ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ລາຄາ $9,700/btc ແລ້ວ! ມາຮູ້ຈັກວ່າ Bitcoin ແມ່ນຫຍັງ? (ສະບັບສັ້ນໆ ເຂົ້າໃຈໄວໆ)

Stories, TECH

Bitcoin ຖືກເອີ້ນວ່າເປັນສະກຸນເງິນ Digital ຫຼື ເອີ້ນວ່າ Cryptocurrency ເຊິ່ງຢູ່ພາຍໃຕ້ການເບິ່ງແຍງຂອງລະບົບເຄືອຂ່າຍຂອງຄອມພິວເຕີທົ່ວໂລກ (Computer Netwrok) ຫາກໃຜມັກໂຫລດ bit torrent ແມ່ນຈະເຂົ້າໃຈເພາະມັນມີລັກສະນະຄ້າຍໆກັນ

ສະນັ້ນ ໃນບົດຄວາມນີ້ຈະຂໍອະທິບາຍສັ້ນໆ ແບບເຂົ້າໃຈງ່າຍໆກັນກໍ່ພໍ

ເລີ່ມຈາກ

ປັດຈຸບັນເຈົ້າເປີດຮ້ານຂາຍເກີບແລະເສື້ອຜ້າຢູ່, ມີລູກຄ້າມາຊື້ເກີບ ແລະ ເສື້ອຜ້າໝົດມື້ ໄດ້ເງິນມາ 5,000,000ກີບ, ແລ້ວເຈົ້າກໍ່ໄປທະນາຄານ ແລ້ວກໍ່ເປີດບັນຊີເງິນຝາກເງິນຈຳນວນນັ້ນ. ໃນການຝາກເງິນຈຳນວນ 5,000,000ກີບ ນັ້ນ ທະນາຄານຈະລົງຂໍ້ມູນໃນລະບົບຂອງທະນາຄານ ແລະ ໃນປຶ້ມບັນຊີເງິນຝາກວ່າເຈົ້າມີເງິນ 5,000,000ກີບ ໃນບັນຊີຂອງເຈົ້າ.

ແຕ່ສຳລັບ Bitcoin

Bitcoin ຈະເຮັດວຽກຕ່າງຈາກລະບົບທີ່ເຮົາພົບເຫັນທົ່ວໄປ ດັ່ງທີ່ເວົ້າມາຂ້າງເທິງນີ້, ເຈົ້າເຂົ້າໄປດາວໂຫລດໂປຼແກຼມ Bitcoin Wallet ມາໄວ້ໃນເຄື່ອງຄອມພິວເຕີ ຫຼື ແອັບໃນໂທລະສັບ, ເຊິ່ງໂປຼແກຼມ Bitcoin Wallet ນີ້ຈະຊ່ວຍສ້າງ Address ຫຼື ເອີ້ນງ່າຍໆໃຫ້ເຂົ້າໃຈມັນກໍ່ຄືເລກບັນຊີຂອງເຈົ້າເອງ ໂດຍທີ່ເຈົ້າຈະເປັນຄົນດຽວທີ່ເປັນເຈົ້າຂອງ ແລະ ເວລາທີ່ເຈົ້າຂາຍເກີບ ຫຼື ເສື້ອຜ້າ ຜູ້ຊື້ທີ່ຈ່າຍເງິນດ້ວຍ bitcoin ກໍ່ຈະຈ່າຍມາຍັງ Address (ບັນຊີ) ຂອງເຈົ້າ.

ສະນັ້ນແລ້ວ ເຂົ້າໃຈງ່າຍໆຄື bitcoin Wallet ເປັນປຶ້ມບັນຊີທະນາຄານຂອງເຈົ້າ ແລ້ວ Address ເປັນເລກບັນຊີທະນາຄານ.

ນອກນັ້ນໃນເລື່ອງຂອງ cryptocurrency ມັນກໍ່ຈະມີ Block Chain, ແລະ Blockchain ກໍ່ຄືໄຟລ໌ທີ່ໃຊ້ໃນການບັນທຶກຂໍ້ມູນການຝາກ ຫຼື ການໂອນຂອງທຸກຄົນ ຫຼື ທຸກບັນຊີ. ສຸດທ້າຍ Bitcoin ກໍ່ປຽບຄືກັບ ທະນະບັດ

ຖ້າປຽບທຽບລະຫວ່າງ ເງິນຕາທີ່ເຮົາໃຊ້ປັດຈຸບັນກັບ Bitcoin ແລ້ວ, ຫາກເວົ້າເຖິງເລື່ອງຂອງທະນາຄານ ທະນາຄານຈະບັນທຶກຂໍ້ມູນຂອງເຮົາພ້ອມກັບຈຳນວນເງິນລົງໄປໃນລະບົບຂອງທະນາຄານ ແຕ່ສຳລັບລະບົບຂອງ Bitcoin ກໍ່ມີການບັນທຶກເຊັ່ນກັນ ແຕ່ວ່າບັນທຶກລົງໃນ Blockchain ເຊິ່ງໃນ Blockchain ຈະມີຂໍ້ມູນຂອງທຸກການເຄື່ອນໄຫວ ຫຼື ທຸລະກຳຂອງການເງິນທີ່ເຄີຍເກີດຂຶ້ນທັງໝົດ.

ແລ້ວຂໍ້ມູນໃນ Blockchain ໄປເກັບໄວ້ໃສ່? ກັບໄປຂຶ້ນໄປເບິ່ງທຳອິດເລີຍ, ກໍ່ຄືເກັບໄວໃນຄອມພິວເຕີທຸກເຄື່ອງທີ່ຢູ່ໃນເຄືອຂ່າຍຂອງໂຕນີ້. ເຊັ່ນດຽວກັບ Bit Torrent ທີ່ບໍ່ຕ້ອງການສູນກາງຂໍ້ມູນ ເຊິ່ງຂໍ້ມູນຈະຢາຍຢູ່ໃນຄອມພິວເຕີທຸກເຄື່ອງທີ່ເຊື່ອມກັບ bit torrent ນັ້ນໆ. 

 

ຫາກເວົ້າເລື່ອງຂອງເງິນຕາ ຫຼື ທະນະບັດທົ່ວໄປທີ່ໃຊ້ໃນປັດຈຸບັນ ແມ່ນຈະຖືກກຳນົດໂດຍລັດຖະບານ ແລະ ແຈກຈ່າຍໃຫ້ກັບທະນາຄານ ແຕ່ວ່າສຳລັບ Bitcoin ພັດມີຄວາມແຕກຕ່າງ, ເຊິ່ງ Bitcoin ນີ້ຈະເກີດຂຶ້ນຈາກການຄຳນວນ ແລະ ແຈກຈ່າຍໃຫ້ກັບ ນັກຄຳນວນ (ນັກຂຸດຄົ້ນ) ຫຼື ເປັນທີ່ຮູ້ຈັກກັນດີຄື “Miners” . Miners ເປັນບຸກຄົນທີ່ໃຊ້ໂປຼແກຼມ Bitcoin mining ຫລື Bitcoin Mining Software ເທິງຄອມພິວເຕີຂອງຕົນ, ໂດຍທີ່ Mining Software ຈະເຮັດຫນ້າທີ່ນຳເອົາລາຍການທຸລະກຳທາງການເງິນທີ່ເກີດຂຶ້ນຜ່ານເຄືອຂ່າຍນີ້ ໃສ່ເຂົ້າໄປໃນ Block Chain ໂດຍບຸກຄົນທີ່ໃຊ້ Bitcoin Mining Software ຈະເຮັດໃຫ້ທ່ານສາມາດໄດ້ຮັບ ຫຼື ສົ່ງ Bitcoin ໄດ້ ໂດຍທີ່ Miner ຫຼື ບຸກຄົນທີ່ເປັນ Miner ຈະໄດ້ຮັບການຕອບແທນດ້ວຍ bitcoin ຈຳນວນນຶ່ງ.

Untitled-1.jpg

ຟັງແລ້ວເບິ່ງຄືຈະຫາເງິນງ່າຍ ດ້ວຍການເປີດໂປຼແກຼມປະໄວ້ແມ່ນບໍ? ຄວາມຈິງບໍ່ເລີຍ…ເນື່ອງຈາກປັດຈຸບັນຄວາມຍາກຂອງການຄຳນວນມັນເພີ່ມສູງຂຶ້ນຫຼາຍເທົ່າເພາະຈາກເຄືອຂ່າຍທີ່ໃຫຍ່ຂຶ້ນ ແລະ ຈຳນວນ miner ທີ່ເພີ່ມຂຶ້ນ ຈຶ່ງເຮັດໃຫ້ການຂຸດ Bitcoin ດ້ວຍຄອມພິວເຕີທຳມະດານັ້ນເກືອບວ່າເປັນໄປບໍ່ໄດ້.

ເປັນໄປບໍ່ໄດ້ລະຄືເຫັນເຂົາຂຸດກັນຢູ່? ກໍ່ເພາະເຂົາເຈົ້າໃຊ້ກາດຈໍ ຫຼື  GPU ຫຼາຍໆໂຕເຂົາຮ່ວມຂຸດ Bitcoin ພ້ອມກັນຈຶ່ງເຮັດໃຫ້ສາມາດຂຸດໄດ້ເພີ່ມຫຼາຍຂຶ້ນ ແຕ່ກໍ່ຕ້ອງແລກກັບການສິ້ນເປືອງຄ່າໄຟຟ້າ.

ອ່າວແລ້ວເປັນຫຍັງຕ້ອງມີຄ່າທຳນຽມ ໃນເມື່ອມັນບໍມີຄົນກາງ?

ຕາມປົກກະຕິແລ້ວການໂອນເງິນຜ່ານທະນາຄານ ຫຼື ການຊຳລະຄ່າບໍລິການຕ່າງໆຜ່ານທະນາຄານ ທະນາຄານຈະເກັບຄ່າທຳນຽມ ອາດຈະເກັບຈາກຕົນທາງ ຫຼື ປາຍທາງ ອັນນັ້ນກໍ່ແລ້ວແຕ່ເງື່ອນໄຂ.  ແຕ່ສຳລັບ Bitcoin ນັ້ນທ່ານຈະຕ້ອງເປັນຄົນກຳນົດຄ່າທຳນຽມເອງຕອນທີ່ສົ່ງ ແລະ ແນ່ນອນ ທ່ານສາມາດທີ່ຈະໃຫ້ຄ່າທຳນຽມ 0ກີບ ຫຼື 0.00000000btc ໄດ້, ແຕ່ຕ້ອງຢ່າລືມວ່າ ຍິ່ງທ່ານໃຫ້ຄ່າທຳຽມສູງເທົ່າໃດ ກໍ່ຈະເຮັດໃຫ້ບັນດາ Miner ຈັບເອົາໄປເພີ່ມເຂົ້າໄປໃນເຄືອຂ່າຍໄວຂຶ້ນເທົ່ານັ້ນ ແຕ່ບໍ່ມີຄວາມຈຳເປັນຕ້ອງສູງຫຼາຍ.

ແລ້ວຂ້ອຍຈະຮູ້ແນວໃດວ່າຕ້ອງກຳນົດເທົ່າໃດແນວໃດ? ປັດຈຸບັນບໍລິການທີ່ໃຫ້ຝາກ Bitcoin ຫຼືເອີ້ນວ່າກະເປົ໋າ Bitcoin ຫຼື Bitcoin Wallet ນັ້ນຈະເປັນຄົນແນະນຳ ແລະ ຈະເພີ່ມຄ່າທຳນຽມໃສ່ກັບການໂອນ Bitcoin ຂອງທ່ານທຸກຄັ້ງຕາມຄວາມເໝາະສົມ ເພື່ອເຮັດໃຫ້ການເຄື່ອນໄຫວທຸລະກຳຂອງທ່ານລື່ນໄຫລໄປຄ່ອງ.

ສຳລັບໃຜຢາກຮູ້ຂໍ້ມູນເພີ່ມເຕີມກະລອງເບິ່ງວິດີໂອທາງລຸ່ມນີ້ໄດ້:

ລອງອ່ານກ່ຽວກັບ  NASA ເໝື່ອຍກັບຄົນທີ່ຍັງບໍ່ເຊື່ອວ່າ "ພວກເຂົາໄດ້ໄປຢຽບດວງຈັນມາແລ້ວ" ຈຶ່ງປ່ອຍຮູບຂອງໂຄງການອອກມາທັງໝົດ 14,000+ ຮູບ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.