ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຫຼຸດ iPhone 7 ລຸ້ນທີ່ກໍາລັງຈະອອກໃນເດືອນກັນຍາ ນີ້

ຂ່າວດ່ວນ, ຂ່າວໄອທີ, ໂທລະສັບ

ຫຼ້າສຸດມີຮູບຫຼຸດຂອງ iPhone 7 ທີ່ຄາດວ່າຈະເປັນລຸ້ນຫຼ້າສຸດຂອງ Apple ທີ່ກໍາລັງຈະເປີດໂຕຂຶ້ນໃນເດືອນ ກັນຍາທີ່ຈະມາຮອດນີ້. ຂໍ້ມູນເບື້ອງຕົ້ນເປັນຮູບທີ່ມີຄວາມຊັດເຈນຫຼາຍ ແລະ ເປັນໄອໂຟນສີດໍາທີ່ມີ Smart Connector, ມີກ້ອງສອງໂຕດ້ານຫຼັງ, ທີ່ສໍາຄັນແມ່ນບໍ່ມີຮູບສຽບຫູຟັງ ເຊິ່ງຄາດວ່າຫູຟັງລຸ້ນຕໍ່ໄປຈະຕ້ອງສຽບຜ່ານສາຍ Lightning ຫຼືອາດຈະເປັນ Bluetooth

 

ສໍາລັບໃຜທີ່ກໍາລັງຖ້າ iPhone 7 ຢູ່ ລຸ້ນນີ້ມີຄວາມເປັນໄປໄດ້ຫຼາຍທີ່ຈະເປັນເຄື່ອງທີ່ຫຼຸດອອກມາຈາກໂຮງງານ ເພາະຊ່ວງນີ້ມັນກໍ່ເປັນຊ່ວງທີ່ iPhone ລຸ້ນໃຫມ່ກໍາລັງຖືກຜະລິດຢູ່ ເພື່ອຮອງຮັບການວາງຂາຍໃນເດືອນກັນຍາທີ່ຈະມາຮອດນີ້.

 

ທີ່ມາ: Mydriver

ລອງອ່ານກ່ຽວກັບ  Apple ປະກາດເປີດໂຕ iBooks 2, iTunes U ແລະ iBooks Author ສຳລັບຕະຫລາດການສຶກສາ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.