ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ວຽງຈັນເຊັນເຕີ ບໍລິຫານທຸລະກິດກັບໂຕເລກ ກໍລະນີເລີ່ມເກັບຄ່າຝາກລົດ

social media, Stories, TECH

ຕອນນີ້ກໍ່ຖືວ່າມີກະແສທາງດ້ານລົບເກີດຂຶ້ນຫຼາຍກັບການທີ່ຫ້າງ ວຽງຈັນເຊັນເຕີ ຈະເລີ່ມເກັບຄ່າບໍລິການຝາກລົດ ສໍາລັບລົດທີ່ຈອດເກີນ 2ຊົວໂມງ ຂຶ້ນໄປ. ຕາມແຈ້ງການແມ່ນ 1-2ຊົວໂມງ ແມ່ນຟຼິ, 3-4ຊົວໂມງ 5000ກີບ, ແລະ 5ຊົວໂມງຂຶ້ນໄປ ຊົວໂມງລະ 1000ກີບ ແລະ ບໍ່ໃຫ້ເກີນ 10,000 ກີບຕໍ່ມື້

ອັນນັ້ນບໍ່ແມ່ນປະເດັນ ປະເດັນຄື ຂ້ອຍຄິດວ່າການທີ່ຫ້າງຈະເລີ່ມເກັບຄ່າຝາກລົດ ແມ່ນທາງຫ້າງໄດ້ຄິດ ແລະ ພິຈາລະນາຢ່າຖີຖ້ວນແລ້ວ ເຊິ່ງບໍ່ແມ່ນຢູ່ດີໆມາເລີ່ມເກັບຕາມອາລົມຢ່າງແນ່ນອນ ດ້ວຍເຫດຜົນໃດນັ້ນ ຂ້ອຍມີຄໍາຕອບ (ຄວາມຄິດ ວິເຄາະສ່ວນຕົວ).

ຂ້ອຍເປັນຄົນນຶ່ງທີ່ໄປຫ້າງແຫ່ງນີ້ຫຼາຍເທຶ່ອຕໍ່ເດືອນ ແລະ ດ້ວຍຫຼາຍໆເຫດຜົນ ສ່ວນໃຫຍ່ຈະໄປເບິ່ງໜັງ ແລະ ຊື້ເຄື່ອງເປັນ ແລະ ກິນເຂົ້າເປັນບາງເທື່ອ. ໃນຊ່ວງທ້າຍປີ 2016 ທີ່ຜ່ານມາ ຂ້ອຍໄດ້ສັງເກດເຫັນທາງ ວຽງຈັນເຊັນເຕີ້ ໄດ້ປ່ຽນປະຕູທາງເຂົ້າໄປຢູ່ເບື້ອງຂອງ World Trade Center ເຊິ່ງເລີ່ມມີລະບົບຈັດກັດການເຂົ້າຈອດລົດ ເຊິ່ງລົດທຸກຄັນທີ່ເຂົ້າໄປຕ້ອງໄດ້ກົດເອົາບັດສີຂາວໆຈາກປ້ອມ ກ່ອນທີ່ຈະຜ່ານຫົ້ວກກັ້ນ.

“ໂຕເລກບໍ່ເຄີຍຕົວະໃຜ”

ຈຸດປະສົງຂອງບັດສີຂາວໆນີ້ ເປັນບັດທີ່ເກັບກໍາໄລຍະເວລາການຈອດລົດ ແລະ ຈໍານວນຂອງລົດເຂົ້າອອກຕໍ່ມື້ ຈາກການປະຕິບັດແຕ່ນັ້ນເປັນຕົ້ນມາ ຂ້ອຍຄິດວ່າທາງຫ້າງຄົງຈະມີຂໍ້ມູນພຽງພໍ ທີ່ຈະໃຊ້ໃນການຕັດສິນໃຈ ເລີ່ມເກັບຄ່າບໍລິການບ່ອນຈອດລົດໃນເທື່ອນີ້. ທັ້ງນີ້ ໃນການເກັບຂໍ້ມູນໄລຍະທີ່ຜ່ານມາ ຂ້ອຍເຊື່ອວ່າທາງຫ້າງຕ້ອງເຫັນຂໍ້ມູນຄົນທີ່ສວາຍໂອກາດໃນການມາຈອດລົດປະໄວ້ ແລ້ວໄປເຮັດວຽກ ຫຼື ໄປບ່ອນອື່ນໆ ຈົນໝົດມື້ ຫຼື ຂ້າມຄືນຢ່າງແນ່ນອນ. ແລະ ເພື່ອເປັນການປ້ອງຄົນສວາຍໂອກາດກຸ່ມນີ້ ທາງຫ້າງເລີຍເລີ່ມເກັບຄ່າຝາກລົດ ພ້ອມຍັງແຈ້ງວ່າຖ້າຝາກຂ້າມຄືນຈະຕ້ອງຈ່າຍ 100,000 ກີບ.

17917150_1031593650275986_1683055954737850726_o

ແນວໃດກໍ່ດີ ການເກັບຄ່າຝາກລົດໃນເທື່ອນີ້ຖືວ່າເປັນທໍາແລ້ວໃນຄວາມຄິດຂອງຂ້ອຍ ເພາະຫ້າງຕ່າງໆໃນເຂດທີ່ມີຄວາມແອອັດແມ່ນຈະເກັບຄ່າຈອດລົດກັນໝົດ ຫຼື ບໍ່ກໍ່ແລກກັບການໃຂ້ຈ່າຍໃນຫ້າງໃນຈໍານວນທີ່ວາງອອກ ເພື່ອແລກກັບຄ່າຈອດລົດ ເພື່ອປ້ອງກັນການສວາຍໂອກາດ ແລະ ນໍາພື້ນທີ່ໄວ້ໃຫ້ກັບລູກຄ້າຄົນອື່ນໆທີ່ມາໃຊ້ບໍລິການໄດ້ຈອດ. ເພາະຖ້າທຽບກັບຕະຫຼາດເຊົ້າແລ້ວ ການທີ່ເຮົາໄປຈອດ 5ນາທີ ຫລື 1ຊມ ເຮົາກໍ່ໄດ້ຈ່າຍ 3ພັນກີບເທົ່າກັນ. ນອກນັ້ນ ບາງບ່ອນອ້ອມຂ້າງຕະຫລາດເຊົ້າຍັງເກັບເປັນລາຍຊົ່ວໂມງອີກຊໍ້າ ແຕ່ໃນສ່ວນຂອງວຽງຈັນ ເຊັນເຕີ ທ່ານຈະໄດ້ຈ່າຍຖ້າຫາກທ່ານຈອດເກີນ 2ຊົວໂມງ. ສໍາລັບຄົນທີ່ໄປເບິ່ງໜັງກໍ່ພຽງແຕ່ຈ່າຍເພີ່ມ 5ພັນກີບ ຖ້າໄປນໍາກັນຫຼາຍຄົນ ກໍ່ສໍ່າກັບວ່າບໍ່ໄດ້ຈ່າຍເຖິງ 5ພັນ. ສ່ວນຄົນທີ່ກໍາລັງເວົ້າວ່າ ບ່ອນອື່ນຂອງຕ່າງປະເທດນັ້ນບໍ່ເກັບ ຢາກໃຫ້ໄປເບິ່ງຫຼາຍໆປະເທດ ໂດຍສະເພາະບ່ອນທີ່ມີຄວາມແອອັດ ແລະ ບໍ່ມີສະຖານທີ່ຈອດລົດ ເຊິ່ງວຽງຈັນເຊັນເຕີກໍ່ຢູ່ໃນເຂດແອອັດເຊັ່ນດຽວກັນ.

 

 

ລອງອ່ານກ່ຽວກັບ  Twitter ຖືກແຮັກຜ່ານ Java script ເປີດລິ້ງໂດຍບໍ່ຕ້ອງຄິກ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.