ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ລະລຶກ 110 ປີ Dennis Gabor ຜູ້ຄົ້ນພົບ holography

ຂ່າວໄອທີ, ລາຍງານພິເສດ

ຫລາຍຄົນທີ່ເຂົ້າເວັບກູເກີ້ນມື້ນີ້ຄົງຈະເຫັນໂລໂກ້ຂຽວໆອ້ອມຮອບດ້ວຍກອບສີ່ຫລ່ຽມ ນັ້ນກໍ່ເພາະວ່າມື້ນີ້ເປັນມື້ຄ້າຍມື້ເກີດຂອງ Dennis Gabor ໃນຮອບ 110 ປີ. Dennis Gabor ເກີດ​ທີ່ ບູ​ດາ​ເປດຕ໌ (Budapest) ເມື່ອ 5 ມິ​ຖຸ​ນາຍ​ນ ປີ 1900 ແລະ​ເສັຍຊີວິດ​ເມື່ອ​ວັນທີ່ 9 ກຸມພາ ປີ 1979 ທີ່ລອນ​ດອນ. Dennis Gabor ເປັນ​ນັກ​ຟິ​ສິກໂດຍ​ເປັນ​ຜູ້​ຄົ້ນ​ພົບ​ຫລັກ​ການ​ຂອງ ຮໍ​ໂລ​ກຼາຟີ (holography ພາບ 3 ມິ​ຕິ)

Dennis Gabor From Wikipedia

Dennis Gabor (original Hungarian name: Gábor Dénes) CBE, FRS, (5 June 1900, Budapest – 9 February 1979, London) was a British-Hungarian[1] electrical engineer and inventor, most notable for inventing holography, for which he later received the 1971 Nobel Prize in Physics.

Dennis Gabor ເປັນ​ນັກ​ຟິ​ສິກໂດຍ​ເປັນ​ຜູ້​ຄົ້ນ​ພົບ​ຫລັກ​ການ​ຂອງ ຮໍ​ໂລ​ກຼາຟີ (holography ພາບ 3 ມິ​ຕິ) ໂດຍ​ບັງ​ເອີນ ໃນ​ລະຫວ່າງ​ທີ່​ພວກເຂົາ​ກຳ​ລັງ​ຄິດ​ພັດທະນາ​ປັບປຸງ​ຄຸນນະພາບ ຂອງ​ກ້ອງ​ຈຸນລະທັດ​ອິ​ເລັກຕຼອນ ຢູ່ ການ​ຄົ້ນ​ພົບ​ເທື່ອ​ນີ້​ເຮັດໃຫ້​ລາວໄດ້ຮັບ​ລາງ​ວັນ​ໂນ​ເບວ ສາ​ຂາ​ຟິ​ສິກ ໃນ​ປີ 1971

ຮໍ​ໂລ​ກຼາ​ຟີ (holography) ໝາຍ​ເຖິງ ກະ​ບວນ​ການສ້າງ​ພາບ​ຮໍ​ໂລ​ແກມ ຊຶ່ງ​ເປັນ​ພາບ 3 ມິ​ຕິ ແຕກ​ຕ່າງ​ຈາກ​ການສ້າງ​ພາບ​ເຊີງ 3 ມິ​ຕິ ໂດຍ​ຮໍ​ໂລ​ແກມ​ນັ້ນ​ເປັນ​ພາບ​ທີ່​ບັນ​ທຶ​ກົງ​ເທິງ​ຟິລ໌​ມ ຫລື ແຜ່ນ​ເຄືອບ​ດ້ວຍ​ສານ​ສຳລັບ​ບັນ​ທຶກ​ແສງ ຊຶ່ງ​ຜ່ານ​ເທກ​ນິກ​ການ​ບັນ​ທຶກ​ດ້ວຍ​ການ​ໃຊ້ ແສງ​ທີ່​ມີ​ໜ້າ​ຄື້ນ​ສອດ​ຄ້ອງ​ກັນ (coherence) ເຊັ່ນ ແສງ​ເລ​ເຊີລ໌ ແລະ​ເມື່ອ​ຖືກ​ສ່ອງ​ສະຫວ່າງ​ຢ່າງ​ເໝາະ​ສົມ ຈະ​ສະແດງ​ໃຫ້​ເຫັນ​ພາບ​ທີ່​ມີ​ລັກສະນະ 3 ມິ​ຕິ

ລອງອ່ານກ່ຽວກັບ  Google ເຜີຍ Android 3.0 Honeycomb ຢ່າງເປັນທາງການແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.