ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ເປັນຫຍັງຈີນຈຶ່ງສາມາດ ຜະລິດເຮຶອບິນ(ຍົນ) ເປັນຂອງຕົນເອງໄດ້?

Stories

ຫຼັງຈາກທີ່ມີຂ່າວອອກມາວ່າປະເທດຈີນຫາກໍ່ສໍາເລັດການຜະລິດຍົນຂອງຕົນເອງສໍາເລັດ ເຊິ່ງຍົນລໍາດັ່ງກ່າວມີຊື່ວ່າລຸ້ນ C919 ຜະລິດໂດຍບໍລິສັດ Commercial Aircraft Corporation of China (Comac). ການມາເປັນຜູ້ຜະລິດຍົນຂອງປະເທດຈີນ ແນ່ນອນຫຼາຍຄົນກໍ່ມີຫຼາຍຄໍາຖາມ ແລະ ຂໍ້ສົງໄສ ເຖິງປະເດັນວ່າ ຈີນລໍ້າສະໄຫມໄປໄກຫຼາຍ ປັດຈຸບັນສາມາດຜະລິດຍົນເອງໄດ້ແລ້ວ, ຫຼື ຈີນມາຜະລິດຍົນແລ້ວ ໃຜຈະກ້າຂີ່? ແລະອື່ນໆ.

ແນ່ນອນບາດກ້າວນີ້ເປັນບາດກ້າວທີ່ສໍາຄັນ ແລະ ສ້າງຄວາມເຕື່ອນຕາຕື່ນໃຈໃຫ້ຄົນທົ່ວໂລກ ແຕ່ຫາກເບິ່ງໃນຫຼັກວິຊາການແລ້ວ ການທີ່ຈີນມາຜະລິດຍົນເອງນັ້ນ ບໍ່ແມ່ນເລື່ອງຍາກເລີຍ ແລະ ປະເທດອື່ນກໍ່ອາດຈະສາມາດຜະລິດໄດ້ເອງເຊັ່ນເກັນ,

ຕາມປະສົບການທີ່ເຄີຍໄປທັດສະນະສຶກສາ ແລະ ເຝິກງານໄລຍະສັ້ນກັບບໍລິສັດ Boeing ບໍລິສັດຜະລິດຍົນລາຍໃຫຍ່ຂອງໂລກ ຂ້ອຍເຫັນວ່າຍຸກປັດຈຸບັນອຸສະຫະກໍາຂອງຍົນ ຫຼື ເຮືອບິນນັ້ນ ເລີ່ມກ້າວໄປໃນຮູບແບບດຽວກັນກັບ ອຸດສະຫະກໍາລົດຍົນ. ຍ້ອນຫຍັງ? ຍ້ອນວ່າປັດຈຸບັນບໍລິສັດ Boeing ເອງກໍ່ບໍ່ໄດ້ເປັນຄົນຜະລິດຊິ້ນສ່ວນທັງໝົດຂອງຍົນທີ່ຕົນເອງຜະລິດ ເຊິ່ງໄດ້ ໃຫ້ບໍລິສັດພາຍນອກຜະລິດໃຫ້ແທນ ຫຼື ເອີ້ນວ່າການ Outsource. ຈຸດປະສົງທີ່ Boeing (ລວມໄປເຖິງ Airbus) ປ່ຽນມາໃນທິດທາງກໍ່ເພື່ອໃຫ້ທຸລະກິດມີກໍາໄລຫຼາຍຂຶ້ນ ແລະ ເຮັດໃຫ້ມີ ຄວາມຮັບຜິດຊອບໃນການຈັດການໜ້ອຍລົງ. ການຫັນປ່ຽນຍຸດທະສາດການຜະລິດຍົນຂອງ Boeing ລວມໄປເຖິງ Airbus ສອງຍັກໃຫຍ່ຂອງໂລກໃນຄັ້ງນັ້ນ ເຮັດໃຫ້ອຸດສະຫະກໍາຂອງການຜະລິດເຮຶອບິນມີການປ່ຽນໄປ.

Supplier graphic_RJ (2).jpg

ຫຼາຍປີກ່ອນຕອນທີ່ຂ້ອຍເລີ່ມຫຼິ້ນຫຸ້ນ ຂ້ອຍເຄີຍຄິດຢາກຊື້ຫຸ້ນບໍລິສັດ Boeing ແຕ່ເມື່ອຂ້ອຍຄົ້ນຫາຂໍ້ມູນກໍ່ພົບວ່າ ຂ້ອຍຄວນຊື້ຫຸ້ນບໍລິສັດທີ່ເປັນ ຜູ້ສະໜອງຊິ້ນສ່ວນ ຫຼື supplier ຂອງ Boeing ແທນ. ຍ້ອນຫຍັງ? ເພາະວ່າຖ້າບໍລິສັດ Boeing ມີກໍາໄລ ຂ້ອຍສາມາດເດົາດ້ວຍຄວາມໝັ້ນໃຈໄດ້ເລີຍວ່າ ບໍລິສັດເຫຼົ່ານີ້ຈະມີຜົນປະກອບການທີ່ສູງແນ່ນອນໃນໄຕມາດນັ້ນໆ. ພໍທີ່ຈະເຂົ້າໃຈສິ່ງທີ່ຂ້ອຍພະຍາຍາມເຊື່ອມໂຍງເຂົ້າກັນບໍ? ເບິ່ງໃນຮູບຍົນທາງດ້ານເທິງນີ້ ເປັນຍົນ Boeing 787 ລຸ້ນຫຼ້າສຸດຂອງບໍລິສັດ Boeing. ຖ້າສັງເກດດີໆ ມີພຽງ 5ຊິ້ນສ່ວນ ເທົ່ານັ້ນທີ່ຜະລິດໂດຍບໍລິສັດ Boeing ເຊິ່ງຖືກໝາຍດ້ວຍສີຟ້າ.  ບວກກັບຂໍ້ມູນຕອນທີ່ຂ້ອຍໄດ້ໄປເຝິກງານ ແລະ ທັດສະນະສຶກສາທີ່ບໍລິສັດ ຂ້ອຍເຫັນໄດ້ເລີຍວ່າ Boeing ໄດ້ເນັ້ນປ່ຽນມາເນັ້ນໜັກສະເພາະການຄົ້ນຄວ້າ, ວິໃຈ, ອອກແບບ, ແລະ ພັດທະນາ (ປະກອບ) ເຮຶອບິນ ແລ້ວປະຖິ້ມການຜະລິດຊິ້ນສ່ວນດ້ວຍຕົນເອງ. ຫາກຈະເວົ້າພາສາບ້ານໆ ກໍ່ຄື ເປັນບໍລິສັດອອກແບບ ພັດທະນາ ແລະ ປະກອບຍົນ.

ແລ້ວມັນຄືກັບອຸດສະຫະກໍາລົດຍົນແນວໃດ? ຫຼາຍຄົນອາດຈະມີຄໍາຖາມ. ບໍ່ຂໍເວົ້າຫລາຍ, ຫຼາຍປີມາແລ້ວ ທີ່ອຸດສະຫະກໍາລົດຍົນໄດ້ມີການປ່ຽນແປງ ຄືບໍລິສັດຜະລິດລົດຍົນ ໄດ້ຢຸດການຜະລິດຊິ້ນສ່ວນດ້ວຍຕົນເອງ ແລ້ວປ່ຽນຖານໄປໃຊ້ຜູ້ສະໜອງຊິ້ນສ່ວນແທນ. ການຜັນປ່ຽນໃນເທື່ອນັ້ນ ເຮັດໃຫ້ອຸດສະຫະກໍາລົດຍົນປ່ຽນໄປ ໂດຍທີ່ຜູ້ຜະລິດລົດຍົນສາມາດຫຼຸດຄ່າໃຊ້ຈ່າຍຕົ້ນທຶນລົງມະຫາສານ ແລະ ເຮັດໃຫ້ການຜະລິດລົດໄດ້ໄວຂຶ້ນກວ່າເກົ່າ. ແລ້ວຮູ້ບໍ່ເກີດຫຍັງຂຶ້ນ? ເກົາຫຼີສ້າງຍຸດທະສາດຜະລິດລົດຍົນມາດຕະຖານສາກົນໄດ້ດ້ວຍຕົນເອງເຊິ່ງໄດ້ແກ່ KIA ແລະ Hyundai. ທັງໝົດນີ້ກໍ່ຍ້ອນວ່າບໍລິສັດຜະລິດລົດຍົນຫັນມາເໜັ້ນໜັກເລື່ອງການຄົ້ນຄວ້າ, ອອກແບບ ແລະ ພັດທະນາ (ປະກອບ) ແທນ. ສະນັ້ນ ຈຶ່ງເຮັດໃຫ້ບໍລິສັດຜະລິດລົດລາຍໃຫມ່ສາມາດຊື້ຊິ້ນສ່ວນຕ່າງໆມາປະກອບໃຫ້ກົງກັບການອອກແບບຂອງຕົນ. ສະນັ້ນ ເຖິງຈະເປັນລົດເກົາຫຼີ ແຕ່ຊິ້ນສ່ວນບາງຢ່າງ ຫຼື ຫຼາຍຢ່າງອາດຈະເປັນອັນດຽວກັນ ຫຼື ຜູ້ຜະລິດຊິ້ນສ່ວນດຽວກັນ ກັບ ບໍລິສັດຜະລິດລົດຊື່ດັງຕ່າງໆຂອງໂລກ.

Screen Shot 2017-05-08 at 6.29.12 PM.jpg

ເລື່ອງລາວທາງເທິງນີ້ ກັບເລື່ອງຂອງຈີນທີ່ຜະລິດຍົນເອງ ພ້ອມກັບຮູບທາງຂ້າງເທິງ ເຈົ້າພໍຈະນຶກພາບອອກແລ້ວບໍ ວ່າຍ້ອນຫຍັງ ຈີນຈຶ່ງສາມາດຜະລິດຍົນເອງໄດ້. ເພາະຈີນບໍ່ຈໍາເປັນຕ້ອງປະດິດ ຫຼື ສ້າງທຸກຊິ້ນສ່ວນຂອງຍົນເອງ ພຽງແຕ່ຍົກຕົນເອງເປັນຜູ້ອອກແບບ ແລະ ປະກອບຍົນແທນ ໂດຍສາມາດຜະບາງຊິ້ນສ່ວນໄດ້ເອງ ພຽງເທົ່ານີ້ກໍ່ສາມາດຕັ້ງຕົນເອງເປັນຜູ້ຜະລິດຍົນເອງໄດ້ແລ້ວ ຕາມທີ່ຕົນເອງຖະນັດ ຄືກັບອຸດສະຫະກໍາອື່ນໆເຊັ່ນ ເຄື່ອງໃຊ້ໄຟຟ້າ, ຄອມພິວເຕີ, ໂທລະສັບ, ລົດຍົນ ແລະ ອື່ນໆ. ແລະອາດຈະບໍ່ແນ່ ຕໍ່ໄປອາດຈະແມ່ນເກົາຫຼີ ແລະ ປະເທດອື່ນໆ ທີ່ອາດຈະສາມາດຜະລິດເອງໄດ້.

ເຖິງຢ່າງໃດກໍ່ຕາມ ຈຸດປະສົງທີ່ແທ້ຈິງຂອງການຜະລິດຍົນເອງຂອງຈີນໃນເທື່ອນີ້ ອາດຈະແມ່ນເພື່ອເພີ່ມສັກກະຍາພາບທາງດ້ານອຸດສະຫະກໍາຂົນສົ່ງທາງອາກາດຂອງປະເທດ ທີ່ມີແນວໂນ້ມ ແລະ ກໍາລັງເພີ່ມຂຶ້ນຢ່າງກ້າວກະໂດດ. ທ້າຍສຸດແລ້ວ ອຸປະສັກສຸດທ້າຍທີ່ C919 ແລະ ບໍລິສັດ Comac ຍັງຈະຕ້ອງພົບກໍ່ຄື ຂໍ້ບັງຄັບຕ່າງໆ (Regulation) ແລະ ລະບຽບການບິນສາກົນ.

 

 

ລອງອ່ານກ່ຽວກັບ  ສິມາເລົ່າເຫດການວ່າເປັນຫຍັງ ໂລກ້າ ຈຶ່ງ ເຮັດ LOCA PAY ຂຶ້ນມາ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.