ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google ປ່ອຍ Android 5.0 Lollipop ໃຫ້ອັບເກຼດແລ້ວ

Android Apps, ຂ່າວໄອທີ

Android 5.0

ຫຼ້າສຸດທາງບໍລິສັດ Google ໄດ້ປ່ອຍລະບົບປະຕິບັດການລຸ້ນໃຫມ່ຫຼ້າສຸດ Android 5.0 Lollipop ໃຫ້ອັບເກຼດກັນເປັນທີ່ຮຽບຮ້ອຍແລ້ວ.  ເຊິ່ງປະຈຸບັນແມ່ນໂທລະສັບ Nexus 5, ແທັບເລັດ Nexus 10 ແລະ Nexus 7 ເວີຊັ່ນ Wifi ໄດ້ຮັບການອັບເກຼດໄປເປັນທີ່ຮຽບຮ້ອຍແລ້ວ. ອີງຈາກການອ້າງອີງໃນທະວິດເຕີຂອງ Android, ອຸປະກອນຕະກຸນ Nexus ລຸ້ນອື່ນໆ ແມ່ນຈະຮັບການອັບເດດໃນໄວໆນີ້.

ໃນເບື້ອງຕົ້ນຜູ້ຂຽນເອງໄດ້ມີໂອການນຳໃຊ້ລຸ້ນ Preview ແຕ່ປະຈຸບັນໄດ້ອັບເກຼດໄປເປັນເວີຊັ່ນສົມບູນຮຽບຮ້ອຍແລ້ວ ແລະຢາກບອກວ່າ Android 5.0 ນັ້ນໄວຂຶ້ນຫຼາຍ ແລະລ່ຽນໄຫລດີ. ສຳລັບຜູ້ຂຽນມີຄວາມເຫັນວ່າ Android ເວີຊັ່ນນີ້ຈະໄດ້ຮັບຜົນຕອບຮັບສູງ ໂດຍສະເພາະການອອກແບບທີ່ Google ເອີ້ນວ່າ Material Design ເຊິ່ງທາງ Google ກໍ່ໄດ້ປັບຮູບແບບໜ້າຕາຂອງບໍລິການ ແລະແອັບຯຕ່າງໆໄປເປັນ Material Design ໝົດແລ້ວ.

ສຳລັບທ່ານຜູ້ໃຊ້ອຸປະກອນອື່ນທີ່ບໍ່ແມ່ນຕະກຸນ Nexus ແມ່ນໃຫ້ຕິດຕາມການປະກາດຂອງຜູ້ຜະລິດອຸປະກອນຂອງທ່ານ ແລະເຊື່ອວ່າອຸປະກອນທີ່ອອກມາບໍ່ດົນນີ້ຈະໄດ້ຮັບການອັບເກຼດແນ່ນອນ.

 

ລອງອ່ານກ່ຽວກັບ  LG ເປີດໂຕ Optimus Black ພ້ອມຟີເຈຼີ່ WiFi Direct [CES 2011]

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.