ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຄວາມສໍາຄັນຂອງບັດ VISA ແລະ ເຫດຜົນທີ່ເປັນຫຍັງທຸກຄົນຕ້ອງມີໄວ້ຢ່າງໜ້ອຍ 1 ບັດ

Digital, Stories

ທຸກມື້ນີ້ປະຕິເສດບໍ່ໄດ້ວ່າໂລກຂອງເຮົາມີການປ່ຽນແປງໄປໄວຫຼາຍ ໂດຍສະເພາະທຸລະກິດອອນລາຍທີ່ມີທ່າອຽງເພີ່ມຂຶ້ນແບບກ້າວກະໂດດໃນປະເທດລາວ ແລະກຸ່ມປະເທດ AEC. ບັດ VISA ນັ້ນແຕ່ເປັນປັດໃຈສໍາຄັນໃນການຊໍາລະເງິນອອນລາຍໃນບໍລິການຕ່າງໆເຊັ່ນ: ຊື້ໂຄສະນາໃນ Facebook, ຊື້ Application ໃນໂທລະສັບ Android ແລະ iOS, ຊື້ Software ສໍາລັບຄອມພິວເຕີ, ຊື້ Game ແລະ ເຄື່ອງໃນເກມ, ເບິ່ງໜັງອອນລາຍ, ບໍລິການຟັງເພງ, ການຊື້ເຄື່ອງຈາກເວັບໄຊຕ່າງປະເທດເຊັ່ນ AliEpxress, Taobao, ແລະ ອື່ນໆ.

ນອກນັ້ນແລ້ວ ບັດ VISA ຍັງສາມາດໃຊ້ໄປຜູກກັບບໍລິການຊໍາລະເງິນອອນລາຍຕ່າງໆເຊັ່ນ Paypal ໄດ້ ເພື່ອຂະຫຍາຍຄວາມສາມາດໃນການຊໍາລະເງິນທົ່ວໂລກ.

ນອກຈາກການຊໍາລະເງິນອອນລາຍແລ້ວ ບັດ VISA ຍັງສາມາດນໍາໄປໃຊ້ຊໍາລະເງິນຕາມຮ້ານຄ້າຕ່າງໆໄດ້ທັງພາຍໃນ ແລະ ຕ່າງປະເທດໄດ້ ໂດຍບໍ່ຈໍາເປັນຕ້ອງພົກເງິນສົດຕິດໂຕ.

ສະນັ້ນແລ້ວ ຈຶ່ງປະຕິເສດບໍ່ໄດ້ວ່າທຸກຄົນຄວນຈະຕ້ອງມີບັດ VISA ຢ່າງໜ້ອຍ 1 ບັດ ເພື່ອຮອງຮັບການນໍາໃຊ້ບໍລິການຕ່າງໆ ໂດຍບໍ່ຈໍາເປັນຕ້ອງໄປລົບກວນຄົນອື່ນ ແລະເພື່ອກຽມພ້ອມໃຊ້ງານບໍລິການອອນລາຍຕ່າງໆທີ່ຈະເກີດຂຶ້ນໃນປະເທດລາວ ແລະ ຂົງເຂດ AEC.

ມີຄວາມສໍາຄັນແລ້ວແນວໃດ? ສະໝັກໄດ້ຢູ່ໃສ? ຫຼາຍໆທະນາຄານຂອງບ້ານເຮົາກໍ່ມີບໍລິການອອກບັດ VISA ໃຫ້ກັບບັນຊີເງິນສົດຂອງຜູ້ໃຊ້ ເຊິ່ງແຕ່ລະທະນາຄານກໍ່ຈະມີຄ່າທໍານຽມ ແລະ ເງື່ອນໄຂແຕກຕ່າງກັນໄປ ເຊິ່ງລາຍລະອຽດມີດັ່ງລຸ່ມນີ້:

 

Public Bank

ຄ່າທໍານຽມເປີດບັດ: ເປີດຟຣີ

ຄ່າທໍານຽມລາຍປີ: 160.000 ກີບ (ຊ່ວງໂປໂມຊັ່ນ ແມ່ນ 80.000ກີບ ໝົດກຳນົດເດືອນ ມິຖຸນາ)

ເງື່ອນໄຂຕ່າງໆ: ຕ້ອງມີເງິນໃນບັນຊີຕ່ຳສຸດ 1.000.000ກີບ ຫຼື 100$

 

ທະນາຄານ ຮ່ວມພັດທະນາ JDB

ຄ່າທໍານຽມເປີດບັດ: $20

ຄ່າທໍານຽມລາຍປີ: $20

ເງື່ອນໄຂຕ່າງໆ: ຕ້ອງມີເງິນໃນບັນຊີຢ່າງຕຳ່ $240

 

ທະນາຄານ ການຄ້າຕ່າງປະເທດລາວ BCEL

ຄ່າທໍານຽມເປີດບັດ: $15

ຄ່າທໍານຽມລາຍປີ: $25

ເງື່ອນໄຂຕ່າງໆ: ມີເງິນໃນບັນຊີຕ່ຳສຸດ $100

 

ທະນາຄານ ພົງສະຫວັນ

ຄ່າທໍານຽມເປີດບັດ: ຟຣີ

ຄ່າທໍານຽມລາຍປີ: 13.000 ກີບ/ເດືອນ ຫຼື 156.000 ກີບ/ປີ

ເງື່ອນໄຂຕ່າງໆ: ຕ້ອງເປີດບັນຊີກັບທາງທະນາຄານກ່ອນ

 

Vietin Bank

ຄ່າທໍານຽມເປີດບັດ: 140.000 ກີບ

ຄ່າທໍານຽມລາຍປີ: 300.000 ກີບ

ເງື່ອນໄຂຕ່າງໆ: ພຽງແຕ່ເປີດບັນຊີ ແລະ ຈ່າຍຄ່າສະໝັກ

 

ທະນາຄານ ANZ

ຄ່າທໍານຽມເປີດບັດ: ຟຣີ

ຄ່າທໍານຽມລາຍປີ: $30

ເງື່ອນໄຂຕ່າງໆ: ຕ້ອງມີເງິນໃນບັນຊີ $5000

ລອງອ່ານກ່ຽວກັບ  ເລີ່ມລອງໃຊ້ຊີວິດແບບ Cashless ນຶ່ງມື້ ທີ່ວຽງຈັນ ep1 ຈະເປັນແນວໃດມາເບິ່ງກັນ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.