ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ເຕືອນຫນູ່ມໆທີ່ວາງແລບທອັບໄວ້ເທິງຫນ້າຕັກ

ລາຍງານພິເສດ

ເອົາ​ລະ​ສຳລັບໜຸ່ມໆ ທີ່​​ມັກ​ເທກ​ໂນ​ໂລ​ຍີ​ໄອ​ທີ​ຕ່າງໆ ຟັງ​ທາງ​ນີ້​ເລີຍ​ມື້​ນີ້​ມີ​ຂ່າວ​ຄາວ​ເຕືອນ​ໄພ​ກ່ຽວກັບ​ໜຸ່ມໆ ທີ່​ນິຍົມ​​​ໃຊ້ Notebook ຫລື​ laptop ມາ​ຝາກ​ກັນ

…ນັກ​ວິ​ໄຈ ນິວ​ຍອລ໌​ຄະ​ເກີລ໌ ອອກ​ມາ​ລາຍ​ງານ​ເຖິງ​ຜົນ​ກະທົບ​ທີ່​ອາດຈະ​ເກີດ​ກັບ​ໜຸ່ມໆ ໄອ​ທີແລະ​ນັກທຸລະກິດ​ທັງ​ຫລາຍ​ວ່າ ການເຮັດວຽກງານ​ໂດຍ​ວາງ Laptop ໄວ້​ບໍລິເວນ​ໜ້າ​ຂາ​ນັ້ນ ອາດ​ສົ່ງ​ຜົນ​ຮ້າຍ​ໃຫ້​ໜຸ່ມໆ ທັງ​ຫລາຍ​ເປັນ​ໝັນ​ໄດ້ ໂດຍ​ຈາກ​ການສຶກສາ​ອ້າງ​ເຖິງ​ທິດສະດີ​ຄວາມ​ຮ້ອນ​ທີ່​ອາດ​ມີ​ຜົນ​ຕໍ່​ການສ້າງ​ ຕົວ​ຂອງ​ອະ​ສຸ​ຈິ ໂດຍ​ໃນ​ລາຍ​ງານ​ໄດ້​ເລົ່າ​ວ່າ Laptop ຫລາຍ ໆ ລຸ້ນ​ໃນ​ຕະ​ຫລາດ​ມີ​ອຸນຫະພູມ​ພາຍ​ໃນ​ຂະນະ​ເຮັດວຽກ​ກວ່າ 70 ອົງ​ຊາ​ເຊນ​ຊຽດ ຊຶ່ງ​ການ​ວາງ Laptop ໄວ້​ບໍລິເວນ​ຂາ​ແລະ​ໜ້າ​ຕັກ​ນັ້ນ​ອາດ​ສົ່ງ​ຜົນ​ໃຫ້​ຄວາມ​ຮ້ອນ​ແພ່​ກະ​ຈາຍ​ ສູ່​ສ່ວນ​ສຳຄັນ​ຂອງ​ທ່ານ​ຊາຍ​ໄດ້​ງ່າຍ​ຂຶ້ນ (ໜ້າ​ຢ້ານ​ແທ້ໆເລີຍ)
ນອກ​ຈາກ​ນີ້ ອິລິຍາບົດ​ຂອງ​ໜຸ່ມໆ ທີ່​ວາງ Laptop ໄວ້​ບໍລິເວນ​ໜ້າ​ຂາຍັງມີ​ສ່ວນ​ເສີມ​ໃຫ້​ການສ້າງ​ຕົວ​ອະ​ສຸ​ຈິ​ຕາມ​ທຳມະຊາດ​ ເກີດ​ຂຶ້ນ​ໄດ້​ນ້ອຍ​ລົງ​ດ້ວຍ
ເນື່ອງ​ຈາກ​ຈະ​ຕ້ອງ​ນັ່ງ​ຊິດ​ຂາ​ເພື່ອ​ໃຫ້​ເກີດ​ພື້ນ​ທີ່​ສຳລັບ​ວາງ Laptop ໄດ້ຈາກ​ການສຶກສາ​ພົບ​ວ່າ ເມື່ອ​ເຮົາ​ນັ່ງ​ຫຸບ​ຕົ້ນ​ຂາ​ໃຫ້​ຊິດ​ກັນ​ເປັນ​ເວລາ​ດົນ​ ໆ (ປະ​ມານ 1 ຊົ່ວ​ໂມງ) ໃນ​ກຸ່ມ​ຕົວ​ຢ່າງ ຊາຍ​ແຂງ​ແຮງ​ຈຳນວນ 29 ຄົນພົບ​ວ່າ​ອຸນຫະພູມ​ສູງ​ຂຶ້ນ 2 – 3 ອົງ​ສາ​ເຊວ​ຊຽດ ຊຶ່ງ​ເບິ່ງ​ເຜີນໆອາດຈະ​ເປັນ​ຕົວ​ເລກ​ທີ່​ບໍ່​ສູງ​ແຕ່​ໃນ​ຄວາມ​ເປັນ​ຈິງ​ການ​ ທີ່​ຮ່າງກາຍ​ມະນຸດ
ຊຶ່ງ​ອຸນຫະພູມ​ພາຍ​ໃນ​ປົກກະຕິ​ຢູ່​ທີ່ 37 ອົງ​ສາ​ເຊວຊຽດການ​ເພີ່ມ​ຂຶ້ນ​ອີກ 2 – 3 ອົງ​ສາ​ເຊວ​ຊຽດ​ກໍ​ເທົ່າ​ກັບ 39 ຫລື 40 ຊຶ່ງ​ເປັນ​ອຸນຫະພູມ​ຂອງ​ຄົນທີ່​ເປັນ​ໄຂ້​ຕົວ​ຮ້ອນ​ຈົນ​ເກືອບ​ລະເມີເເລ້ວນັ້ນ​ເອງ

ລອງອ່ານກ່ຽວກັບ  ລາຍລະອຽດກ່ຽວກັບ ບໍລິການ iCloud ບໍລິການໃຫມ່ຂອງ Apple

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.