ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຜູ້ປ່ວຍ HIV ມີຫວັງ ເມື່ອນັກວິທະຍາສາດ ຄົ້ນພົບວິທີກໍາຈັດເຊື້ອ HIV ອອກຈາກໜູໄດ້ແລ້ວດ້ວຍ CRISPR

Stories

ລາຍງານຂ່າວຫຼ້າສຸດຈາກສໍານັກຂ່າວຕ່າງປະເທດລາຍງານວ່າ ອົງການ American Society of GENE & CELL THERAPY ໄດ້ອອກມາເຜີຍແຜ່ເອກະສານຄວາມສໍາເລັດໃນການທົດລອງກ່ຽວກັບ Molecular Therapy ທີ່ເປັນບາດກ້າວອັນສໍາຄັນໃນການກໍາຈັດເຊື້ອເອສ AIDs ເພາະໃນການທົດລອງດັ່ງກ່າວ ນັກວິທະຍາສາດໄດ້ພົບວິທີການກໍາຈັດເຊື້ອໄວຣັສ HIV ອອກຈາກຂອງຈຸລັງຂອງໜູໄດ້ໂແລ້ວໂດຍການນໍາໃຊ້ເຕັກໂນໂລຊີທີ່ເອີ້ນວ່າ CRISPR/Cas9

Screen Shot 2017-05-04 at 12.17.34 PM.jpg

ເຊິ່ງຕ່າງຈາກປັດຈຸບັນທີ່ປ່ວຍ ຫຼື ຄົນທີ່ມີເຊື້ອດັ່ງກ່າວຕ້ອງໃຊ້ຢາຕ້ານໄວຣັສທີ່ປະສົມພິດເພື່ອຢຸດຢັ້ງການຂະຫຍາຍໂຕຂອງເຊື້ອໄວຣັສ ແຕ່ເຕັກໂນໂລຊີຂອງ CRISPR/Cas9 ແມ່ນມີຄວາມແຕກຕ່າງ ເຊິ່ງມັນເປັນເຕັກໂນໂລຊີທີ່ສາມາດຕັດລະຫັດກໍາມະພັນອອກຈາກຮ່າງກາຍໄດ້ ເຊິ່ງມີຄວາມເປັນໄປໄດ້ເຊັ່ນດຽວກັນກັບການກໍາຈັດ ສານກໍາມະພັນຂອງເຊື້ອ HIV-1 (HIV-1 DNA) ຕ່າງໆໃນອອກຈາກຮ່າງກາຍໄດ້. ສະນັ້ນ ຖ້າເຮົາສາມາດກໍາຈັດສານກໍາມະພັນຂອງເຊື້ອ HIV ອອກຈາກຮ່າງກາຍໄດ້ ເຮົາກໍ່ຈະສາມາດຢຸດການຂະຫຍາຍໂຕຂອງເຊື້ອໄວຣັສ.

ໃນເອກະສານທີ່ເປີດເຜີຍອອກມາໃນ Molecular Therapy ທີມງານນັກຄົ້ນຄວ້າໄດ້ທົດລອງແລະເຫັນຜົນວ່າສາມາດກໍາຈັດເຊື້ອ HIV ອອກຈາກຮ່າງກາຍຂອງໜູໄດ້ສໍາເລັດໂດຍການນໍາໃຊ້ເຕັກໂນໂລຊີ CRISPR. ເຖິງວ່ານີ້ຈະເປັນການທົດລອງເທື່ອທໍາອິດ ແຕ່ວ່ານັກວິທະຍາສາດໄດ້ພົບເຫັນວ່າເປັນຜົນໄດ້ຮັບທີ່ດີຫຼາຍ ເພາະສາມາດກໍາຈັດເຊື້ອໄວຣັສ ແລະ ຮ່ອງຮອຍການຕິດເຊື້ອໄວຣັສອອກຈາກອະໄວຍະວະ ແລະ ເນື້ອເຍື່ອຂອງໜູໄດ້ທຸກບ່ອນ

Screen Shot 2017-05-04 at 12.17.01 PM.jpg

ເຖິງວ່າຈະເປັນຜົນການທົດລອງທີ່ໄດ້ຜົນດີເກີນຄາດກໍ່ຕາມ ການທົດລອງດັ່ງກ່າວຍັງໃຫມ່ຢູ່ ແລະ ຍັງຕ້ອງໄດ້ພັດທະນາ ແລະ ຄົ້ນຄວ້າເພີ່ມເຕີມ ແລະ ແນ່ນອນເປົ້າໝາຍສູງສຸດຄືການນໍາມາທົດລອງກັບຜູ້ປ່ວຍໄວຣັສ HIV ນີ້ໃນອະນາຄົດ. ແຕ່ທາງທີມຄົ້ນຄວ້າໄດ້ກ່າວວ່າກ່ອນທີ່ຈະໄປຮອດຈຸດນັ້ນ ທາງທີມຍັງຕ້ອງໄດ້ທົດລອງກັບສັດປະເພດອື່ນທີ່ຕິດເຊື້ອໄວຣັສດັ່ງກ່າວ ແລະ ຄວາມຫວັງສູງສຸດກໍ່ຄືການນໍາມາທົດລອງກັບຄົນ ຫຼື ຜູ້ປ່ວຍໂລກນີ້.

ທີ່ມາ:

http://sci-hub.io/10.1016/j.ymthe.2017.03.012

Scientists have eliminated HIV in mice using CRISPR

ລອງອ່ານກ່ຽວກັບ  ວຽກຫຼາຍປະເພດໃນສາຂາທະນາຄານ ອາດບໍ່ໄດ້ໝັ້ນຄົງຄືກັບຫຼາຍຄົນຄິດ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.