຂອງ​open source ພ້ອມ​ທັງ​ເປີດ​ເວັບ​ໄຊຕ໌​ສະໜັບ-ສະໜູນ​ພາສາ​ໂປ​ແກມ​ດັ່ງ​ກ່າວ​ໂດຍ​ສະເພາະ​ອີກ ​ດ້ວຍ


ດ້ວຍ​ພາສາ​ໂປ​ແກມ​ທີ່​ມີ​ຢູ່ໃນ​ປະຈຸບັນ​ໄດ້​ຖືກ​ແກ້​ໄຂ​ດ້ວຍ Go ແລ້ວ ໂດຍ​ມັນ​ຈະ​ເຮັດໃຫ້​ນັກ​ພັດທະນາ​ສາມາດ​ຄອມ​ໄພ໌ (ການ​ແປງ​ຊຸດ​ຄຳ​ສັ່ງ​ໂປ​ແກມ​ທີ່​ຂຽນ​ຂຶ້ນ​ມາ​ໃຫ້​ກາຍ​ເປັນ​ໄຟລ໌(File)​ທີ່​ ສັ່ງ​ໃຫ້​ເຮັດວຽກ​ໄດ້) ໂປ​ແກມ​ທີ່​ມີ​ຄວາມ​ຊັບ​ຊ້ອນ​ໄດ້​ພາຍ​ໃນ​ເວລາອັນສັ້ນ ຊຶ່ງ​ນອກ​ຈາກ​ຄຸນສົມບັດ​ດັ່ງ​ກ່າວ​ແລ້ວ ກົນ​ໄກ​ການເຮັດທຳງານ​ຂອງ Go ຍັງ​ສາມາດ​ໃຊ້​ປະ​ສິດ​ທິ​ພາບ​ຂອງ​ໂພ​ເຊດ​ເຊີລ໌ມັນ​ຕິ​ຄອລ໌​( processor multicore)​ໃນ​ການເຮັດວຽກ​ແບ​ບຂະໜານ​ກັນ​ໄປ​ໄດ້ ອີກ​ດ້ວຍ ນອກນັ້ນຍັງມີ​ລະບົບ​ຈັດການ​ຫນ່ວຍ​ຄວາມ​ຈຳ​ທີ່​ແກ້​ບັນຫາ ” garbage collection” (ຂໍ້​ມູນ​ທີ່​ຍັງ​ຄົງ​ເກັບ​ໄວ້​ໃນ​ຫນ່ວຍ​ຄວາມ​ຈຳ​ຫລັກ ທັງ​ໆ ທີ່​ບໍ່​ໄດ້​ມີ​ການ​ຮຽກ​ໃຊ້​ແລ້ວ) ຜົນ​ລັບກະ​ຄື Go ຈະ​ເປັນ​ພາສາ​ໂປ​ແກມ​ທີ່​ເຮັດວຽກ​ໄດ້​ໄວ ປອດ​ໄພ ແລະ​ສະ​ໜຸກ ຊຶ່ງ​ອາດ​ສະຫລຸບ​ໄດ້​ວ່າ Go ເປັນ​ຄືກັບການ​ປະສົມ​ຜະ​ສານ​ຈຸດ​ເດັ່ນ​ຂອງ C++ ແລະ Python ເຂົ້າ​ນຳກັນ​ນັ້ນ​ເອງ


Go ເລີ່ມ​ຕົ້ນ​ຈາກ​ໜຶ່ງ​ໃນ​ໂຄງ​ການ​ທົດລອງ​ທີ​ເກີດ​ຂຶ້ນ​ພາຍໃຕ້​ກອບ​ນະໂຍບາຍ​ຂໍ ​GOOGLE ​ທີ່​ເປີດ ໂອ​ກາດ​ໃຫ້​ພະ​ນັກ​ງານ​ຂອງ​ບໍລິສັດ​ສາມາດ​ໃຊ້ 20% ຂອງ​ເວລາ​ເຮັດວຽກ​ໄປ​ພັດທະນາ​ໂຄງ​ການ​ຕ່າງໆ ຫາກ​ໄດ້ຮັບ​ຄວາມ​ຊືນຊອບ​ຈາກ​ບໍລິສັດ​ວ່າ​ມີ​ຄວາມ​ໜ້າ​ສົນ​ໃຈ ຊຶ່ງ​ລ່າ​ສຸດ Go ບໍ່​ໄດ້​ເປັນ​ແຕ່​ໂຄງ​ການ​ທົດລອງ​ເທົ່າ​ນັ້ນ ແຕ່​ກຳ​ລັງ​ໄດ້ຮັບ​ການ​ຜັກ​ດັນ​ຢ່າງ​ເຕັມ​ທີ່​ຈາກ​ທາງ​ GOOGLE ​ແລ້ວອີກດ້ວຍ​. ຢ່າງໃດ​ກໍ​ຕາມ ເນື່ອງ​ຈາກ​ຍັງ​ ເປັນ ​ພາສາ​ໂປ​ແກມ​ທີ່​ຍັງ​ໃໝ່​ຫລາຍ GOOGLE ​ຈຶ່ງ​ຍັງ​ບໍ່​ນຳ​ມັນ​ໄປ​ໃຊ້​ໃນ ການ​ພັດທະນາ​ຜະລິດຕະພັນ ຫລື​ ບໍລິການ​ຫລັກ​ຂອງ​ທາງ​ບໍລິສັດ ແຕ່​ມັນ​ມີ​ຄວາມ​ແຂງ​ແຮງ​ພໍ​ທີ່​ຈະ​ນຳ​ໄປ​ໃຊ້​ພັດທະນາ​ Software ເຮັດວຽກ​ເທິງ​ Server ຫລື ​ໃນ​ ບາວເຊີ(Browser) ​ແລ້ວ

ຈາກ: arip

ລອງອ່ານກ່ຽວກັບ  Android Market ຂະຫຍາຍບໍລິການໄປເປັນ 131ປະເທດ ລວມທັງປະເທດລາວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.