ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ເປັນຫຍັງຂ້ອຍຈຶ່ງໃຫ້ທະນາຄານ BCEL ເປັນທີ 1 ແລະ ເປັນທະນາຄານທີ່ຈະຜິກຜັນອະນາຄົດ ວົງການການເງິນ ແລະ ທະນາຄານໃນປະເທດລາວ

ຂ່າວໄອທີ

ບົດຄວາມດັ່ງລຸ່ມນີ້ແມ່ນຂຽນຂຶ້ນຈາກຄວາມຄິດສ່ວນຕົວ ແລະ ບໍ່ໄດ້ມີການວ່າຈ້າງ ຫລື ໃຫ້ເງິນສະໜັບສະໜຸນແຕ່ງຢ່າງໃດ

ໃນທີ່ສຸດກໍ່ຍາດເວລາມາຂຽນຈົນໄດ້ ແລະ ບົດຄວາມນີ້ຂໍເນັ້ນໄປທີ່ວຽກງານ ການເງິນ ແລະ ການທະນາຄານຂອງປະເທດລາວເຮົາ. ເຊິ່ງແຮງບັນດານໃຈຂອງບົດຄວາມນີ້ກໍ່ອັນເນື່ອງມາຈາກການເປີດໂຕຜະລິດຕະພັນໃຫມ່ໆຂອງທາງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຫຼື ຮູ້ກັນດີໃນນາມ BCEL

ບົດຄວາມນີ້ຂ້ອຍຂໍຍົກຍ້ອງ ໃນການບໍລິຫານ ແລະ ວິໄສທັດ ຂອງທາງທະນາຄານ BCEL ທີ່ສ້າງນະວັດຕະກຳທາງດ້ານການເງິນອອກມາຮັບໃຊ້ສັງຄົມລາວໄດ້ດີເລີດ ຈົນຂ້ອຍຕ້ອງຮູ້ສຶກຕື່ນເຕັ້ນໄປນຳ ເຊິ່ງບໍ່ໜ້ອຍໄປກວ່າກັບການເປີດໂຕເຕັກໂນໂລຊີ ແລະ ນະວັດຕະກຳຕ່າງໆຂອງຕ່າງປະເທດ

ເປັນຫຍັງຂ້ອຍຈຶ່ງ ຍົກໃຫ້ທະນາຄານ BCEL ເປັນທະນາຄານອັນດັບນຶ່ງ ໃນເລື່ອງຂອງນະວັດຕະກຳ ແລະ ການບໍລິການ?

ໂດຍສ່ວນຕົວແລ້ວ ຂ້ອຍເປັນຄົນທີ່ມັກ ແລະ ຕື່ນເຕັ້ນກັບເຕັກໂນໂລຊີຕ່າງໆ ແລະ ເຮັດວຽກກ່ຽວກັບເຕັກໂນໂລຊີ ໃນຕອນທີ່ກັບມາຈາກອາເມລິກາ ເພື່ອມາເຮັດທຸລະກິດໃນປະເທດລາວ ຂ້ອຍຮູ້ສຶກກັງວົນ ແລະ BCEL One ຂອງທາງທະນາຄານກໍ່ຊ່ວຍເຮັດໃຫ້ຊີວິດຂອງຂ້ອຍນັ້ນງ່າຍຂຶ້ນ ແລະ ຂ້ອຍກໍ່ບໍ່ຈຳເປັນຕ້ອງໄປທະນາຄານເລື້ອຍໆ ເພື່ອຝາກ ຫລື ຖອນເງິນຈຳນວນຫລາຍ.

ແຕ່ຕອນນັ້ນ ຂ້ອຍກໍ່ຍັງບໍ່ຄ່ອຍຕື່ນເຕັ້ນກັບ BCEL One ເທົ່າໃດ ເພາະມັນກໍ່ເປັນພຽງແຕ່ບໍລິການ E-banking ນຶ່ງທີ່ໃຊ້ໂອນເງິນ ແລະ ຊຳລະຄ່າບໍລິການຕ່າງໆທີ່ທາງ BCEL One ມີໃຫ້, ແຕ່ສິ່ງທີ່ເຮັດໃຫ້ຂ້ອຍເລີ່ມຕື່ນເຕັ້ນກໍ່ຄື ການຊຳລະອາກອນຄ່າທາງຜ່ານລະບົບທະນາຄານຂອງທະນາຄານ BCEL ເອງ, ເຊິ່ງເຮັດໃຫ້ຂ້ອຍເຫັນວ່າ ມັນເປັນການແກ້ປັນຫາທີ່ກົງຈຸດ ໃຫ້ກັບທາງກະຊວງການເງິນ ແລະ ເປັນການປົກປ້ອງສັບສິນຂອງລັດ ເພື່ອໃຫ້ເຂົ້າເຖິງຄັງກາງໄດ້ຢ່າງຄົບຖ້ວນ.

ເຊິ່ງໃນກໍລະນີຂອງ ການຊຳລະຄ່າທາງຜ່ານທາງທະນາຄານ ຫລື ATM ຫລື Kiosk ຫຼື BCEL One ນັ້ນ ຂ້ອຍກໍ່ຕ້ອງຂໍຍ້ອງຍໍທາງຜາກສ່ວນລັດ ທີ່ກ້າຕັດສິນໃຈ ນຳໃຊ້ ແລະ ຊອກຊ່ອງທາງອັນໃຫມ່ໆ ເຊິ່ງຫາກໃຫ້ຂ້ອຍຄິດກັບໄປຫລາຍໆປີ ທາງພາກສ່ວນກະຊວງການເງິນອາດຈະຕ້ອງໃຫ້ຊຳລະໄດ້ຜ່ານທຸກທະນາຄານ ແຕ່ສິ່ງນັ້ນ ອາດຈະເຮັດໃຫ້ວຽກລ້າຊ້າ ແລະ ອາດຈະບໍ່ເກີດຂຶ້ນ ອັນເນື່ອງມາຈາກຄວາມຫຍຸ້ງຍາກຂອງລະບົບຂອງແຕ່ລະທະນາຄານ.

OnePay

ນອກຈາກເລື່ອງຂອງການຊຳລະເງິນຄ່າທາງຜ່ານຊ່ອງທາງຕ່າງໆຂອງທະນາຄານ BCEL ແລ້ວ, ອັນນຶ່ງທີ່ເຮັດໃຫ້ຂ້ອຍຕື່ນເຕັ້ນໄປກັບນະວັດຕະກຳຂອງທະນາຄານນີ້ກໍ່ຄື BCEL OnePay ຫຼື ທີ່ຮູ້ກັນດີ ຄືບໍລິການຊຳລະຮ້ານຄ້າ ຜ່ານ QRcode ນັ້ນເອງ, ຕອນທຳອິດທີ່ຂ້ອຍເຫັນການທົດລອງໃຊ້ບໍລິການນີ້ ຂ້ອຍຮູ້ສຶກຕື່ນເຕັ້ນຫລາຍ (ປານກັບຕົນເອງເປັນເຈົ້າຂອງທະນາຄານພຸ້ນລະ) ເພາະ ມັນເປັນການທີ່ທຸບກຳແພງກັ້ນລະຫວ່າງ ຫົວຄິດແບບເກົ່າ ແລະ ການໃຊ້ຊີວິດແບບໃຫມ່ ຫຼື ເຮົາເອີ້ນກັນວ່າ Lifestyle ຂອງຄົນລຸ້ນໃຫມ່.  ສຳລັບ QRcode ຫລາຍຄົນອາດຈະຄິດວ່າ ມັນເປັນອິຫຍັງທີ່ເລື່ອງເລັກນ້ອຍ ແລະ ຕ່າງປະເທດກໍ່ມີມາຫລາຍແລ້ວ, ສຳລັບມູມມອງຂອງຂ້ອຍແລ້ວ ມັນເປັນການຜັນຂະຫຍາຍແນວຄິດສັງຄົມໄຮ້ເງິນສົດ ຫລື Cashless Society ເຊິ່ງການຫັນເປັນສັງຄົມໄຮ້ເງິນສົດນັ້ນທຸກຄົນຈະໄດ້ຮັບຜົນປະໂຫຍດ ເຊັ່ນ: ຜູ້ໃຊ້ບໍລິການທະນາຄານຈະກົດເງິນສົດຈາກຕູ້ ATM ຫນ້ອຍລົງ ຖ້າສາມາດໃຊ້ QRcode ຫລື OnePay ເພື່ອຊຳລະເງິນຢູ່ໃສກໍ່ໄດ້, ເມື່ອມີການຊຳລະເງິນສົດຫນ້ອຍລົງ ຄົນກົດຕູ້ ATM ໜ້ອຍລົງ, ໝາຍຄວາມວ່າ ທະນາຄານກໍ່ຈະສາມາດຫຼຸດຜ່ອນຄ່າໃຊ້ຈ່າຍໃນການຕັ້ງຕູ້ ATM ຄ່າບຳລຸງຮັກສາ, ຄ່າໄຟ, ແລະສຳຄັນທີ່ສຸດ ຄ່າການເຕີມເງິນເຂົ້າຕູ້ໃນແຕ່ລະຄັ້ງ.  ນອກນັ້ນແລ້ວ ເມື່ອຄົນໃຊ້ເງິນສົດໜ້ອຍລົງ ການເຮັດທຸລະກຳ, ການຄ້າຂາຍ ຕ່າງໆມີຄວາມໂປ່ງໄສຫລາຍຂຶ້ນ ເຈົ້າຂອງທຸລະກິດ ຫາຍຫ່ວງໃນເລື່ອງຂອງເງິນເສຍ ຫລື ຖືກໂກງເງິນ ລັດເອງກໍ່ຈະໄດ້ເກັບອາກອນຕ່າງໆໄດ້ ກົງຕາມຫຼັກການເງິນທີ່ເປັນຄວາມຈິງ ໂດຍບໍ່ຕ້ອງຄາດເດົາ ຫລື ຕໍ່ລອງ ເຊິ່ງເປັນຊ່ອງໂວ່ຂອງການສໍ້ລາດບັງຫຼວງ

ຫຼັງຈາກ BCEL OnePay, ມື້ວັນສຸກທີ່ຜ່ານມາ ທະນາຄານ BCEL ຍັງເປີດໂຕຜະລິດຕະພັນໃຫມ່ອີກຫລາຍຜະລິດຕະພັນ ເຊິ່ງແຕ່ລະຜະລິດຕະພັນເປັນສິ່ງທີ່ເຮົາອາດຄິດບໍ່ເຖິງວ່າ ທະນາຄານໃນປະເທດລາວຈະໃຫ້ຄວາມສົນໃຈ ແລະ ມາລົງມື ລົງທຶນເຮັດ, ແຕວ່າທະນາຄານ BCEL ກໍ່ເຮັດອອກ ເຊິ່ງໄດ້ແກ່ Oneheart, ຕູ້ຮັບຝາກເງິນ, ແລະ BCEL Smart Book ປຶ້ມບັນຊີ

ແຕ່ລະອັນແມ່ນແນວໃດ?

BCEL Oneheart,

ເປັນຜະລິດຕະພັນເພື່ອສັງຄົມ ເຊິ່ງຕັ້ງຕົນເປັນແພັດຟອມ ຫລື ສູນກາງຂອງການຮັບບໍລິຈາກ ແລະ ການຊ່ວຍເຫຼືອຕ່າງໆຂອງສັງຄົມ. ຫາກຫຼາຍຄົນຍັງຄິດບໍ່ອອກ ໃຫ້ຈິນຕະນາການກັບໄປເບິ່ງເມື່ອສອງປີທີ່ຜ່ານມາເຖິງປັດຈຸບັນ ເຮົາເຫັນເຫດການຫລາຍໆຢ່າງທີ່ມີການລະດົມທືນເພື່ອຊ່ວຍເຫຼືອຄົນເຈັບ, ຄົນດ້ອຍໂອກາດ, ຫລື ໂຄງການຊ່ວຍເຫຼືອສັງຄົມຕ່າງໆ, ແຕ່ສ່ວນຫຼາຍນັ້ນເປັນການໂອນເງິນເຂົ້າໄປຫາບົກຄົນທີ 3 ໂດຍກົງ ເຊິ່ງໃນນັ້ນຫລາຍໆເຫດການແມ່ນການໃຊ້ ບັນຊີຂອງບຸກຄົນອື່ນ ແລະ ອາດເປີດໃຫ້ເປັນຊ່ອງວ່າງໃນການຕົວະ ຍົ້ວ ຫລື ເງິນອາດຈະໄປຮອດປາຍທາງໄດ້ບໍ່ຄົບຕາມຈຳນວນ ເພາະບໍ່ມີການກວດສອບ ຢ່າງເຊັດເຈນ. ແຕ່ BCEL Oneheart ນັ້ນເຮັດອອກມາເພື່ອຕອບໂຈດ ແລະ ແກ້ປັນຫາດັ່ງກ່າວ ເຊິ່ງກໍ່ຄືຕັ້ງແພັດຟອມ ຫລື ສູນກາງຮັບການບໍຈາກ ແລະ ຜູ້ໃຊ້ສາມາດເບິ່ງໄດ້ທັນທີວ່າໃຜບໍລິຈາກແລ້ວ ແລ້ວຮວບຮວມທຶນໄດ້ເທົ່າໃດແລ້ວໃນປັດຈຸບັນ ເຮັດໃຫ້ການບໍລິຈາກ ແລະ ການຊ່ວຍເຫຼືອມີຄວາມຈະແຈ້ງ ແລະ ໂປ່ງໃສ ເພື່ອທີ່ປາຍທາງຈະໄດ້ຮັບເງິນຢ່າງຖືກຕ້ອງ ແລະ ຄົບຖ້ວນ ແລະຕົ້ນທາງຜູ້ໃຫ້ບໍລິຈາກກໍ່ຈະໝັ້ນໃຈວ່າເງິນທຸກກີບຂອງທ່ານນັ້ນ ໄດ້ປະກອບສ່ວນຊ່ວຍເຫຼືອແທ້

ຕູ້ຮັບຝາກເງິນ,

ອັນນີ້ບໍ່ຂໍເວົ້າຫລາຍ ສຳລັບຫລາຍຄົນທີ່ພະຍາຍາມເອົາເງິນໄປເຂົ້າທະນາຄານ ຫລາຍຄົນປະສົບປັນຫາທຸລະກິດຮ້ານຄ້າຕົນເອງປິດຫຼັງຈາກທະນາຄານປິດ ຫລື ຕ້ອງເສຍເວລາໄປຖ້າຄິວດົນໆເພື່ອຝາກເງິນເຂົ້າທະນາຄານ. ປັດຈຸບັນທ່ານມີຕົວເລືອກໃນການເຂົ້າໄປຝາກຜ່ານຕູ້ CDM ໂດຍບໍ່ຕ້ອງຖ້າຄິວ ແລະ ໄປໄດ້ຕະຫລອດ 24ຊົວໂມງ.

ລອງອ່ານກ່ຽວກັບ  Google ເຜີ ປ່ອຍວິດີໂອ ຕົວຢ່າງ Android 3.0 Honeycomb

BCEL Smart Book

ປື້ມບັນຊີຍຸກໃໝ່ເພື່ອຊີວິດທາງການເງິນທີ່ດີກວ່າ ຟັງເບິ່ງແລ້ວຫນ້າສົນໃຈ, ຂໍຖາມກັນກົງໆເລີຍທຸກມື້ນີ້ ເຈົ້າໄປຖືປຶ້ມບັນຊີທະນຄານຂອງເຈົ້າຕິດໂຕໄປທຸກບ່ອນບໍ? ປັນຫາການລືມ, ປຶ້ມຂາດ, ຖືກຝົນ, ເສຍ ແລະ ອື່ນໆຂອງປຶ້ມບັນຊີທະນາຄານ ຖືວ່າເປັນເລື່ອງໃຫຍ່ ແລະ ຄົນຈຳນວນບໍ່ໜ້ອຍທີ່ມີປັນຫານີ້. ການຫັນມາເປັນ Smart Book ກໍ່ຄືການຫັນມາເປັນປຶ້ມ electronic ຫລື ປຶ້ມທີ່ຢູ່ໃນແອັບຂອງ BCEL One ເຊິ່ງເຮັດໃຫ້ການໄປຝາກ, ໄປຖອນ, ໄປໂອນ ເງິນຕ່າງໆຂອງທ່ານໃນໜ່ວຍບໍລິການຂອງທະນາຄານ ບໍ່ຈຳເປັນຕ້ອງຖືປຶ້ມແທ້ໄປ ພຽງແຕ່ທ່ານໂຊປຶ້ມທີ່ຢູ່ໃນແອັບຂອງທ່ານ ເທົ່ານັ້ນທຽບເທົ່າກັບການຖືປຶ້ມແທ້ໄປ. ນອກນັ້ນແລ້ວ, ທີ່ເຮັດໃຫ້ຂ້ອຍຕື່ນເຕັ້ນໄປຫາຍກວ່ານີ້ກໍ່ຄື ທ່ານສາມາດຂຽນຟອມ ຝາກ ຫລື ຖອນ ຫລື ໂອນ ໄດ້ຜ່ານແອັບ ບໍ່ຈຳເປັນຕ້ອງໄປຂຽນລົງເຈ້ຍທີ່ໜ່ວຍບໍລິການ ໃຫ້ເສຍເວລາ ເສຍເຈ້ຍ ແລະເປືອງໝຶກອີກຕໍ່ໄປ

ສຳລັບສິ່ງທີ່ຂ້ອຍເວົ້າມາຂ້າງເທິງ ນັ້ນ ກໍ່ແມ່ນຂ້ອຍຢາກຍ້ອງຍໍ ແລະ ສັນລະເສີນຫົວຫນ້າ ແລະ ຜູ້ຮັບຜິດຊອບທີ່ມີສິດຕັດສິນໃຈ ທີ່ຈະເຮັດຫຍັງໃຫມ່ໆອອກມາ ໃຫ້ສັງຄົມ ແລະ ຜູ້ຊົມໃຊ້ໄດ້ຮັບຜົນປະໂຫຍດ ແລະ ອຳນວຍຄວາມສະດວກ, ເປັນຫຍັງຂ້ອຍຈຶ່ງຍໍ້ງຍໍຜູ້ບໍລິຫານ ຫລື ບຸກຄົນທີ່ສາມາດຕັດສິນໃຈໄດ້ ກ່ອນ?  ກໍ່ເພາະວ່າ ຖ້າເພີ່ນເປັນຜູ້ນຳທີ່ມີວິໃສທັດທີ່ດີ ແລ້ວກວ້າງໄກ  ເພາະຫາກເພີ່ນບໍ່ຕັດສິນໃຈ ທີມງານເກັ່ງປານໃດ ກໍ່ອາດຈະບໍ່ສາມາດໄດ້ສ້າງຜົນງານເຫຼົ່ານີ້ອອກມາໄດ້. ແລະ ສຸດທ້າຍ ຂ້ອຍກໍຢາກຍ້ອງຍໍທີມງານເຕັກນິກ ແລະ ທຸກຄົນທີ່ຢູ່ເບື້ອງຫລາຍຂອງຜະລິດຕະພັນຕ່າງໆທີ່ກ່າວມາຂ້າງເທິງ ເພາະມັນເປັນການແກ້ປັນຫາ ແລະ ຜິກຜັນວົງການການເງິນ ແລະ ທະນາຄານຢ່າງຊັດເຈນ.

 

ຮູບພາບຈາກ:

Muan.la

Kimlang

BCEL Facebook


Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.