ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ແນະນໍາ ແອັບຯ ອະທິບາຍຄໍາສັບກົດໝາຍ – LaoLaw Terms ຄົ້ນຫາຄໍາສັບກົດໝາຍງ່າຍຂຶ້ນ

Android Apps, iOS Apps, TECH

ມື້ວານນີ້ໄດ້ເວົ້າເຖິງແອັບກົດໝາຍລາວ ແອັບທີ່ຮວມເອົານິຕິກໍາຕ່າງໆມາຮວມໄວ້ໃນບ່ອນດຽວ ເຮັດໃຫ້ເຂົ້າເຖິງ ຂໍ້ມູນກົດໝາຍໄດ້ງ່າຍຂຶ້ນ. ມື້ນີ້ຈະຂໍແນະນໍາອີກນຶ່ງແອັບ  ເຊິ່ງເປັນແອັບຂອງກະຊວງຍຸຕິທໍາເຊັ່ນດຽວກັນ ເປັນເຊິ່ງມີຊື່ວ່າ LaoLaw Terms ເປັນແອັບ ປະມວນຄໍາສັບກົດໝາຍຂອງ ສປປ ລາວ ທີ່ຄົ້ນຄວ້າ ແລະ ເຜີຍແຜ່ໂດຍທາງການ ເຊິ່ງກໍ່ຄືກະຊວງຍຸຕິທໍາ ນັ້ນເອງ.

Screen Shot 2017-05-03 at 6.07.19 PM.jpg

ແອັບນີ້ຄວາມສາມາດບໍ່ຫຼາຍ ແຕ່ວ່າຄຸນຄ່າແມ່ນມີຫຼາຍ ເພາະມັນເປັນແອັບເກັບກໍາຄໍາສັບຕ່າງໆທີ່ກ່ຽວຂ້ອງກັບກົດໝາຍ ຫຼື ນິຕິກໍາ ທັງໃນພາອັງກິດ ແລະ ພາສາລາວ. ອີກຄວາມໝາຍນຶ່ງກໍ່ຄື ມັນເປັນແອັບວັດຈະນານຸກົມກົດໝາຍນັ້ນເອງ.

ແອັບນີ້ມີຄໍາສັບກົດໝາຍທັງລາວ ແລະ ອັງກິດລວມກັນແລ້ວຫຼາຍກວ່າ 10,000 ຄໍາ, ເຊິ່ງຖືວ່າເປັນແອັບທີ່ອໍານວຍຄວາມສະດວກໃຫ້ກັບຜູ້ໃຊ້ພາສາທາງການເລີຍກໍ່ວ່າໄດ້ ຍົກຕົວຢ່າງ: ຊື່ຂອງແຕ່ລະກະຊວງໃນແບບພາສາອັງກິດ, ຄວາມໝາຍຂອງແຕ່ລະສັບຂອງທາງການ, ຄໍາອະທິບາຍ, ຮວມໄປເຖິງປະຫວັດການຖືກນໍາໃຊ້ ແລະ ອື່ນໆ…

Screen Shot 2017-05-03 at 6.03.44 PM.jpg

ນອກນັ້ນ ໃນແອັບ LaoLaw Terms ນີ້ ຜູ້ໃຊ້ຍັງສາມາດຊອກຫາຄໍາສັບໂດຍການຄົ້ນຫາຈາກພາສາລາວ ຫຼື ຄົ້ນຫາຈາກພາສາອັງກິດໄດ້ ຖືວ່າຄົບຖ້ວນ ແລະ ຂໍ້ມູນແໜ້ນຫຼາຍ. ທີ່ສໍາຄັນແມ່ນສາມາດໃຊ້ອ້າງອີງໄດ້ ເພາະເປັນຂໍ້ມູນຈາກກະຊວງຍຸຕິທໍາໂດຍກົງ.

Screen Shot 2017-05-03 at 6.07.04 PM.jpg

ແອັບດັ່ງກ່າວເໝາະສົມກັບນັກຮຽນ, ຜູ້ໃຊ້ພາສາ, ນັກແປພາສາ, ແລະ ບຸກຄົນທົ່ວໄປທີ່ສົນໃຈຮຽນຮູ້ຄໍາສັບທາງການໃນຮູບແບບທັງພາສາອັງກິດ ແລະ ພາສາລາວ.

ປະຈຸບັນທ່ານສາມາດດາວໂຫລດແອັບດັ່ງກ່າວໄດ້ແລ້ວທັງໃນ iOS ແລະ Android ຕາມລິ້ງທາງລຸ່ມນີ້:

iOS: https://itunes.apple.com/us/app/laolaw-terms-completion-legal/id1181359937

Android: https://play.google.com/store/apps/details?id=com.souliyo.app.Laolawterms

ລອງອ່ານກ່ຽວກັບ  ວ່າດ້ວຍເລື່ອງມາດຕະຖານຕູ້ສາກລົດໄຟຟ້າ ວັດແທກກັນແນວໃດ?

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.