ເລື່ອງລາວຂອງ TECH, STARTUP, ແລະ DIGITAL

RIM ອອກແອັບຯ BBM ສຳລັບ iOS ແລະ Android ແລ້ວ

Android Apps, iOS Apps, ຂ່າວໄອທີ

6th-ave-with-empire-state-building

ຫຼ້າສຸດຝັນຂອງຄົນທີ່ຖິ້ມ BlackBerry ແລະ ຄົນທີ່ໃຊ້ໂທລະສັບຂອງລະບົບອື່ນທີ່ຢາກແຊັດກັບ BBM ກໍ່ເປັນຈິງ ເມື່ອທາງບໍລິສັດ RIM ໄດ້ຕັດສິນໃຈອອກແອັບຯ BBM ສຳລັບ iOS ແລະ Android ເພື່ອກະຕຸ້ນຜູ້ໃຊ້ລະບົບສົ່ງຂໍ້ຄວາມຂອງຕົນເອງ. ເຊິ່ງປະຈຸບັນຜູ້ໃຊ້ iOS ແລະ Android ສາມາດດາວໂຫລດ BBM ມາຕິດຕັ້ງໃນອຸປະກອນຂອງຕົນເອງໄດ້ແລ້ວ ແລະສາມາດສະໝັກເພື່ອຮັບເອົາ PIN ສ່ວນຕົວໄດ້.

ສຳລັບ BBM ໃນ iOS ແລະ Android ນີ້ ແນ່ນອນຈະເຮັດວຽກເຊັ່ນດຽວກັບ BBM ໃນ BlackBerry ແລະຈະສາມາດໃຊ້ສົນທະນາກັບ BBM ໃນ BlackBerry ໄດ້ເຊັ່ນກັນ. ຢ່າງໃດກໍ່ຕາມ ປະຈຸບັນທ່ານຍັງຕ້ອງໄດ້ລໍຖ້າ (ປະມານສອງມື້) ໂດຍການສະໝັກອີເມວເຂົ້າໄປເພື່ອຂໍເອົາ PIN ຈາກທາງ RIM ແລ້ວຫຼັງຈາກນັ້ນທ່ານກໍ່ຈະສາມາດນຳໃຊ້ໄດ້ທັນທີ.

ທີ່ມາ – RIM

ລອງອ່ານກ່ຽວກັບ  Facebook ຕຽມສະຫລອງຍອດຜູ້ໃຊ້ທະລຸ 500ລ້ານ ອາທິດນີ້

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.