Startup Stories ຂ່າວໄອທີ

ປັນຫາທີ່ Startup ໃນລາວຫລາຍອັນ ຕາຍຕັ້ງແຕ່ຍັງບໍ່ໄດ້ທັນເກີດເປັນຮອດ Startup!!

ຂຽນໂດຍ: Souliyo

ຫຼັງຈາກມາຢູ່ລາວໄດ້ປີກວ່າ ແລະ ກໍ່ໄດ້ມີໂອກາດໄປຢາມປະເທດເພື່ອນບ້ານໃນອາຊ່ຽນ, ອອສຕາລີ, ເພື່ອພົບປະ ຮຽນຮູ້ ແລະແລກປ່ຽນຄວາມຄິດເຫັນ ເຮັດໃຫ້ຂ້ອຍສະຫຼຸບ (ໃນມູມມອງ ແລະ ການວິເຄາະຂອງຂ້ອຍ) ຂໍ້ມູນອອກມາໃຫ້ຟັງຕໍ່ປັນຫາທີ່ Startup ໃນລາວຫລາຍອັນ ຕາຍຕັ້ງແຕ່ຍັງບໍ່ໄດ້ເກີດເປັນຮອດ Startup ຂ້ອຍຂໍເອີ້ນປະກົດການນີ້ວ່າ

“ຝັນສະຫຼາຍ ເພາະບໍ່ກ້າສ່ຽງຕາຍໄປກັບຝັນ”

ຂ້ອຍຈະບໍ່ຂໍເວົ້າຍາວວ່າ Startup ແມ່ນຫຍັງ, ມັນກໍ່ຄືທຸລະກິດ ທຸລະກິດທີ່ແກ້ໄຂປັນຫາ ຫລື ຕອບໂຈດຄວາມຕ້ອງການໃດນຶ່ງ ທີ່ມີຫຼາຍຂະຫນາດຈາກນ້ອຍໄປຫາໃຫຍ່ ຈາກ 50ພັນກີບ ຈົນຮອດ 50ພັນລ້ານ.

ກ່ອນໜ້ານີ້ຂ້ອຍມາຢູ່ລາວແບບໄລຍະສັ້ນ ແລະ ກໍ່ຍັງໄດ້ມີການສຶກສາວິເຄາະວົງການ Startup ໃນລາວ ເຮັດໃຫ້ເຫັນເປັນຮູບປະທຳໄດ້ຍາກ ແຕ່ຫຼັງຈາກຕັດສິນໃຈມາໃຊ້ຊີວິດຢູ່ລາວປີກວ່າແລ້ວ ບວກກັບໂອກາດໄປຢາມປະເທດເພື່ອນບ້ານໃນອາຊ່ຽນ, ອອສຕາລີ, ເພື່ອພົບປະ ຮຽນຮູ້ ແລະແລກປ່ຽນຄວາມຄິດເຫັນ ເຮັດໃຫ້ເຫັນວ່າ ສະພາບແວດລ້ອມ Startup ໃນບ້ານເຮົາແມ່ນມີຄວາມພ້ອມຫລາຍ ແລະ ຍັງມີຄວາມຕ້ອງການຫຼາຍໃນຫຼາຍໆຂະແໜງການ ຍ້ອນປະເທດເຮົາເປັນປະເທດກຳລັງພັດທະນາ ຫາກປຽບທຽບຄວາມຫຍຸ້ງຍາກແລ້ວ ປະເທດເຮົາກໍ່ບໍ່ໄດ້ຕ່າງກັນຫລາຍຈາກຫວຽດນາມ
ໃນເມືອສະພາບແວດລ້ອມ ແລະ ຄວາມຕ້ອງການມັນພ້ອມແລ້ວເປັນຫຍັງຄືບໍ່ມີ Startup ໃນລາວເກີດຂຶ້ນຫຼາຍ ໜັກໄປກວ່ານັ້ນ ຫຼາຍ Startup ຕາຍຕັ້ງແຕ່ກ່ອນຜັນຕົນເອງເປັນ Startup?

ຂ້ອຍພະຍາຍາມສຶກສາຫາຄຳຕອບມາເປັນປີ  ຈົນໃນທີ່ສຸດກໍ່ໄດ້ຄຳຕອບຂອງຂ້ອຍເອງ ເຊິ່ງຄຳຕອບມີຄວາມຍາວດັ່ງລຸ່ມນີ້:

1. ປາກົດການໝາຫວງກ້າງ (ນັກບິນຫວງຫົວຍົນຮ້າງ)

ປາກົດການນີ້ຂ້ອຍເຫັນຫລາຍໃນບ້ານເຮົາ ໂດຍສະເພາະກຸ່ມຄົນທີ່ມີຝີມື ແລະ ຄວາມສາມາດພຽບພ້ອມທີ່ຈະສ້າງນະວັດຕະກຳໃດນຶ່ງໄດ້; ໃນຄົນກຸ່ມນີ້ຍັງມີຈຳນວນຫຼວງຫຼາຍທີ່ເຂົ້າຄ່າຍເປັນຫມາຫວງກ້າງ ຫຼື ນັກບິນ ຫວງຫົວຍົນຮ້າງ ເພາະມີຄວາມໝັ້ນໃຈຕົນເອງສູງ ຈົນບໍ່ຢາກເຂົ້າໄປ ຫຼື ໃຫ້ຄົນມາວຸ້ນວາຍ ເພາະຫວງຜົນປະໂຫຍດ ຢ້ານຄົນທີ່ເຂົ້າມານັ້ນຍາດເອົາຜົນປະໂຫຍດ ຫລື ເຂົ້າມາເພື່ອຫວັງຜົນປະໂຫຍດ.  ຄົນກຸ່ມນີ້ມີບາງຄົນປະສົບຄວາມສຳເລັດ ແຕ່ບາງຄົນກໍ່ລົ້ມຫາຍຕາຍຈາກ ຍ້ອນບໍ່ມີການວາງເປົ້າໝາຍ ແລະ ການຈັດການທີ່ດີ ເພາະຄົນກຸ່ມນີ້ຍັງຫວງໃນສິ່ງທີ່ຕົນເອງບໍ່ເຂົ້າໃຈ ເຊັ່ນ ຫວງທີ່ຈະຢາກຄອບຄອງຫຸ້ນສ່ວນສູງ ( Equity) ເພາະຢ້ານຄົນທີ່ເຂົ້າມາຍາດເອົາໄປໝົດ

ສຳລັບ Startup ໃຫມ່ ຖ້າຮູ້ສຶກວ່າຕົນເອງຕົກຢູ່ໃນຂໍ້ມູນ ກະລຸນາ ເປີດຫູເປີດຕາ ຄົນທີ່ກ້າ ແລະ ຍອມເສຍເວລາມາລົງທຶນກັບເຈົ້າ ບໍ່ວ່າຈະເປັນຊ່ວງເລີ່ມໃຫມ່ ຫຼື ຊ່ວງລະດົມທຶນ ລ້ວນແຕ່ຕ້ອງການຜົນຕອບແທນ ແຕ່ເຈົ້າຮູ້ບໍ? ເມື່ອເຂົາລົງເງິນໄປແລ້ວ ບໍ່ຫນ້ອຍກໍ່ຫຼາຍ ເຂົາຕ້ອງຊ່ວຍເຈົ້າ ແລະ ເຮັດໃຫ້ບໍລິສັດ ຫລືຜົນງານຂອງເຈົ້າຂາຍໄດ້ ແລະ ສ້າງກຳໄລ ເພື່ອທີ່ເຂົາຈະໄດ້ຜົນການລົງທຶນທີ່ດີ.  ຈື່ໄວ້ເລີຍ ເຂົາບໍ່ໄດ້ຢາກໄດ້ % ຂອງບໍລິສັດເຈົ້າ ເຂົາຢາກໄດ້ເງິນກຳໄລຈາກການລົງທຶນ ຈຳນວນ % ມັນເປັນພຽງແຕ່ສັດສ່ວນເທົ່ານັ້ນ.
ຖ້າເຈົ້າເປັນເຈົ້າຂອງ 80% ຂອງທຸລະກິດ 1,000,000 ເຈົ້າກໍ່ໄດ້ພຽງແຕ່ 800,000 ແຕ່ຖ້າເຈົ້າເປັນເຈົ້າຂ້ອຍ 20% ຂອງທຸລະກິດ 1,000,000,000 ເຈົ້າກໍ່ຈະໄດ້ 200,000,000ລ້ານ.

2. ປາໃຫຍ່ ກິນຄົນໃຈນ້ອຍ (ອົງກອນໃຫຍ່ຊະນະໃຈຄົນໃຈບໍ່ເຖິງ)

ຄົນມີຝີມືຈຳນວນນຶ່ງ ເລືອກທີ່ຈະຖິ້ມຄວາມຝັນຂອງຕົນເອງ ເພື່ອກ້າວເຂົ້າໄປສູ່ການເຮັດວຽກໃນອົງກອນ ພຽງແຕ່ເພາະເງິນເດືອນສະໝໍ່າສະເໝີທຸກເດືອນ ຄວາມສ່ຽງໜ້ອຍ. ມີຄົນມີຝີມື ແລະ ຄວາມສາມາຈຳນວນຫຼາຍ ຍອມທີ່ຈະຖິ້ມຄວາມຝັນ ຖິ້ມຄວາມມັກ ຖິ້ມຄວາມຮັກ ເພື່ອໄປເຮັດວຽກໃນອົງກອນໃດນຶ່ງ ຫຼັງຈາກທີ່ຮຽນຈົບໃຫມ່ໆ. ຄຳຕອບສ່ວນຫຼາຍທີ່ຂ້ອຍໄດ້ຍິນກໍ່ຄື: ຕ້ອງການເງິນລ້ຽງຊີບ, ຕ້ອງທີເງິນເດືອນລ້ຽງທຸກເດືອນ, ພາລະເລີ່ມຫຼາຍຂຶ້ນ, ແລະ ອື່ນໆ. ເຊິ່ງຈຳນວນຫຼາຍໃນຄົນກຸ່ມນີ້ ຂ້ອຍຢາກບອກວ່າ (ສອງເດືອນກ່ອນ ມຶງຍັງຢູ່ໄດ້ບໍ່ມີປັນຫາ ພໍແຕ່ໄດ້ໃບປະກາດ ແລ້ວຮ້ອນວິຊາ ຫລາຍກວ່າ).

ຈາກການວິເຄາະຂອງຂ້ອຍແລ້ວ ປັດໃຫຍ່ນຶ່ງ ທີ່ເປັນປັນໃຈຫຼັກພໍສົມຄວນ ກໍ່ຄື: ຫນ້າຕາທາງສັງຄົມ ຜ່ານຄວາມສາມາດຂອງຕົນ. ເນື່ອງຈາກບ້ານເຮົາ ເປັນສັງຄົມທີ່ມັກປຽບທຽບຈາກເປືອກນອກ ເຊັ່ນ ຄົນສອງຄົນຮຽນຈົບຈາກບ່ອນດຽວກັນ ຄວາມສາມາດຂອງສອງຄົນນີ້ ອາດຈະບໍ່ໄດ້ຖືກວັດທີ່ຜົນຄະແນນ ຫລື ຄວາມສາມາດຕົວຈິງ ແຕ່ວັດກັນທີ່ຕຳແໜ່ງວຽກງານ ຫລື ບ່ອນເຮັດວຽກ.  ຍ້ອນປັນຫານີ້ ມັນເລີຍເຮັດໃຫ້ຄົນທີ່ມີຝີມືຕົກເປັນເຍື່ອຂອງສັງຄົມ ເພາະການມາເປັນ Startup ບໍ່ແມ່ນອາຊີບທີ່ຄົນປຶ້ມ ຫຼື ຮູ້ຈັກ ໜັກໄປກວ່ານັ້ນ ຖືກເບິ່ງວ່າບໍ່ມີອະນາຄົດ ແລະ ເຮັດໃຫ້ອ້າຍນ້ອງຊາຍ ອາດຈະເສຍຄົນຮັກໄປຍ້ອນຖືກເບິ່ງວ່າ ເປັນອາຊີບທີ່ບໍ່ມີອານາຄົດ ຄືກັບເຮັດວຽກໃນອົງກອນໃຫຍ່ໆ.

ສຳລັບ Startup ໃຫມ່ ຫຼື ຄົນທີ່ມີຄວາມຝັນ ຖ້າເຈົ້າມີຄວາມສາມາດ ແລະ ມີຄວາມໝັ້ນໃຈໃນສິ່ງທີ່ເຈົ້າເຮັດ ເຈົ້າຈົງກ້າວອອກມາຈາກວົງຈອນສັງຄົມແບບນັ້ນ ດ້ວຍການປິດຫູປິດຕາ ເຮັດໃນສິ່ງທີ່ເຈົ້າເຊື່ອ ແລະ ຝັນຕໍ່ໄປ
ການເປັນ Startup ມັນບໍ່ໄດ້ໂຫດຮ້າຍ ເຮັດໃຫ້ເຈົ້າອົດຕາຍ – ພຽງແຕ່ເຈົ້າຕ້ອງເຂົ້າຫາຄົນທີ່ມີປະສົບການ ແລະ ສາມາດຊ່ວຍເຫຼືອ ແນະນຳ ຫຼື ມີວິໄສທັດ ຄວາມເຊື່ອດຽວກັບເຈົ້າ

ການເຂົ້າຫານັກລົງທຶນ ຫຼື ຄູ່ຮ່ວມທຸລະກິດໃນບ້ານເຮົາຈະບໍ່ໄດ້ເປັນດັ່ງໃນຂ່າວທີ່ເຈົ້າເຫັນ ທີ່ເຂົາເຈົ້າຈະເອົາເງິນມາວາງໃຫ້ເຈົ້າ ແລ້ວນັ່ງຖ້າມືໄດ້ທຶນຄືນ ການລົງທຶນຂອງ Angle Invester ໃນລາວຈະຕ່າງກັນ ເຂົາເຈົ້າຈະເບິ່ງຊ່ວຍເຈົ້າ ຊ່ວຍເຫຼືອເຈົ້າ ຈົນເຈົ້າປະສົບຄວາມສຳເລັດ ເພາະມັນກໍ່ຄືກັບເຂົາເຈົ້າສຳເລັດ.
ທີ່ສຳຄັນ: ນັກລົງທຶນສ່ວນໃຫຍ່ ຍອມໃຫ້ເຈົ້າໃຫ້ເງິນເດືອນຕົນເອງໃນລະວ່າງທີ່ບໍລິສັດຍັງບໍ່ມີກຳໄລ ເຊິ່ງເຈົ້າອາດຈະຮ້ອງເງິນເດືອນທີ່ສົມເຫດສົມຜົນໄດ້ ແຕ່ໄດ້ຮັບເງິນສົດຕໍ່ເດືອນຈຳນວນນຶ່ງ. ບໍ່ເຂົ້າໃຈ?  ຕົວຢ່າງ ເຈົ້າຮ້ອງຂໍເງິນເດືອນ $500 ເຈົ້າອາດຈະໄດ້ເງິນສົດ $200 ຕໍ່ເດືອນໃນລະວ່າງບໍລິສັດເຈົ້າຍັງບໍ່ທັນມີກຳໄລ ແລະ $300 ນັ້ນຈະກາຍເປັນວ່າ ບໍລິສັດເປັນໜີ້ເຈົ້າໃນແຕ່ລະເດືອນ ແລະ ອາດຈະມີການທະຍອຍຈ່າຍຄືນໃຫຍ່ຫຼັງຈາກທີ່ທຸລະກິດຂອງເຈົ້າເລີ່ມມີເງິນເຂົ້າມາ.
ໃນກໍລະນີນີ້ແມ່ນຍ້ອນນັກລົງທຶນເພິ່ນເຂົ້າໃຈວ່າເຈົ້າກໍ່ຕ້ອງມີລາຍລາຍ ໂດຍສະເພາະບໍລິສັດພວກຂ້ອຍເອງຖ້າມີການລົງທຶນ ກໍ່ຈະເປັນລັກສະນະນີ້ ແຕ່ເມື່ອເຮົາລົງທຶນໃນໂຕເຈົ້າແລ້ວ ເຈົ້າກໍ່ຕ້ອງພ້ອມທີ່ຈະລົງທຶນໃນຄວາມຝັນຂອງເຈົ້າເຊັ່ນດຽວກັນ.

3. ຄິດໄກ ເຮັດໃກ້ ເຮັດໄປຕາມອາລົມ

ໄວໜຸ່ມລາວທີ່ຂ້ອຍຮູ້ຈັກຫຼາຍຄົນ ແລະ ໄດ້ສັງເກດມາໄລຍະ 1 ປີທີ່ຜ່ານມາ ມີຄວາມພ້ອມ ມີຄວາມຄິດໄກ ແຕ່ຕົກມ້າຕາຍໃນຕອນລົງມື.  ທຸກຄົນສາມາດມີ ໄອເດຍ ທີ່ດີໄດ້ ທຸກຄົນສາມາດຄິດໄກ ແລະ ຄິດໄດ້ຄັກສຸດຍອດ 100ປະການໄດ້ ແຕ່ຈະມີຄົນພຽງຈຳນວນໜ້ອຍເທົ່ານັ້ນ ທີ່ຈະລົງມືເຮັດມັນຈິງໆຈັງໆໄດ້. ຫຼາຍຄົນທີ່ຂ້ອຍຮູ້ຈັກ ຂ້ອຍຢາກຂໍເວົ້າ 3 ປະເພດຄື: 1. ປະເພດທີ່ເຮັດເພື່ອໂຊຄວາມສາມາດ ເຮັດເພື່ອໃຫ້ຄົນຍ້ອງ ເຮັດເພື່ອໃຫ້ໄດ້ຄຳຊົມ ແຕ່ພໍຈະມາເຮັດເປັນທຸລະກິດ ພັດເຮັດບໍ່ເປັນ ບໍ່ຮູ້ ແລະ ບໍ່ເປີດໃຈຄວາມຄິດຂອງຄົນອື່ນ ເຮັດໃຫ້ສຸດທ້າຍມັນກະເປັນສິ່ງທີ່ເຮັດອອກມາແລ້ວ ບໍ່ມີປະໂຫຍດຫຍັງ.  2. ຄົນຢາກເຮັດໃຫ້ເປັນທຸລະກິດ ແຕ່ຄິດໃກ້ໂຕຈົນເກີນໄປ, ຄິດໃກ້ໂຕຈົນເກີນໄປກໍ່ຄື ເຮົາທີ່ຈະກຸ່ມນ້ອຍໆ ຫວັງຄອບຄອງຕະຫຼາດນ້ອຍໆ ເພາະຄິດວ່າ (ເທົ່ານີ້ກະພໍ) ຖ້າເຈົ້າກຳລັງຄິດແບບນັ້ນຢູ່ ເຈົ້າບໍ່ແມ່ນນັກທຸລະກິດ ເຈົ້າບໍ່ແມ່ນ Startup ເຈົ້າເປັນພຽງ Freelance ຫຼື ຖ້າເປັນໂປຼແກຼມເມີ ກໍ່ເປັນໂປຼແກຼມເມີອິດສະຫຼະ. ການຄິດໃກ້ຈົນເກີນໄປ ຈະເຮັດໃຫ້ສິນຄ້າຂອງເຈົ້າ ຫຼື ທຸລະກິດຂອງເຈົ້າມີຂໍ້ຈຳກັດ ໃນດ້ານການຂະຫຍາຍໂຕ. ຂ້ອຍເຫັນບໍລິສັດ 1 ໃນຫວຽດນາມ ເຊິ່ງໄດ້ຕັ້ງ HQ ຢູ່ທີ່ໂຮຈິມິນ ແຕ່ທຸລະກິດຂອງເຂົາເຈົ້າແມ່ນຢູ່ຕະຫຼາດສິງກະໂປ ອັນນີ້ເປັນຕົວຢ່າງນ້ອຍໆທີ່ຢາກໃຫ້ເຫັນວ່າເຈົ້າຄິດໃກ້ຈົນເກີນໄປ.

ຖ້າເຈົ້າຍັງບໍ່ຂຶ້ນໃຈ ລອງເບິ່ງ Startup ເທັກໂນໂລຢີ່ ຂອງປະເທດ ອິສະລາເອວ (Israel) ປະເທດນີ້ມີປະຊາກອນ 7-8ລ້ານຄົນ ອ້ອມຂ້າງໄປດ້ວຍສັດຕູ ແລະ ສົງຄາມ ແຕ່ Startup ຂອງເຂົາເຈົ້າໃຫຍ່ມີການຂະຫຍາຍໂຕໄວ ແລະ ໄກກວ່າຫຼາຍໆປະເທດເຊັ່ນ ຢີ່ປຸ່ນ, ຈີນ, ອິນເດຍ, ເກົາຫຼີ, ການາດາ, ແລະອັງກິດ. ຖ້າເບິ່ງສະຖານະການແລະສະພາບການແລ້ວ ຖ້າຄົນກຸ່ມນີ້ຄິດໃກ້ໆ ເຂົາກໍ່ຄົງຈະເປັນປະເທດທີ່ມີ Tech Startup ເປັນອັນດັບຕົ້ນໆຂອງໂລກບໍ່ໄດ້ ແຕ່ຍ້ອນເຂົາປະເທດນ້ອຍ ຄົນໜ້ອຍ ແລະ ຄ່າຄອງຊີບຕໍ່າ ເຮັດໃຫ້ເຂົາເຈົ້າເຫັນໂອກາດການຂະຫຍາຍຕົວໃນປະເທດອື່ນໆທົ່ວໂລກໄດ້ ດ້ວຍຕົ້ນທຶນທີ່ຕໍ່າກວ່າ.

ຖາມໃຈເຈົ້າເບິ່ງ ວ່າເຈົ້າຈິງຈັງກັບມັນເທົ່າໃດ? ຖ້າຈິງຈັງ ກໍ່ກັບໄປອ່ານຂໍ້ 2 ຫຼື ຕິດຕໍ່ມາຫາບໍລິສັດພວກຂ້ອຍໄດ້ ພວກເຮົາມີເປັນພັນທະມິດກັບຊຸມຊົນ Startup ທົ່ວອາຊຽນ ແລະ ຫຼາຍປະເທດໃນອາຊີ. ພວກເຮົາມີຄົນທີ່ໃຫ້ການສະໜັບສະໜຸນທາງດ້ານທຶນ ແລະ ການແນະນຳ ພ້ອມກັບອາດຊ່ວຍສາມາດໃຫ້ເຈົ້າຂະຫຍາຍໂຕໄປປະເທດຕ່າງໆໄດ້

4. ຄົນທີ່ບອກວ່າ ບໍ່ມີ ກຂຄ ABC ເຮົາກໍ່ເລີຍເຮັດບໍ່ໄດ້

ຄົນກຸ່ມນີ້ຂໍເວົ້າສັ້ນໆ ເພາະສ່ວນນຶ່ງແມ່ນມາຈາກ ຂໍ້ທີ 1, ຄວາມຈິງແລ້ວຄົນກຸ່ມນີ້ບໍ່ມີສິດທີ່ຈະເວົ້າດ້ວຍສໍ້າ ເພາະນັ້ນມັນຄືການແກ້ໂຕກັບຄວາມໃຈບໍ່ເອົາຂອງຕົນເອງ ເພາະຖ້າເຈົ້າຮູ້ວ່າເຈົ້າຂາດຫຍັງ ເຈົ້າຄວນທີ່ຈະຊອກຫາມາຕື່ມໃສ່ ຖ້າເຈົ້າຄິດວ່າມັນເປັນສ່ວນທີ່ຂາດໄປ ຖ້າເຈົ້າຂາດທຶນ ເຈົ້າກໍ່ຄວນຊອກຫາແລ່ງທຶນ ຖ້າເຈົ້າຂາດຄົນ ເຈົ້າກໍ່ຄວນຊອກຫາຄົນ ບໍ່ແມ່ນແກ້ໂຕ

ສະລຸບແລ້ວ ຂ້ອຍບໍ່ໄດ້ມີຈຸດປະສົງຢາກເວົ້າໃຫ້ຜູ້ໃດເປັນພິເສດ ແຕ່ມັນເປັນພຽງສິ່ງທີ່ຂ້ອຍເຫັນໂດຍລວມ ແລະ ຢາກເວົ້າ ຖ້າເຈົ້າຕົກຢູ່ໃນສະຖານະການໃດນຶ່ງຂອງຂ້າງເທິງນີ້ ເຈົ້າກໍ່ຕ້ອງຖາມໃຈຕົນເອງເບິ່ງ ວ່າເຈົ້າມີຄວາມເປັນ Startup ຫຼື ຄວາມເປັນ Entrupenuer ແທ້ບໍ່ ແລະເຈົ້າກ້າທິ່ຈະເປີດໃຈ ຮຽນຮູ້ສິ່ງໃຫມ່ໆ ຫລື ຄວາມຄິດຂອງຄົນອື່ນໄດ້ບໍ? ປັດໃຈສຳຄັນຂອງ Startup ຄືການເຮັດວຽກແບບເປັນທີມ ຄຳວ່າທີໃນທີ່ນີ້ ບໍ່ແມ່ນທີມ ນັກພັດທະນາ ແຕ່ຢ່າງດຽວ, ບໍ່ແມ່ນທີມບໍລິຫານແຕ່ຢ່າງດຽວ ບໍ່ແມ່ນທີມການເງິນແຕ່ຢ່າງດຽວ ເຊິ່ງມັນລວມທັງໝົດໃນທຸກຢ່າງທຸກຟ່າຍ ລວມໄປເຖິງຄົນລ້າງຫ້ອງນໍ້າໃຫ້ເຈົ້າໃຊ້ ລ້ວນແລ້ວແຕ່ເປັນສ່ວນນຶ່ງໃຫ້ເຈົ້າປະສົບຄວາມສຳເລັດ. ແນມເບິ່ງອ້ອມຂ້າງເຈົ້າ ວ່າເຈົ້າຂາດເຂີນຫຍັງແດ່? ແນມເບິ່ງອ້ອມຂ້າງເຈົ້າ ວ່າເຈົ້າຮູ້ຈັກໃຜແນ່? ແນມເບິ່ງອ້ອມຂ້າງເຈົ້າ ວ່າໃຜຊ່ວຍ ຫຼື ອາດຈະຊ່ວຍເຈົ້າໄດ້ແນ່?

ຮີບພາກັນຕື່ນ ແລ້ວເຮັດໃຫ້ມັນເຈ້ງແບບທຸລະກິດດີກວ່າໃຫ້ມັນຕາຍຝັງໄວ້ໃນ Folder ຄອມ ແລະ ສະໝອງຂອງເຈົ້າ, ເພາະມມື້ນຶ່ງຖ້າເຈົ້າເຫັນຄົນອື່ນປະສົມຄວາມສຳເລັດຈາກການເຮັດໃນສິ່ງທີ່ເຈົ້າເຄີຍເຮັດມາດົນ ເຈົ້າຮູ້ເສຍໃຈຍິ່ງກວ່າອົກຫັກ.

ນີ້ແມ່ນພຽງການຂຽນຈາກໃຈແບບລົວໆ ບໍ່ໄດ້ກັບໄປປັບແປງ ສະນັ້ນຖ້າເຫັນຄຳຜິດກໍ່ຕ້ອງຂໍອະໄພ
ພໍ່ລູກອ່ອນ ຂຽນບົດຄວາມເຝົ້າລູກ

About the author

Souliyo

Webmaster, Web Designer, Blogger. CEO and Founder Of 856GROUP

ສະແດງຄວາມຄິດເຫັນ

three × four =

*