ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ການຕະຫຼາດ: (branding) ແບຼນດິ້ງ ກັບ ຄົນ; ເປັນຫຍັງຕ້ອງສ້າງແບຼນ?

Digital

ຖ້າເວົ້າເຖິງເລື່ອງຂອງການຕະຫຼາດ ສິ່ງນຶ່ງທີ່ບໍ່ເວົ້າເຖິງບໍ່ໄດ້ກໍ່ຄື ແບຼນດິ້ງ ແລະ ການສ້າງແບຼນດິ້ງ. ຂ້ອຍເອງອາດຈະບໍ່ແມ່ນຜູ້ຊ່ຽວຊານດ້ານການສ້າງແບຼນ ແຕ່ຂ້ອຍເຂົ້າໃຈເຖິງຄວາມສໍາຄັນ ແລະ ປະໂຫຍດຂອງມັນຫລາຍສົມຄວນທີ່ຢາກຈະມາແບ່ງປັນໃຫ້ຟັງ

ການຕະຫຼາດໃນປະເທດລາວເຮົາມີຫຼາກຫຼາຍກົນລະຍຸດ ແລະ ຂັ້ນຕອນວິທີແຕກຕ່າງກັນໄປ ແຕ່ຂ້ອຍສິຂໍແບ່ງອອກເປັນສອງໝວດໃຫຍ່ກໍ່ຄື ການຕະຫຼາດໄລຍະສັ້ນ ແລະ ການຕະຫຼາດໄລຍະຍາວ.

ການຕະຫຼາດໄລຍະສັ້ນ: ການຕະຫຼາດແບບນີ້ເຮົາຈະສາມາດພົບເຫັນໄດ້ຫຼາຍໃນປະເທດເຮົາ ເຊິ່ງກໍ່ຄືການຕະຫຼາດທີ່ເນັ້ນການຂາຍຢ່າງດຽວ ຍົກຕົວຢ່າງ: ການຫຼຸດລາຄາສິນຄ້າຈໍານວນຫຼາຍ, ການຫຼຸດລາຄາຄ່າບໍລິການ, ການແຈກຂອງລາງວັນ, ການໃຫ້ສິ່ງຕອບແທນຈໍານວນຫຼວງຫຼາຍ. ຖ້າຢາກໃຫ້ຍົກຕົວຢ່າງທີ່ເຫັນໄດ້ແຈ້ງກໍ່ຈະມີ ເສື້ອຜ້າ 20-50-70%, ຊື້ 1ແຖມນຶ່ງ, ຊື້ນໍ້າຊາລຸ້ນທອງຄໍາ, ຊື້ນໍ້າຊາລຸ້ນຮັບລົດໃຫຍ່, ຊື້ເບຍ 3ແຖມ 2,  ຊື້ນໍ້າມັນເພື່ອຈົກສະຫຼາກຮັບທອງຄໍາ, ແລະອື່ນໆທີ່ເປັນການຫຼຸດ, ແລກ, ແຈກ, ແຖມ. ການຕະຫຼາດລັກສະນະນີ້ຈະມີຜົນຕອບຮັບພຽງໄລຍະສັ້ນເທົ່ານັ້ນ ຫາກມີຫຼາຍຄັ້ງຈົນເກີນໄປກໍ່ອາດຈະເຮັດໃຫ້ສິນຄ້າ ຫຼື ແບຼນເສຍມູນຄ່າ Value ລົງ.

marketing

ຕາມຫົວຂໍ້ ຂ້ອຍເລີຍຈະຂໍເນັ້ນທີ່ໝວດການຕະຫຼາດແບບລຸ່ມນີ້ລະກັນ:

ການຕະຫຼາດໄລຍະຍາວ: ການຕະຫຼາດແບບນີ້ເຮົາຍັງເຫັນໄດ້ໜ້ອຍຫຼາຍໃນບ້ານເຮົາ ເພາະທຸລະກິດບ້ານເຮົາເນັ້ນຄວາມຟ້າວໃນການຫາເງິນ ຫລື ເອີ້ນວ່າເນັ້ນຂາຍ. ການຕະຫຼາດແບບໄລຍະຍາວທີ່ເຮົາສາມາດເບິ່ງເປັນຕົວຢ່າງສ່ວນໃຫຍ່ກໍ່ຄືການສ້າງ ແບຼນດິ້ງ ເຊິ່ງພວກເຮົາຈະເຫັນຫຼາຍໃນແບຼນຂອງບໍລິສັດທີ່ໃຫຍ່ໆໃນບ້ານເຮົາ, ຫລື ຂອງຕ່າງປະເທດ ຫຼື ແບຼນລະດັບໂລກ. ການເຮັດການຕະຫຼາດແບບນີ້ແມ່ນການເນັ້ນເຮັດຕະຫລາດແບບຢືນຢົງ ຫຼື ເອີ້ນໆກັນວ່າ ແບຼນດິ້ງ ນັ້ນເອງ.

ແບຼນດິ້ງແມ່ນຫຍັງ? ສໍາຄັນແນວໃດ?

ຖ້າປຽບທຽບຜະລິດຕະພັນກັບຄົນ, ຂ້ອຍວ່າ ແບຼນດິ້ງ ກໍ່ຄື ນິໄສໃຈຄໍຂອງຄົນ. ແບຼນດິ້ງເປັນພາບລັກຂອງສິນຄ້າ ຂອງຜະລິດຕະພັນ, ນິໄສຂອງຄົນກໍ່ຄືພາບລັກຂອງຄົນຜູ້ນຶ່ງ. ມີຄົນຈໍານວນຫຼາຍມັກຊື້ສິນຄ້າຍ້ອນວ່າແບຼນຂອງສິນຄ້າ ເຊັ່ນດຽວກັນກັບຄົນ ພວກເຮົາກໍ່ຍັງເລືອກທີ່ຈະຄົບໝູ່ ຫຼື ແຟນໂດຍເບິ່ງທີ່ໜ້າໄສ (ຖ້າຈະຄົບໄລຍະຍາວ). ຍົກຕົວຢ່າງ: ປໍ້ານໍ້າມັນ ປຕທ (ປະເທດໄທ) ເຂົາເຈົ້າຈະພະຍາຍາມໂປຼໂຫມດເລື່ອງຫ້ອງນໍ້າສະອາດ ນັ້ນກໍ່ເປັນແບຼນດິ້ງ ເຮັດໃຫ້ຄົນຈື່ຈໍາ ແລະ ຮູ້ສຶກວ່າ ຄົນ(ປໍ້າ) ນີ້ສະອາດ. ຮ້ານສະດວກຊື້ 7/11 ເປັນຮ້ານທີ່ສະດວກ ລາຄາບໍ່ແພງ ຊື້ງ່າຍ ເຈີສິ່ງທີ່ຕ້ອງການ ນັ້ນກໍ່ເປັນແບຼນດິ້ງທີ່ເຂົາເຈົ້າສ້າງມາໃຫ້ຄົນຄິດເຖິງ ໃນເວລາຄິດເຖິງສິ່ງເຫຼົ່ານີ້. ຮ້ານຄໍາສໍາລານ ໃຊ້ Facebook ໃນການສື່ສານ ແບ່ງປັນຄວາມຮູ້ ແລະປະສົບການຫຼາຍສິບປີກ່ຽວກັບເລື່ອງຄໍາ ເພື່ອສ້າງໃຫ້ຄົນຮູ້ວ່າ ຮ້ານນີ້ເປັນສ່ຽວຊານເລື່ອງຄໍາ ແລະ ຮູ້ກ່ຽວກັບເລື່ອງຄໍາ ເພື່ອເຮັດໃຫ້ລູກຄ້າໝັ້ນໃຈທີ່ຈະເປັນລູກຄ້າ ແລະ ຂໍຄໍາແນະນໍາ. ກະເປົ໋າ ແລະ ຜະລິດຕະພັນຂອງ Louis Vuitton ທີ່ເນັ້ນຄວາມຫຼູຫຼາ, ສ້າງດ້ວຍມື, ແລະ ການປະກົດຕົວໃນງານແຟຊັ່ນລະດັບໂລກ ສິ່ງເຫຼົ່ານີ້ແມ່ນຍ້ອນການຢາກສ້າງແບຼນດິ້ງທັງໝົດ. ສະນັ້ນແລ້ວ ທຸກຢ່າງລ້ວນແລ້ວແຕ່ເປັນແບຼນດິ້ງ ເພາະວ່າ Branding ກໍ່ຄືກັບນິໄສໃຈຄໍາ.

ແບຼນດິ້ງມີຄວາມສໍາຄັນຫຼາຍກັບຜະລິດຕະພັນ ຫຼື ສິນຄ້າ ຈົນເຮັດໃຫ້ຫຼາຍບໍລິສັດໝົດເງິນຈໍານວນ ຫຼາຍຮ້ອຍລ້ານໂດຍລາ ໄປກັບການຕະຫຼາດທີ່ບໍ່ໄດ້ຜົນຕອບແທນເປັນການຂາຍໂດຍກົງ. ເຊັ່ນດຽວກັບຄົນເຮົາ ທີ່ຍອມລົງທຶນໃນການເຄື່ອງແຕ່ງກາຍ ປັບນິໄສຕົນຂອງຕົນເອງ ເພື່ອໃຫ້ຢູ່ກັບສັງຄົມວົງກວ້າງໃຫ້ໄດ້. ສະນັ້ນ ຄວາມສໍາຄັນກໍ່ຄື ການທີ່ຈະໃຫ້ຄົນຈື່ຈໍາໃນສິ່ງທີ່ດີທີ່ຜະລິດຕະພັນຂອງເຮົາມີຕໍ່ລູກຄ້າ ເຮັດໃຫ້ລູກຄ້າສາມາດໝັ້ນໃຈໃນການນໍາໃຊ້ບໍລິການ ຫຼື ຜະລິດຕະພັນຂອງເຮົາໄປຍາວນານ. ນັ້ນເປັນການຕະຫຼາດທີ່ໄລຍະຍາວ ແລະ ຢືນຍົງ.

ສະຫຼຸບ ການຕະຫຼາດໄລຍະສັ້ນ ກໍ່ຄືກັບການທີ່ເຮົາລວຍ ແລ້ວຈັດງານ ຫຼື ລ້ຽງໝູ່ຄູ່ຈໍານວນຫຼາຍ ເພື່ອໃຫ້ເຂົາຍ້ອງ ເພື່ອໃຫ້ເຂົາມັກເຮົາ ແຕ່ມັນກໍ່ອາດເປັນພຽງໄລຍະສັ້ນ ເຊິ່ງອາດຈະບໍ່ມີເທົ່າໃດຄົນທີ່ມັກ ແລະ ຈະເປັນໝູ່ທີ່ຈິງໃຈ ແລະ ຮັກແພງເຮົາແທ້ໆ. ໃນຂະນະທີ່ການຕະຫຼາດໄລຍະຍາວ ມັນເປັນການສ້າງຄວາມຜູກພັນໄລຍະຍາວ ເຊິ່ງອາດຈະໃຊ້ເວລາ ແຕ່ກໍ່ໄດ້ໝູ່ແທ້ ແລະ ຈິ່ງໃຈ.

ຂໍວາງສຸພາສິດສອງຄໍາ:

ໝູ່ກິນຫາງ່າຍ ໝູ່ຕາຍຫາຍາກ

ຜູ້ບໍລິໂພກກິນຫາງ່າຍ ຜູ້ບໍລິໂພກຕາຍຫາຍາກ

 

 

ລອງອ່ານກ່ຽວກັບ  ຄວາມສໍາຄັນຂອງບັດ VISA ແລະ ເຫດຜົນທີ່ເປັນຫຍັງທຸກຄົນຕ້ອງມີໄວ້ຢ່າງໜ້ອຍ 1 ບັດ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.