ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ບໍລິການ

ຟຣີເວັບໂຮດຕິ້ງສັບຫລັບຄົນລາວ

ບໍລິການຟຼີພື້ນທີ່ສໍາລັບເຮັດເວັບໄຊຕ໌ເພຶ່ອຄົນລາວທຸກຄົນ ໂຮດຕິ້ງປະສິດທິພາບສູງໃຊ້ງານໄດ້ດີ ໃຫ້ພື້ນທີ່ຫລາຍເຖິງ 300 MB ມີລະບົບຖານຂໍ້ມູນ MySQL, Php MyAdmin, FTP, Web File Manager ມາພ້ອມກັບລະບົບຕິດຕັ້ງໂປຼແກຼມ ອັດຕະໂນມັດ ເຊັ່ນ Word Press, SMF, PHPbb, Joomla ແລະອື່ນໆ ອີກຫລາຍຢ່າງ LaoFreeHost ເໝາະສຳລັບຜູ້ທີ່ລິເລີ່ມຫລືທົດລອງສ້າງເວັບໄຊຕ໌ ຫລືເຮັດໂປຼເຈັກ, ເວັບບອດ, ບຼ໊ອກສ່ວນຕົວ, ຮ້ານຄ້າອອນໄລນ໌ ແລະອື່ນໆອີກ ສາມາດໃຊ້ບໍລິການບໍ່ຕ່າງຫຍັງເລີຍກັບໂຮດທີ່ເສຍເງິນ. ແລະທີ່ສໍາຄັນທ່ານຍັງສາມາດໃຊ້ກັບບໍລິການໂດເມນຟຼີເຊັ່ນ: co.cc, cz.cc, cx.cc, .tk ຫລຶຈະເປັນໂດເມນທີ່ເສຍເງຶນກໍ່ໄດ້ເຊັ່ນ: .com, .net, .org, .tv, ແລະອື່ນໆອີກ

300 MB disk space Vista Panel Web mail
10 GB Monthly transfer PHP Flags manager POP email accounts
5 MySQL databases Automatic installer (29 scripts) Password protected folders
5 Add-on domains FTP account Php MyAdmin
5 Sub domains File manager (browser upload) Clustered servers

ສະຫມັກໃຊ້ງານເວັບໂຮດຕິ້ງ

ເຮົາບໍ່ອະນຸຍາດໃຫ້ໃຫ້ເຮັດເວັບໄຊຕ໌ລັກສະນະລຸ່ມນີ້ໃນໂຮດຂອງເຮົາ

  1. ເວັບໄຊຕ໌ທີ່ກ່ຽວກັບສື່ລາມົກອານາຈານ, ເວັບໂປ້, ຫລຶ ຂາຍບໍລິການທາງເພດ ລວມທັງເວັບໄຊຕ໌ທີ່ເຊື່ອມຕໍ່ໄປຫາເວັບທີ່ກ່ຽວກັບສື່ລາມົກ. ຫລື ເວັບທີ່ຜິດຕໍ່ຮີດຄອງປະເພນີລາວ
  2. ເວັບໄຊຕ໌ທີ່ໃຫ້ການ Download ບໍ່ວ່າຈະເປັນ MP3, Software, Video ຫລື streaming ບໍ່ວ່າຖືກກົດໝາຍ ຫລື ຜິດກົດໝາຍກໍ່ຕາມ. (ຖ້າຕ້ອງການເຮັດດາວນ໌ໂຫລດກະລຸນາໃຊ້ບໍລິການ ໄຟລ໌ໂຮດຕິ້ງແລ້ວມາແປະລິ້ງໃສ່ເວັບເອົາ)
  3. ເວັບໄຊຕ໌ກ່ຽວກັບການ Hacker, Crack, Virus, Trojans, Worm, ແລະອື່ນໆທີ່ເປັນໂປຼແກຼມຜິດກົດໝາຍ ແລະກໍ່ກວນຄົນອື່ນ.
  4. ເວັບໄຊຕ໌ຝາກຮູບ, ຝາກໄຟລ໌, ແລະ ອື່ນໆທີ່ຈະເຮັດໃຫ້ຊັບພະຍາກອນເຄື່ອງຂອງເຮົາເປືອງເກີນໄປ.
  5. ເວັບໄຊຕ໌ລະເມີດລະເມີດລິຂະສິດ ຫຼື ຊັບສິນທາງປັນຍາຂອງຜູ້ອື່ນ ທັງໃນແລະຕ່າງປະເທດ.
  6. ເວັບໄຊຕ໌ທີ່ກໍ່ການສໍ້ໂກງ, ຫລອກລວງ, ສິ່ງເສບຕິດທີ່ຜິດກົດຫມາຍ.
  7. ເວັບໄຊຕ໌ທີ່ນຳຄວາມເສື່ອມເສຍໃຫ້ແກ່ຜູ້ອື່ນລວມທັງພວກເຮົາທີ່ເປັນຄົນໃຫ້ບໍລິການ
  8. ເວັບໄຊຕ໌ທີ່ນຳບໍລິການຂອງພວກເຮົາໄປເຮັດ Free Hosting, Free Web Space ຫຼື ການຄິດຄ່າບໍລິການກັບບຸກຄົນອື່ນ.
  9. ທຸກໄຟລ໌ຂອງເວັບໄຊຕ໌ທີ່ໃຊ້ບໍລິການ ຫາກເກິດມີການຕິດໄວຣັສ໌ ຈະຖືກລຶບຖິ້ມໂດຍອາດຈະບໍ່ໄດ້ແຈ້ງລ່ວງຫນ້າ
  10. ຫາກເກີດການໃຊ້ງານ ຫລື ເນື້ອທີ່ເກີນໂຄຕ້າທີ່ກຳນົດໄວ້ໃນແຕ່ລະເດຶອນ ພວກເຮົາຈະຖືສິດລະງັບຊົວຄາວຈົນກວ່າຈະຫມົດເດືອນແລ້ວເລິ່ມຕົ້ນນັບໃຫມ່

ຫາກມີການກະທຳຜິດກົດ ພວກເຮົາຈະຖືສິດລະງັບເວັບໄຊຕ໌ດັ່ງກ່າວຊົວຄາວ ຫລຶ ອາດຈະເປັນຖາວອນ. ທີ່ສຳຄັນໃຫ້ທຳການແບັກອັບຂໍ້ມູນຂອງທ່ານສະຫມຳສະເຫມີ ເພາະທາງເຮົາຈະບໍ່ມີບໍລິການຍ້າຍໂຮດ ແລະ ແບັກອັບຂໍ້ມູນຂອງທ່ານ. ຫາກກໍລະນີເວັບລົ່ມ ຫລື ເຊີເວີລົ່ມຫາກໄຟລ໌ຂໍ້ມູນຂອງທ່ານເສຍຫາຍ ເຮົາຈະບໍ່ຮັບຜິດຊອບໃດໆທັ້ງສິ້ນ. ຄິກເພຶ່ອສະຫມັກ>>


ຕຳແຫນ່ງ ແລະ ລາຄາຂອງການລົງໂຄສະນາ

ລາຍການຕຳແຫນ່ງລົງໂຄສະນາ ແລະ ລາຄາສຳລັບຕຳແຫນ່ງຕ່າງໆ ເຊິ່ງລາຍລະອຽດມີດັ່ງລຸ່ມນີ້:

  • ຕຳແຫນ່ງທີ່ 1 ແລະ 2 ຢູ່ບໍລິເວນທາງແທບດ້ານຊ້າຍຂອງເວັບ ຂະຫນາດ 125 x 125. ຈຸດເດັ່ນຂອງຕຳແຫນ່ງນີ້ຄື ທຸກຄົນຈະສາມາດເຫັນໂຄສະນາດັ່ງກ່າວຢູ່ທຸກໆຫນ້າ ຂອງເວັບ, ສ່ວນລາຄານັ້ນເລີ່ມຕົ້ນທີ່ $10 (ໂດລ່າ) ຕໍ່ເດືອນ ຫາກເຊົ່າລາຍປີ ຈະໄດ້ສ່ວນລຸດ 15%

  • ຕຳແຫນ່ງທີ່ 3 ຕຳແຫນ່ງນີ້ ຈະຢູເທິງຫົວເວັບຮຽງກັບ ໂລໂກ້ເວັບ, ຂະຫນາດແມ່ນ 468 x 60. ຈຸດເດັ່ນຂອງຕຳແຫນ່ງນີ້ກໍ່ຄື ສາມາດເຫັນໂຄສະນາທີ່ຕິດລົງໄປໄດ້ໃນທຸກໆຫນ້າຂອງເວັບໄຊຕ໌ ສ່ວນລາຄາຂອງຕຳແຫນ່ງນີ້ແມ່ນ ຢູ່ທີ່ $25 (ໂດລ່າ) ຫາກເຊົ່າລາຍປີມີສ່ວນລຸດ 15%

  • ຕຳແຫນ່ງທີ 4 ຕຳແຫນ່ງນີ້ຈະຢູ່ໃນທຸກໆ ທ້າຍບົດຄວາມ ຫລື ຂ່າວສານຂອງເວັບ, ຂະຫນາດແມ່ນ 460 x 56 ຫລືອາດຈະເປັນ 480 x 80 ກໍ່ໄດ້, ຈຸດເດັ່ນຂອງຕຳແຫນ່ງນີ້ແມ່ນທຸກໆຄົນທີ່ເຂົ້າມາອ່ານຂ່າວ ຫລື ຕິດຕາມບົດຄວາມຕ່າງໆ ກໍ່ຈະເຫັນ ແຕ່ຈະບໍ່ເຫັນໃນຫນ້າທຳອິດຂອງເວັບ. ສ່ວນລາຄາຂອງຕຳແຫນ່ງນີ້ແມ່ນ ຢູ່ທີ່ $20 (ໂດລ່າ) ຫາກເຊົ່າລາຍປີມີສ່ວນລຸດ 15%

  • ຕຳແຫນ່ງທີ່ 5 ຕຳແຫນ່ງນີ້ຈະຢູ່ທ້າຍ ກ່ອງສະແດງຄວາມຄິດເຫັນຂອງເວັບ ຈະຢູ່ທ້າຍສຸດຂອງເວັບ ຂະຫນາດແມ່ນ 600 x 220 , ຈຸດເດັ່ນຂອງຕຳແຫນ່ງນີ້ ຄື ເມຶ່ອທຸກຄົນເຂົ້າມາຕິດຕາມຂ່າວ ຫລືຈະສະແດງຄວາມເຫັນກໍ່ຈະສາມາດເຫັນໂຄສະນາດັ່ງກ່າວໄດ້ດີ ຈະຕິດຢູ່ທຸກໆບົດຄວາມຂອງເວັບ. ສ່ວນລາຄາຂອງຕຳແຫນ່ງນີ້ຢູ່ທີ່ $25 (ໂດລ່າ) ຫາກເຊົ່າລາຍປີມີສ່ວນລຸດ 15%

ຫາກສົນໃຈລົງໂຄສະນາ ຫລື ຂໍ້ສະເຫນີອື່ນໆ ສາມາດຕິດຕໍ່ໄດ້ທີ່ [email protected] ຫລື [email protected] ໄດ້ຕະຫລອດເວລາ