ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ເພງ​ອອນ​ໄລນ໌ ” Rdio” ຜົນ​ງານ​ໃໝ່​ຂອງ​ຜູ້​ສ້າງ Kazaa ແລະ Skype

ຂ່າວໄອທີ

ຄູ່​ຫູ​ທີ່​ມີ​ຊື່​ສຽງ​ຫລາຍ​ອີກ​ຄູ່​ໜຶ່ງ​ໃນ​ໂລກ​ໄອ​ທີ​ຄື Janus Friis ກັບ Niklas Zennstrom  ເຫດ​ເພາະ​ພວກ​ພວກເຂົາ​ສາມາດ​ສ້າງ​ບໍລິການ​ອອນ​ໄລນ໌​ທີ່​ມີ​ຊື່​ສຽງ​ໄດ້​ເຖິງ 2 ເທື່ອ​ຄື Kazaa ແລະ Skype (ເຖິງວ່າ​ຄວາມ​ພະຍາຍາມ​ເທື່ອ​ທີ່​ສາມ​ກັບ Joost ຈະ​ພັງ​ບໍ່​ເປັນ​ທ່າ)

ລ່າ​ສຸດ​ພວກ​ພວກເຂົາ​ກັບ​ມາ​ກັບ​ບໍລິການ​ໃໝ່ Rdio (ອ່ານ​ວ່າ ອາລ໌​ດິ​ໂອ) ຊຶ່ງ​ເປັນ​ບໍລິການ​ເພງ​ອອນ​ໄລນ໌​ຕາມ​ສະໄໝ​ນິຍົມ ແຕ່​ຈຸດ​ຂາຍ​ຂອງ​ມັນ​ຄື​ການ​ເກັບ​ເພງ​ໄວ້​ເທິງ cloud ແລະ​ຟັງ​ຈາກ​ທີ່​ໃດ​ກໍ​ໄດ້ ບໍ່​ວ່າ​ຈະ​ເປັນ​ຜ່ານ​ບຼາວ​ເຊີລ໌​ຫລື​ອຸປະກອນ​ພົກ​ພາ (ຕອນ​ນີ້​ຮອງ​ຮັບ iPhone/BlackBerry ແລະ​ຈະ​ມີ Android ຕາມ​ມາ)

ຮູບ​ແບບ​ທຸລະກິດ​ຄິດ​ເປັນ​ລາຍ​ເດືອນ ເດືອນ​ລະ 4.99 ຫລຽນຯ ແບບ​ບໍ່​ຈຳ​ກັດ​ຈຳນວນ​ເພງ ແລະ 9.99 ຫລຽນຯ  ​ຖ້າ​ຕ້ອງ​ການ​ຟັງ​ຜ່ານ​ອຸປະກອນ​ພົກ​ພາ​ເພິ່ມເຕິມ ຈຸດ​ເດັ່ນ​ທີ່​ໜ້າ​ສົນ​ໃຈ​ອີກ​ອັນ​ຄື​ການ​ແຊລ໌​ເພງ​ໃຫ້​ເພື່ອນ​ຟັງ ຕອນ​ນີ້​ຍັງ​ເປັນ closed beta ລໍ​ເບິ່ງ​ບໍລິການ​ຕົວ​ເຕັມ​ໃນ​ອີກ​ບໍ່ດົນ​ນີ້

ທີ່​ມາ – VentureBeat, Blognone

ລອງອ່ານກ່ຽວກັບ  Skype ບໍ່ສົນໃຈພັດທະນາ ໃນ Windows phone 7

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.