ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຄົນຍັງຈະມີຄວາມໝັ້ນໃຈ ໃນການໃຊ້ບໍລິການແທັກຊີບໍ່ ?

ຂ່າວໄອທີ

ກ່ອນອື່ນ ຫຼາຍຄັ້ງແລ້ວກັບເຫດການບໍ່ດີໃນວົງການລົດແທັກຊີ ແລະ ທຸກເທື່ອຂ້ອຍກໍ່ໄດ້ນໍາອ່ານເຫັນຄອມເມັ້ນຫຼາຍຄົນ ຈະມີຄອມເມັ້ນຈໍານວນນຶ່ງເວົ້າເປັນສຽງດຽວກັນ “ຄົນບໍ່ດີມີທຸກວົງການ ຢ່າເໝົາລວມ” ອັນນີ້ຟັງເບິ່ງແລ້ວກໍ່ເຫັນດີ ແຕ່ກະຍັງມີແນວຕອບໂຕ້ຕໍ່ຄວາມຄິດແບບນີ້ ວ່າບໍ່ເຫັນດີ 100%

ແມ່ນແລ້ວທຸກວົງການ ທຸກສັງຄົມ ທຸກປະເທດ ມີຄົນດີ ແລະ ຄົນບໍ່ດີປົນກັນໄປ ເປັນທໍາມະຊາດຂອງມະນຸດ. ແຕ່ໃນເລື່ອງຂອງວົງການແທັກຊີ ໂດຍສະເພາະຜ່ານແອັບ ມື້ນີ້ ຂ້ອຍຢາກເວົ້າໃນນາມເປັນນຶ່ງຂອງຜູ້ບໍລິຫານແພັດຟອມເອີ້ນລົດແທັກຊີໃນລາວ ແລະ ໄດ້ເຮັດມາແຕ່ປີ 2018 ຈົນປີນີ້ເຂົ້າ 7 ປີປາຍແລ້ວ. 

ເຮົາບໍ່ຮູ້ດອກໃຜດີ ຫລື ບໍ່ດີ ຕອນທີ່ຄົນຂັບມາສະໝັກ ທຸກຢ່າງທີ່ກວດໄດ້ກໍ່ແມ່ນການສັງເກດ, ການສອບເສັງ, ເອກະສານຈາກທາງການຈັດຕັ້ງບ້ານ, ໃຈແຈ້ງໂທດ ເຊິ່ງເປັນສິ່ງທີ່ໂລກ້າເຮົາເນັ້ນໜັກສຸດໆ ກໍ່ເພື່ອເກັບກໍາປະຫວັດຜູ້ກ່ຽວ ເພື່ອນໍາໄປກວດສອບຈາກຫຼາຍແຫຼ່ງ. ຄົນຂັບຕ້ອງມາຍື່ນເອກະສານກັບໂຕເອງ ມາເສັງດ້ວຍຕົນເອງ ມີການເສັງກົດລະບຽບ ແລະ ເສັງຂັບລົດຕົວຈິງ

ເທົ່ານັ້ນບໍ? ນອກນັ້ນ ເຮົາກໍ່ມີທີມງານຕິດຕາມພຶດຕິກໍາຄົນຂັບ ຕິດຕາມການໃຫ້ຄະແນນຈາກລູກຄ້າ ພຶດຕິກໍາການຂັບຂີ່ ການຕອບຮັບລູກຄ້າ ແລະ ການເຄື່ອນໄຫວອື່ນໆທີ່ລະບົບເຮົາເກັບກໍາ. ຂໍ້ນີ້ຄົນທີ່ຂັບໂລກ້າ ທີ່ຍັງຂັບຢູ່ ຫລື ຖືກໄລ່ອອກໄປແລ້ວ ຈະຮູ້ດີວ່າໂລກ້າເຮົາ ເຂັ້ມຫຼາຍເລື່ອງການບໍລິການ ຈົນບາງກຸ່ມກໍ່ເອົາໄປເວົ້າຂັວນ (ແມ່ນເຮົາສືບ ແລະ ໄດ້ຍິນ) ວ່າໂລກ້າ ຈູ້ຈີ້ຈຸກຈິກນໍາຄົນຂັບຫຼາຍ. ແມ່ນແລ້ວ ບໍລິການເຮົາ ເຮົາຈີ້ຈົນກວ່າບໍລິການຈະລາບລື່ນ ແລະ ໄດ້ຮັບການແກ້ໄຂ. 

ຈໍານວນຄົນຂັບທີ່ຖືກປິດບັນຊີໄປທັງໝົດໃນໄລຍະທີ່ຜ່ານມາ

ເທົ່ານັ້ນບໍ? ແຕ່ລະໄລຍະ ເຮົາຈະມີການເອົາເງິນໃຫ້ຄົນໄປນັ່ງລົດເປັນລູກຄ້າ (ແມ່ນລະ ເປັນລູກຄ້າແທ້ໆນີ້ລະ) ບໍ່ໄດ້ເປັນພະນັກງານເຮົາ ແຕ່ການນັ່ງນີ້ ແມ່ນເພື່ອສັງເກດການປະພຶດ ການບໍລິການຂອງຄົນຂັບໂລກ້າ ເຮົາທຸກໄລຍະ ສະນັ້ນຄົນຂັບຈະຖືກປະເມີນຢູ່ຕະຫຼອດໃນແຕ່ລະໄລຍະ.

ເທົ່ານັ້ນບໍ? ນອກນັ້ນ ລູກຄ້າທຸກຄົນທີ່ໃຊ້ບໍລິການຍັງສາມາດກົດໃຫ້ຄະແນນ (ໃຫ້ດາວ) ແລະ ພິມຂໍ້ຄວາມຄິດເຫັນໃນແຕ່ລະຖ້ຽວມາໄດ້ ແລະ ແນ່ນອນບໍ່ຕ້ອງຢ້ານ ເພາະຄົນຂັບຈະບໍ່ສາມາດເຫັນ ຂໍ້ຄວາມ ແລະຄະແນນ ທີ່ລູກຄ້າໃຫ້ຄະແນນມາ. ແຕ່ເຮົາມີທີມແອັດມິນທີ່ນັ່ງຕິດຕາມອ່ານ ແລະ ເບິ່ງຄະແນນພວກນີ້ຢູ່ຕະຫຼອດເວລາຢູ່ແລ້ວ ແລະ ເຮົາກໍ່ມີວິທີຈັດການ ເພື່ອບໍ່ໃຫ້ຄົນຂັບໄດ້ຮູ້ວ່າຂໍ້ມູນນີ້ມາຈາກຖ້ຽວໃດ ຖ້າບໍ່ຈໍາເປັນ.

ຢາກບອກຫຍັງ? ຢາກບອກວ່າ ມັນບໍ່ໄດ້ກ່ຽວວ່າ ມີຄົນດີ ກັບຄົນບໍ່ດີປົນກັນ ບໍ່ຕ້ອງເໝົາລວມ ບໍ່ຕ້ອງໂທດລະບົບ. ມັນຄືຫນ້າຄວາມຮັບຜິດຊອບທີ່ຂອງແພັດຟອມທີ່ຕ້ອງມີລະບົບການບໍລິຫານຈັດການຄວາມສ່ຽງ, ການປ້ອງກັນຄວາມສ່ຽງ, ການຮັບມືກັບຄວາມສ່ຽງທີ່ຈະເກີດຂຶ້ນ, ກົນໄກການຮັບມືຕໍ່ຄວາມສ່ຽງທີ່ເກີດຂຶ້ນ, ກົນໄກການປະຕິບັດຕໍ່ຄົນຂັບທີ່ມີຄວາມສ່ຽງ, ກົນໄກການປະຕິບັດຕໍ່ຄົນຂັບທີ່ເຮັດບໍ່ດີ. ໂລກ້າ ເຮົາເອົາໃຈໃສ່ ແລະ ພັດທະນາກົນໄກນີ້ມາຕະຫຼອດ 7ປີກວ່າທີ່ຜ່ານມາ ແລະ ເຮົາໃຊ້ກົນໄກ bigdata ຂໍ້ມູນຂະໜາດໃຫຍ່ ເພື່ອມາປະເມີນ. 

ມີລະບົບທີ່ເວົ້າມາແລ້ວມັນປ້ອງກັນໄດ້ບໍ? ແນ່ນອນເລື່ອງແບບນີ້ມັນບໍ່ສາມາດປ້ອງກັນໄດ້ 100% ແຕ່ມັນຫຼຸດຄວາມສ່ຽງໄດ້ມະຫາສານ, ແລະ ເຮົາສາມາດຕາມໂຕຄົນຂັບທີ່ເຮັດຜິດໄດ້ທັນທີ ແລະ ວ່ອງໄວ. ເຮັດໃຫ້ການທີ່ຈະຄິດເຮັດບໍ່ດີນັ້ນໜ້ອຍລົງ ເພາະຮູ້ຢູ່ແລ້ວວ່າຖ້າເຮັດ ຖືກຕາມໄດ້ບໍ່ລອດແນ່ນອນ. ການວາງກົນໄກດັ່ງກ່າວ ເຮັດໃຫ້ເຮົາໄດ້ກັ່ນກອງຄົນບໍ່ດີອອກໄປໄດ້ຈໍານວນຫຼາຍ ທັ້ງກ່ອນສະໝັກ ຫຼື ຫຼັງຈາກໄດ້ເປັນສະມາຊິກຂອງໂລກ້າແລ້ວກໍ່ກອງອອກໄປໄດ້ເຊັ່ນກັນ. 

ມາຍ້ອງບໍລິສັດໂຕເອງຫວາ? ການອອກມາເວົ້ານີ້ແມ່ນໃຫ້ເຫັນພາບກົນໄກຂອງໂລກ້າທີ່ປະຕິບັດມາ ໃຜຈະກ໊ອບປີ້ໄປໃຊ້ກໍ່ໄດ້ ແຫ່ງດີວົງການແທັກຊີຈະໄດ້ຍົກສູງປອດໄພຂຶ້ນ ແລະ ຜູ້ໃຊ້ຈຶ່ງບໍ່ຕ້ອງມານັ່ງກັງວົນເລື່ອງແບບນີ້ອີກ.

ແຕ່ມັນເຮັດໃຫ້ມີຄ່າໃຊ້ຈ່າຍເພີ່ມ ເຮັດໃຫ້ມັນແພງເດະ? ແນ່ນອນ ທຸກຢ່າງມີຕົ້ນທຶນ ໂລກ້າກໍານົດລາຄາໂລກ້າ ກໍ່ຕ້ອງອີງໃສ່ຕົ້ນທຶນຂອງຄົນຂັບ, ຕົ້ນທຶນຂອງບໍລິສັດໃນການພັດທະນາລະບົບ, ຕົ້ນທຶນບໍລິຫານທັງໝົດ ກ່ອນທີ່ຈະອອກມາເປັນຄ່າບໍລິການທີ່ນໍາໃຊ້ໃນຕົວຈິງ. ແນ່ນອນ ໂລກ້າອາດຈະບໍ່ໄດ້ລາຄາຖືກທີ່ສຸດ ແຕ່ຄວາມແຕກຕ່າງມັນບໍ່ໄດ້ຫຼາຍເລີຍ ຖ້າທຽບໃສ່ຄວາມສ່ຽງທີ່ເຮົາຈະພົບ ກັບເງິນສ່ວນຕ່າງໂຕນັ້ນ. ເຫດຜົນທີ່ເປັນຫຍັງນັກທ່ອງທ່ຽວຕ່າງປະເທດ ຈຶ່ງໝັ້ນໃຈບໍລິການໂລກ້າ ແລະ ເລືອກໂລກ້າກວ່າ 400,000ກວ່າຄົນໃນໄລຍະທີ່ຜ່ານມາ.

ສະຫຼຸບດຸ? ຢາກຂໍສະຫຼຸບເປັນຮູບແບບການປຽບທຽບສະເນາະ ໃນສັງຄົມປະເທດໃດນຶ່ງ ມີຄົນດີແລະບໍ່ດີປົນກັນ ເປັນຫຍັງບາງປະເທດຈຶ່ງຍັງສະຫງົບໄດ້? ກໍ່ຍ້ອນບ້ານເມືອງມີກົດໝາຍ (ກົດລະບຽບ), ມີການພັດທະນາກົດໝາຍເລື້ອຍໆ (ການບໍລິຫານ ແລະ ຈັດການຄວາມສ່ຽງ) ແລະ ການບັງຂັບໃຊ້ກົດໝາຍ (ການໃສ່ກົດລະບຽບຕໍ່ຜູ້ເຮັດຜິດ). ຖ້າປະເທດໃດເຮັດ 3ຢ່າງນີ້ໄດ້ດີ ເຫດການບໍ່ດີ ຫລື ຄົນທີ່ຈະເຮັດບໍ່ດີຈະມີຫນ້ອຍ. ລອງເບິ່ງປີ້ນກັນ ຖ້າບໍ່ມີ 3ຢ່າງນີ້ເລີຍ ປະເທດນັ້ນຈະເປັນແນວໃດ ເຈົ້າຈະຢາກຢູ່ໃນສັງຄົມແບບນັ້ນບໍ?  ສະນັ້ນ ວົງການແທັກຊີກໍ່ເຊັ່ນດຽວກັນ ຖ້າບໍ່ມີສາມຢ່າງນີ້ ກໍ່ແນ່ນອນເຮົາຈະເຫັນແບບນີ້ເລື້ອຍໆ.

ລອງອ່ານກ່ຽວກັບ  ຂ່າວລື Hp-slate windows7 ຈະວາງຕະຫລາດ ຕຸລານີ້

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.