ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ກ່ຽວກັບເວັບໄຊຕ໌

SOULIYO.COM | Lao IT Channel ຕິດຕາມຂ່າວສານໂລກໄອທີ ກໍ່ຕັ້ງຂຶ້ນໃນເດືອນພະຈິກ ປີ 2009 ແລະ ໄດ້ເປີດໂຕຢ່າງເປັນທາງການໃນວັນທີ່ 30 ເດືອນ ທັນວາ ປີ 2009 ເຊິ່ງກ່ອນຫນ້ານີ້ກໍ່ໄດ້ມີການໃສ່ຊື່ເປັນ Souliyo.co.cc ແລະ ນຳໃຊ້ບໍລິການ Free hosting, ຈົນມາເຖິງເດືອນ ມີນາ ປີ 2010 ກໍ່ໄດ້ປ່ຽນຈາກໂດເມນຟຼີມາເປັນ www.souliyo.com.

SOULIYO.COM | Lao IT Channel ຕິດຕາມຂ່າວສານໂລກໄອທີ ເປັນເວັບໄຊຕ໌ ທີ່ລາຍງານຂ່າວໃນແວດວົງການໄອທີ ເນື່ອງຈາກປະຈຸບັນຄຳວ່າ “ໄອທີ” ນັ້ນໃກ້ໂຕທ່ານຫລາຍກວ່າທີ່ທ່ານຄິດ ແລະ ມີຄວາມຈຳເປັນຕໍ່ຊີວິດປະຈຳວັນ ຕັ້ງແຕ່ວຽກງານຂັ້ນຕຳ ຈົນໄປເຖິງວຽກງານລະດັບສູງ. ນອກຈາກນັ້ນ ທາງເວັບໄຊຕ໌ຍັງມີຫົວຂໍ້ອື່ນໆທີ່ຫນ້າສົນໃຈບໍ່ວ່າຈະເປັນ FreeWare, Gadget, ຂ່າວສັນ, Tips and Trick, ລາຍງານພິເສດ, ແລະຫົວຂໍ້ອື່ນໆເຊິ່ງແຕ່ລະຫົວຂໍ້ກໍ່ ຈະແຕກຕ່າງກັນໄປເຊັ່ນ:

ຂ່າວໄອທີ: ຈະເປັນການນຳສະເຫນີ ແລະ ອັບເດດຂ່າວໃຫມ່ໆ ໃນວົງການໄອທີບໍ່ວ່າຈະເປັນ ຄອມພິວເຕີ, ໂທລະສັບ, ແທັບເລັດ, ທຸລະກິດໄອທີ, ເຄຶອຂ່າຍສັງຄົມອອນໄລນ໌ (Facebook, twitter, hi5, myspace…) ເຊິ່ງກໍ່ຈະເປັນການແປຂ່າວ ມາຈາກເວັບໄຊຕ໌ຕ່າງໆ ຈາກຕ່າງປະເທດ.

FreeWare: ຈະເປັນການນຳສະເຫນີ ໂປຼແກຼມຟຼີ ແລະ ບໍລິການຟຼີເທິງອິນເຕີນເນັດ ມາໃຫ້ໃຊ້ໂດຍບໍ່ມີຄ່າໃຊ້ຈ່າຍໃນການນຳໃຊ້ ແລະ ບໍ່ມີການລະເມີດລິຂະສິດ ຊອຟົຕ໌​ແວລ໌ໃດໆ, ແຖມຍັງເປັນຊອຟົຕ໌​ແວລ໌ ທີ່ມີຄຸນນະພາບໃຊ້ງານງ່າຍ ແຖມຍັງປອດໄພ ຈາກໄວຣັສ ອີກດ້ວຍ. (ຢ່າລືມ ຊອຟົຕ໌​ແວລ໌ ດີໆແລ້ວຟຼີ ຍັງມີໃຫ້ໂຫລດ).

Gadget: ຈະເປັນການນຳສະເຫນີ ອຸປະກອນໄຮເທັກ, ທັນສະໄຫມ, ຫລູຫລາ, ສວຍງາມ ລວມໄປເຖິງອຸປະກອນເສີມຕ່າງໆຂອງ ຄອມພິວເຕີ, ໂທລະສັບ, ແລະອື່ີນໆອີກ ເຊິງອາດຈະມີຂາຍຈິງ ແລະເປັນພຽງຕົ້ນແບບ.

ຂ່າວສັນ: ຈະເປັນການສະນຳເຫນີຂ່າວທີ່ຍັງບໍ່ມີມູນຫລາຍ ເພຶ່ອຢາກນຳສະເຫນີ ບໍ່ໃຫ້ຂາດສາຍ ບາງຄັ້ງອາດຈະຕໍ່ເນື່ອງກັບຫົວຂໍ້ໃຫຍ່.

Tips and Trick (How to): ຈະເປັນການນຳສະເຫນີ ເທັກນິກ ການແກ້ໄຂບັນຄອມພິວເຕີ, ໂທລະສັບ ລວມໄປເຖິງໂປຼແກຼມຕ່າງໆ. ນອກຈາກນີ້ ຍັງມີການສອນວິທີການໃຊ້ງານລູກຫລິ້ນຂອງ ໂປຼແກຼມຕ່າງໆ ອີກດ້ວຍ.

ລາຍງານພິເສດ: ຈະເປັນການນຳສະເຫນີ ບົດຄວາມກວ່າກັບປະຫວັດ ຄວາມເປັນມາຂອງສິ່ງ ທີ່ເປັນທີ່ຮູ້ຈັກກັນທົວໂລກ, ນຳສະເຫນີ ຄວາມຮູ້ເພີ່ມເຕີມກ່ຽວກັບສິ່ງໃຫມ່ໆ, ຊີ້ແຈງຄວາມຫມາຍ, ລາຍລະອຽດແບບເລິກເຊິ່ງ.

ວິດີໂອ: ເປັນຫມວດແນະນຳຄິບວິດີໂອທີ່ຫນ້າສົນໃຈຈາກທົ່ວໂລກ. ນອກນັ້ນຍັງລວມວິດີໂອກ່ຽວກັບງານສຳຄັນໆ ຂອງການເປີດໂຕນະວັດຕະກຳ ຫລື ເທັກໂນໂລຢີອີກດ້ວຍ.

ແທັບເລັດ: ນຳສະເຫນີຂ່າວສານໃນຫມວດຂອງຄອມພິວເຕີແທັບເລັດ ເຊັ່ນ: iPad, Android ແທັບເລັດ ລວມໄປເຖິງຂອງລະບົບປະຕິບັດການອື່ນໆອີກດ້ວຍ.

ໂທລະສັບມືຖື: ນຳສະເຫນີເລື່ອງໂທລະສັບມືຖື, ໂດຍເນັ້ນເລື່ອງຂອງ Smart Phone ເຊັ່ນ: iOS, Blackberry, Android, Windows Phone, Symbian ເປັນຕົ້ນ.

iOS Apps: ແນະນຳແອັບຯ ສຳລັບ iOS ເຊິ່ງໄດ້ແກ່ iPad, iPod touch ແລະ iPhone. ເຊິງແອັບຯທັງຫມົດຈະເປັນແອັບຯທີ່ແຈກຫລ້າ ແລະ ບາງເທຶ່ອອາດຈະມີເວລາຈຳກັດ. ສະນັ້ນ ຫາກໃຜຄິກເຂົ້າໄປແລ້ວເຈີແອັບຯທີ່ຕ້ອງຊື້ ກໍ່ສະແດງວ່າທ່ານມາຊ້າໄປ. 🙂

Android Apps: ແນະນຳແອັບຯ ສຳລັບອຸປະກອນ Android ບໍ່ວ່່າຈະເປັນແທັບເລັດ ຫລື ສະມາດໂຟນ. ເຊິ່ງແອັບຯທີ່ນຳມານຳສະເຫນີ ກໍ່ຈະເປັນແອັບຯທີ່ແຈກຫລ້າ ແລະ ທ່ານບໍ່ຈຳເປັນຕ້ອງຊື້. ບາງເທຶ່ອອາດຈະມີເວລາຈຳກັດ. ສະນັ້ນ ຫາກໃຜຄິກເຂົ້າໄປແລ້ວເຈີແອັບຯທີ່ຕ້ອງຊື້ ກໍ່ສະແດງວ່າທ່ານມາຊ້າໄປ. 🙂

ແຜນການໃນອານາຄົດ

ອາດຈະມີການເພີ່ມຫົວຂໍ້ໃຫ້ຫລາຍຂຶ້ນ ແລະ ອາດຈະມີເປັນຄິບລາຍການ ທີ່ຈະອັບໂຫລດຂຶ້ນ Youtube ແຕ່ແຜນການດັ່ງກ່າວ ຍັງບໍ່ແນ່ນອນ ອັນເນຶ່ອງມາຈາກທຶນນະຊັບ, ຈຳນວນພົນ, ຫລື ຫາກໃຜສົນໃຈເຂົ້າມາຮ່ວມທີມຂອງພວກເຮົາ ກໍ່ຍິນດີຮັບເປັນທີມດຽວ ພ້ອມນັ້ນອາດຈະມີຂອງທີລະລຶກເລັກໆນ້ອຍໆ ເປັນສິ່ງຕອບແທນ ຫາກໃຜສົນໃຈເປັນນັກຂຽນ ໃນເວັບໄຊຕ໌ຂອງພວກເຮົາກໍ່ສາມາ ຕິດຕໍ່ໄດ້ ທີ່: [email protected] ຕະຫລອດ 24ຊົ່ວໂມງ.

ລິຂະສິດ ( Copyright Notice )

ລິຂະສິດຂອງ ທຸກຢ່າງ ລວມເຖິງ ບົດຄວາມທັງຫມົດ ໃນເວັບໄຊຕ໌ແຫ່ງນີ້ ສາມາດນຳໄປໃຊ້ງານໄດ້ ແຕ່ຕ້ອງມີການລະບຸທີ່ມາ ເປັນລິ້ງກັບໄປຫາບົດຄວາມນັ້ນໆ, ສຳລັບ ການນຳໃຊ້ທາງທຸລະກິດ ຫລື ສະແຫວງຫາຜົນປະໂຫຍດ ຕ້ອງຕິດຕໍ່ພວກເຮົາ ເພຶ່ອຂໍອະນຸຍາດຢ່າງເປັນທາງການ, ຫາກບໍ່ດັ່ງນັ້ນ ຈະຖືວ່າເປັນການລະເມີດລິຂະສິດຂອງທາງເວັບ.

ບໍລິການຟຣີເວັບໂຮດຕິ້ງ

ບໍລິການຟຼີພື້ນທີ່ສໍາລັບເຮັດເວັບໄຊຕ໌ເພຶ່ອຄົນລາວທຸກຄົນ ໂຮດຕິ້ງປະສິດທິພາບສູງໃຊ້ງານໄດ້ດີ ໃຫ້ພື້ນທີ່ຫລາຍເຖິງ 300 MB ມີລະບົບຖານຂໍ້ມູນ MySQL, Php MyAdmin, FTP, Web File Manager ມາພ້ອມກັບລະບົບຕິດຕັ້ງໂປຼແກຼມ ອັດຕະໂນມັດ ເຊັ່ນ Word Press, SMF, PHPbb, Joomla ແລະອື່ນໆ ອີກຫລາຍຢ່າງ ສາມາດອ່ານເພີ່ມເຕີມໄດ້ທີ່ ຫນ້າບໍລິການ

ເວັບທີ່ມີຢູ່ໃນເຄືອຂອງເຮົາ ແລະ ເຄືອຂ່າຍສັງຄົມອອນໄລ໌ຕ່າງໆ

http://www.souliyo.com

http://space.souliyo.com

http://chrome.souliyo.com

http://www.laotech.org

http://www.laoplay.com

http://www.laofreehost.com

http://souliyo.wordpress.com

http://facebook.com/souliyo

http://facebook.com/LaoITchannel (ຫນ້າ Fan Page)

http://twitter.com/souliyo (ຫລື @souliyo)

http://twitter.com/laoplay (ຫລື @laoplay)

http://twitter.com/LaoITchannel (ຫລື @laoITchannel)

http://www.linkedin.com/in/souliyo

http://www.youtube.com/souliyo

http://www.youtube.com/LaoITchannel

ນຳໂລໂກ້ໄປຕິດໃສ່ເວັບ ຫລື ບຼ໊ອກຂອງທ່ານ

 





ສຸລິໂຍ ວົງດາລາ
ແອັດມິນເວັບໄຊຕ໌ ສຸລິໂຍ.ຄອມ
ອັບເດດຫລ້າສຸດເມຶ່ອ: 16 ພະຈິກ 2011