ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ມັກກິນ? ຊອກຫາຮ້ານອາຫານ? ແອັບຯແນະນຳຮ້ານອາຫານ SPOON.LA

Android Apps, FREE WARE, iOS Apps

16903_898925216827126_3516437091256665242_n

ພໍດີມີໂອກາດໄດ້ຮ່ວມງານກັບທີມງານ SPOON.LA ເພື່ອອອກແອັບຯທີ່ເປັນປະໂຫຍດໃຫ້ກັບຄົນຍຸກໃຫມ່ທີ່ໃຊ້ໂທລະສັບມືຖື smartphone. ເຊິ່ງປະຈຸບັນທາງເວັບໃຊ້ SPOON.LA ໄດ້ອອກແອັບຯເພື່ອຕອບສະໜອງການເຂົ້າເຖິງຜູ້ໃຊ້ຍຸກໃຫມ່ ແລະ ເຮັດໃຫ້ການເຂົ້າເຖິງຂໍ້ມູນຂອງຮ້ານອາຫານຕ່າງໆໃນບ້ານເຮົາໄດ້ງ່າຍຂຶ້ນ.

ແອັບຯ SPOON ເປັນແອັບຯແນວແນະນຳຮ້ານອາຫານ ໂດຍແບ່ງອອກເປັນຫຼາກຫຼາຍໝວດໝູ່ບໍ່ວ່າຈະເປັນໝວດ​: ຮ້ານໃຫມ່-ເມນູໃຫມ່, ກິນຕຳ, ປິ້ງດາດ, ງານລ້ຽງສັງສັນ, ກິນລົມຍາມແລງ ແລະອື່ນໆໃຫ້ເລືອກຕາມສະຕາຍ ແລະ ຄວາມຕ້ອງການຂອງຜູ້ໃຊ້. ປະຈຸບັນແອັບຯ Spoon ມີຂໍ້ມູນຮ້ານອາຫານຫລາຍເຖິງ 200 ຮ້ານໃນກຳແພງນະຄອນຫຼວງວຽງຈັນ. ແນ່ນນອນ ດ້ວຍຄວາມຫຼາກຫຼາຍໃນຕົວເລືອກ ນຶ່ງໃນນັ້ນຕ້ອງຖືກໃຈທ່ານໃນແຕ່ລະສະຖານະການຕ່າງໆແນ່ນອນ.

ນອກຈາກຈະເປັນເລື່ອງຂອງໝວດໝູ່ຮ້ານອາຫານແລ້ວ ທາງແອັບຯຍັງມີຂໍ້ມູນກ່ຽວກັບຮ້ານອາຫານນັ້ນໆຖືວ່າລະອຽດສົມຄວນ, ເຊິ່ງຂໍ້ມູນຫຼັກໆກໍ່ມີເບີໂທລະສັບສຳລັບໂທຕິດຕໍ່ສອບຖາມ, ອີເມວ, ທີ່ຢູ່, ລາຍລະອຽດໂດຍລວມ. ແລະທີ່ຂາດບໍ່ໄດ້ ແລະເປັນຟີເຈີສຳຄັນກໍ່ຄື ແອັບຯ SPOON ຈະມີແຜນທີ່ຂອງຮ້ານນັ້ນໆມານຳ ເພື່ອໃຫ້ທ່ານສາມາດຮູ້ທີ່ຕັ້ງຂອງຮ້ານດັ່ງກ່າວໄດ້.

ປະຈຸບັນແອັບຯ SPOON La ສາມາດໃຊ້ງານໄດ້ໃນອຸປະກອນໂທລະສັບທຸກປະເພດທີ່ເປັນ Android ແລະ iOS, ແນ່ນອນ ແອັບຯເພິ່ນບໍ່ເກັບຄ່າບໍລິການໃນການດາວໂຫລດ ຫຼື ໃຊ້ງານແຕ່ຢ່າງໃດ.

ດາວໂຫລດສຳລັບ iOS

ດາວໂຫລດສຳລັບ Android

 

ເວັບໄຊ: www.spoon.la

 

ລອງອ່ານກ່ຽວກັບ  Google ອອກແອັບຯ Youtube ສຳລັບ iOS ຢ່າງເປັນທາງການແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.