ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Swifty ຮຽນຂຽນໂປຼແກຼມດ້ວຍພາສາ Swift ງ່າຍໆຜ່ານ iPhone ແລະ iPad

FREE WARE, iOS Apps

screen-shot-2015-03-19-at-11-14-16-am-2

ຫຼາຍຄົນເຄີຍທັກເຂົ້າມາຫາຜູ້ຂຽນວ່າ ຢາກເລີ່ມຂຽນໂປຼແກຼມ, ຢາກຮຽນຂຽນ ຫຼື ສ້າງແອັບຯໃຫ້ກັບ iPhone ແລະ iPad ແຕ່ບໍ່ຮູ້ຈະເລີ່ມຈາກໃສ ແລະ ບໍ່ຮູ້ວ່າຈະຫາປຶ້ມໃດທີ່ດີໆມາອ່ານ ຈຶ່ງຮຽນເຂົ້າໃຈດີ. ມື້ນີ້ ຜູ້ຂຽນມີຄຳຕອບ ແລະ ເປັນຊ່ອງທາງການຮຽນພາສາ Swift ທີ່ງ່າຍທີ່ສຸດ ແລະ ເຂົ້າໃຈງ່າຍທີ່ສຸດມາຝາກເຊິ່ງມັນກໍ່ຄື ແອັບຯ Swifty ສຳລັບ iPhone ແລະ iPad.

Swift ເປັນພາສາໂປຼແກຼມໃຫມ່ຂອງ Apple, ເຊິ່ງເປັນພາສາທີ່ເຂົ້າໃຈງ່າຍ ແລະ ມີປະສິດທິພາບໃນເລື່ອງຄວາມໄວ. ປະຈຸບັນໃນການທີ່ຈະນຳໃຊ້ພາສາ Swift ນັ້ນຕ້ອງມີໂປຼແກຼມ Xcode ແລະ ຈະມີສະເພາະເທິງເຄື່ອງ Mac ເທົ່ານັ້ນ. ສະນັ້ນແລ້ວແອັບຯ Swifty ຈະເປັນຕົວເລືອກທີ່ດີທີ່ສຸດສຳລັບຄົນທີ່ຢາກເລີ່ມສຶກສາພາສາ Swift ເພື່ອນຳໄປພັດທະນາແອັບຯໃນ iPhone ແລະ iPad, ແຕ່ຍັງບໍ່ທັນມີເຄື່ອງ Mac ໃຊ້ ຫຼື ຍັງບໍ່ທັນຢາກລົງທຶນຊື້ Mac ມາໃຊ້.

ແອັບຯ Swifty ເປີດໃຫ້ດາວໂຫລດລ້າ ສາມາດເຂົ້າໄປດາວໂຫລດໄດ້ທີ່ App Store

ລອງອ່ານກ່ຽວກັບ  Free App ໃນ Android Market ແຊງຫນ້າ Free App ຂອງ iPhone ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.