ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ມີຫຍັງໃຫມ່

ປະກາດ

ເນື່ອງຈາກ ຂ້າພະເຈົ້າກຳລັງວາງແຜນທີ່ຈະປັບປຸງເວັບ(ໂຄງສ້າງ ແລະເນຶ້ອຫາ) ເລີຍຢາກໃຫ້ທ່ານທີ່ໄດ້ເຂົ້າມາຢ້ຽມຊົມເວັບແຫ່ງນີ້, ໄດ້ປະກອບຄວາມເຫັນ ເຂົ້າໃນການປ່ຽນແປງເທຶ່ອນີ້ວ່າ: ທ່ານຢາກເຫັນຫຍັງໃຫມ່ໃນເວັບໄຊຕ໌ SOULIYO.COM ແຫ່ງນີ້, ຢາກສະເຫນີເພີ່ມຫມວດໃນການຕິດຕາມຂ່າວສານ ຫລື ຊ່ອງທາງອື່ນໆເພີ່ມຂື້ນອີກ, ແລະ ອື່ນໆ ກໍ່ສະເຫນີເຂົ້າມາໄດ້ຕະຫລອດເວລາ. ແລະ ຂ້າພະເຈົ້າເອງກໍ່ຈະນຳມາພັດທະນາ, ໃຫ້ມັນເປັນໄປຕາມ ຄວາມຕ້ອງການຂອງທ່ານຜູ້ອ່ານ ຫລື ຫລາຍຂຶ້ນ, ເທົ່າທີ່ເຮັດໄດ້.

ທາງລຸ່ມນີ້ແມ່ນ ສິ່ງທີ່ຂ້າພະເຈົ້າໄດ້ກຽມທີ່ຈະເປີດ ຫລື ນຳເຂົ້າມາເປັນສ່ວນຫນຶ່ງຂອງເວັບໄຊຕ໌ແຫ່ງນີ້:

  • ເວັບບອດນ້ອຍ ຫລື ລະບົບ ຖາມ-ຕອບ (ສຳລັບຜູ້ທີ່ຢາກສອບຖາມປັນຫາຕ່າງໆ)
  • ເປີດກວ້າງໃຫ້ User ສາມາດສົ່ງບົດຄວາມ, ຂ່າວ, ແລະ ອື່ນໆ ເພຶ່ອເປັນສ່ວນຮ່ວມໃນເວັບໄຊຕ໌
  • ປ່ຽນແປງຮູບຮ່າງຫນ້າຕາເວັບໃຫມ່ (ຄາດວ່າ ຈະສຳເລັດຫລັງປີນີ້).

Comments
  1. ໃຫ້ມີເວບບຣອດສອບຖາມນັ້ນລະດີເພື່ອຈະໄດ້ເປັນທີ່ດຶງດູດສຳລັບຜູ້ເຂົ້າຊົມເວບທ່ານ ຢາກໃຫ້ທ່ານເນັ້ນເລື່ອງຂ່າວໄອທີໄປຄຽງຄູ່ກັບບົດຄວາມຫຼາຍໆໝວດທີ່ກ່ຽວກັບໄອທີເຊັ່ນ: ການສ້າງແລະພັດທະນາເວບໄຊດ້ວຍພາສາ php, Networking ຫຼື ການພັດທະນາໂປຣແກຣມດ້ວຍພາສາຕ່າງໆເຫຼົ່ານີ້ເປັນຕົ້ນ ຂ້າພະເຈົ້າກໍຈະເປັນຜູ້ໜຶ່ງທີ່ຕິດຕາມແລະສຶກສາກ່ຽວກັບໄອທີແບບນີ້ ເພາະຂ້າພະເຈົ້າມີຈຸດມຸ້ງໝາຍຢາມພັດທະນາເວບໄລທ໌ໃຫ້ເປັນເພື່ອປະຍຸກໃຊ້ກັບຕົວຈິງ ຖ້າຫາກວ່າທ່ານມີບົດຄວາມຫຼື Ebook ດີໆກະເອົາມາລົງໃຫ້ພວກເຮົາດາວໂຫຼດເພື່ອຈະໄດ້ສຶກສາຕໍ່ໄປກໍຈະເປັນການດີແລະຫວັງວ່າທ່ານຄົງປະສົບຜົນສຳເລັດທີ່ຈຸດມຸ້ງໝາຍທີ່ທ່ານຕັ້ງໄວ້ຂໍຂອບໃຈ.

  2. eBook ແຈກບໍ່ໄດ້ເດີ່ເພາະມັນລະເມີດລິຂະສິດຂອງຜູ້ຂຽນ. ແຕ່ຂ້າພະເຈົ້າເຄີຍຂຽນບົດຄວາມແນະນຳກ່ຽວກັບການເຮັດເວັບງ່າຍໆດ້ວຍ CMS ຂອງ WordPress. ລອງສຶກສາເບິງເດີ່ http://www.souliyo.com/2010/11/free-e-book-for-install-wordpress-step-by-step

  3. ສ້າງເວັບບອດນ້ອຍ ໃນຫົວຂໍ້:
    1, ສັງລວມ ເອກະສານທາງການ ແລະ ນິຕິກຳຕ່າງໆ.
    2, ບັນຫາການນຳໃຊ້ Excel (ສູດ,code…)

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.