ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ແອັບກົດໝາຍລາວ V.2 ມີຫຍັງແດ່?

Android Apps, Digital, FREE WARE, iOS Apps, TECH

ປລ: ຫາກຮູ້ສຶກວ່າແອັບນີ້ມີປະໂຫຍດ ຫຼື ກະລຸນາຢ່າລໍຊ້າທີ່ຈະແຊ

ຂ້ອຍເອງເປັນຄົນທີ່ມີຄວາມສົນໃຈໃນເລື່ອງຂອງກົດໝາຍ ແລະ ເປັນສ່ວນນຶ່ງໃນການພັດທະນາແອັບກົດໝາຍລາວ ເຊິ່ງເປັນແອັບສໍາລັບອ່ານນິຕິກໍາຕ່າງໆ ເຊິ່ງປັດຈຸບັນໄດ້ບັນຈຸກົດໝາຍ ແລະ ລັດຖະທໍາມະນູນ ເຂົ້າໄປທຸກສະບັບ ທັງສະບັບເກົ່າ ແລະ ສະບັບປັບປຸງ (ຖ້າມີການປັບປຸງ).

IMG_3266.jpg

ໃນທ້າຍປີ 2016 ທີ່ຜ່ານມາ ທາງກະຊວງຍຸຕິທໍາໄດ້ປະກາດຢ່າງເປັນທາງການໃນການເປີດໂຕແອັບດັ່ງກ່າວ ແລະ ປັດຈຸບັນມັນໄດ້ມາຮອດ V2.0 ແລ້ວ. ເຊິ່ງໃນເວີຊັ່ນ 2.0 ນີ້ແມ່ນການປັບປຸງແອັບໃຫ້ໃຊ້ງານງ່າຍຂຶ້ນອີງຕາມ Feedback ທີ່ໄດ້ຮັບມາຈາກກຸ່ມຜູ້ໃຊ້.

ໃນເວີຊັ່ນ 2.0 ນີ້, ແອັບໄດ້ມີການປັບປຸງໃຫມ່ຫຼາຍຢ່າງເຊັ່ນ: ໄດ້ນໍາຂໍ້ມູນໄຟລ໌ເອກະສານກົດໝາຍຕ່າງໆເຂົ້າໃຫມ່ ເຊິ່ງກ່ອນໜ້ານີ້ຈະເປັນໄຟລ໌ Scan ແຕ່ປັດຈຸບັນໄດ້ເປັນໄຟລ໌ທີ່ export ອອກມາຈາກ Words ເຊິ່ງເຮັດໃຫ້ຄຸນນະພາບໄຟລ໌ແຈ້ງຂຶ້ນກວ່າເກົ່າຫຼາຍສິບເທົ່າ ໃນຂະນະດຽວກັນຂະຫນາດໄຟລ໌ກໍ່ນ້ອຍລົງຫລາຍ 10 ເທົ່າ ເຊິ່ງໝາຍຄວາມວ່າຜູ້ໃຊ້ຈະປະຢັດອິນເຕີເນັດໃນການອ່ານກົດໝາຍຕ່າງໆ ເພາະ ໂດຍສະເລ່ຍແລ້ວ 1 ໄຟລ໌ຈະມີຂະຫນາດພຽງແຕ່ 200KB ເທົ່ານັ້ນ ເຊິ່ງຈະເຮັດໃຫ້ການໂຫລດໄຟລ໌ 1 ເທື່ອໃຊ້ເວລາບໍ່ເຖິງ 5 ວິນາທີ ແລະ ທີ່ສໍາຄັນແມ່ນ ຫຼັງຈາກທີ່ທ່ານເປີດອ່ານແລ້ວ ໃນເທື່ອຕໍ່ໆໄປຖ້າທ່ານກັບມາອ່ານອີກ ທ່ານຈະບໍ່ເສຍອິນເຕີເນັດເພື່ອໂຫລດໄຟລ໌ສໍ້າອີກ ເນື່ອງຈາກມັນຖືກເກັບໄວ້ໃນບ່ອນຂໍ້ມູນສໍາຮອງໃນໂຕເຄື່ອງ.

IMG_3270.jpg

ນອກຈາກຂໍ້ມູນກົດໝາຍໃຫມ່ທີ່ນໍາເຂົ້າມາໃນໂຕແອັບ ຜູ້ໃຊ້ຍັງສາມາດເບິ່ງກົດໝາຍສະບັບເກົ່າໄດ້ນໍາ ເພື່ອໃຫ້ນັກຮຽນ ຫຼື ນັກຄົ້ນຄວ້າໄດ້ໃຊ້ເປັນຂໍ້ມູນ ເພື່ອສຶກສາກົດໝາຍເກົ່າ ແລະ ກົດໝາຍໃຫມ່ໃນແຕ່ລະປະເພດກົດໝາຍ.

ນອກຈາກນັ້ນແລ້ວ ແອັບກົດໝາຍລາວ ຍັງໄດ້ມີການປັບເມນູການນໍາໃຊ້ແອັບໃຫ້ງ່າຍຂຶ້ນ ເຊິ່ງເປັນເມນູດ້ານຂ້າງເມນູດຽວ ແລະ ລວມໝວດຕ່າງໆ ແລະ ເມນູຕ່າງໆມາໄວ້ບ່ອນດຽວກັນ ເພື່ອໃຫ້ເຂົ້າເຖິງໄດ້ງ່າຍ ແລະ ໄວຂຶ້ນ

IMG_3268.jpg

ນອນນັ້ນແລ້ວ ການນໍາໃຊ້ແອັບໃນອຸປະກອນແທັບເລັດຢ່າງເຊັ່ນ iPad ແລະ ແທັບເລັດແອນດຼອຍອື່ນໆຍັງມີຄວາມງ່າຍ ແລະ ສະດວກຂຶ້ນຍ້ອນໜ້າຈໍທີ່ໃຫຍ່ ແລະ ສາມາດອ່ານໄດ້ສະບາຍຕາອີກດ້ວຍ.

IMG_3269.jpg

ສໍາລັບໃຜເຄີຍດາວໂຫລດໄປແລ້ວ ບໍ່ວ່າຈະເປັນ iOS ຫຼື Android ແມ່ນສາມາດກົດອັບເດດແອັບຂອງທ່ານໄດ້ໃນ AppStore ແລະ PlayStore ໄດ້. ສໍາລັບໃຜທີ່ຍັງບໍ່ເຄີຍດາວໂຫລດແອັບກົດໝາຍລາວ ແມ່ນສາມາດດາວໂຫລດໄດ້ທີ່ລິ້ງທາງດ້ານລຸ່ມນີ້ ຕາມລະບົບປະຕິບັດການທີ່ຕົນເອງໃຊ້ງານຢູ່.

Android: https://play.google.com/store/apps/details?id=com.laolaw.org

iOS: https://itunes.apple.com/la/app/laolaw-read-lao-law-documents/id1125660255?mt=8

ລອງອ່ານກ່ຽວກັບ  ແອັບຯສຳລັບພິມພາສາລາວ ເທິງ iPhone ໂດຍບໍ່ຕ້ອງ Jailbreak

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.