ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ມາຕອບປັນຫາຄວາມກັງວົນໃນ Touch ID ໂຕໃຫມ່ຂອງ Apple

ຂ່າວໄອທີ

Touch ID Sensor

ຫຼັງຈາກ iPhone 5S ອອກມາ ຫຼາຍຄົນອາດຈະມີຄຳຖາມດຽວກັນກ່ຽວກັບເຊັນເຊີ Touch ID ໂຕໃຫມ່ຂອງ Apple. ໃນສັງຄົມຂອງອິນເຕີເນັດປະຈຸບັນ ຫຼາຍຄົນກັງວົນແລະຕັ້ງຄຳຖາມຂຶ້ນມາວ່າ ຫາກມີໂຈນມາລັກເອົາໂທລະສັບ iPhone 5S ຂອງຕົນເອງໄປ, ຕົນເອງຈະຕົກຢູ່ໃນຄວາມສ່ຽງທີ່ຈະຖືກຕັດນິ້ວມືໄປນຳຫຼືບໍ່? ເຊິ່ງຄວາມກັງວົນນີ້ສ່ວນໃຫຍ່ແລ້ວພວກເຮົາຈະເຫັນມາຈາກໜັງ ຫຼືລະຄອນຕ່າງໆ. ຂໍ້ກັງວົນນີ້ຖືກຕອບອອກມາ ແລະເຮັດໃຫ້ທຸກຄົນສະບາຍໃຈໄດ້ແລ້ວວ່າ ຫາກໂຈນທີ່ລັກໂທລະສັບຂອງທ່ານ ພ້ອມກັບຕັດນິ້ວມືຂອງທ່ານໄປນັ້ນ ຈະບໍ່ສາມາດປົດລັອກເຂົ້າໂທລະສັບຂອງທ່ານໄດ້ຢ່າງແນ່ນອນ. ຄຳຕອບ ແລະຂໍ້ເທັດຈິງດັ່ງກ່າວໄດ້ມາຈາກລັກສະນະການເຮັດວຽກຂອງເຊັນເຊີດັ່ງກ່າວ ເຊິ່ງມີຂັ້ນຕອນ ແລະການເຮັດວຽກຫຼັກໆສອງຢ່າງດັ່ງຕໍ່ໄປນີ້:

– ອັນທຳອິດແມ່ນເອີ້ນວ່າ Capacitive. ເຊັນເຊີ Capacitive ຈະເຮັດຜ່ານກະແສໄຟຟ້ານ້ອຍໆຜ່ານຜິວໜັງຂອງຄົນເຮົາ ຫຼືຂອງຜູ້ໃຊ້. ເຊິ່ງຄົນເຮົາທຸກໆຄົນມີກະແສໄຟຟ້າຂະຫນາດນ້ອຍຢູ່ໃນຕົວຢູ່ແລ້ວ ເຊິ່ງເທັກໂນໂລຢີ Capacitive ນີ້ຈະເປັນໂຕກວດຈັບນິ້ວນີ້ຂອງທ່ານ ເຊິ່ງການເຮັດວຽກດັ່ງກ່າວກໍ່ຄ້າຍຄືກັບໜ້າຈໍສຳພັດທີ່ມີໃນ iPhone ຫຼືສະມາດໂຟນຈໍສຳພັດທົ່ວໄປ.

– ຄື້ນຄວາມຖີ່ວິທະຍຸ ຫຼື RF. ໂຕນີ້ແມ່ນປັດໃຈຫຼັກທີ່ຕອບຂໍ້ຄ່ອງໃຈຂອງພວກເຮົາ ເຊິ່ງມັນເຮັດໜ້າທີ່ກວດຈັບຜິວໜັງ ຫຼືລາຍນິ້ວມືຂອງຜູ້ໃຊ້. ທີ່ສຳຄັນຄື RF ໂຕນີ້ຈະບໍ່ກວດຈັບ ຫຼືບໍ່ຕອບສະໜອງຕໍ່ຜິວໜັງທີຕາຍໄປແລ້ວ ຫຼືເວົ້າງ່າຍໆກໍ່ຄືຈະກວດຫາຈຸລັງທີ່ຢູ່ດ້ານໄຕ້ຜິວໜັງ. ສະນັ້ນ, ເມື່ອນິ້ວມືຂອງຜູ້ໃຊ້ຖືກຕັດອອກໄປເພື່ອຈະນຳໄປປົດລັອກເຂົ້າສູ່ຕົວເຄື່ອງນັ້ນ ຈະບໍ່ສາມາດເປັນໄປໄດ້ ເນື່ອງຈາກຫຼັງການຕັດນິ້ວມືອອກໄປນັ້ນ ຈຸລັງຫຼາຍຕົວໄດ້ຕາຍໄປ.

ຈາກການເຮັດວຽກຂອງສອງຢ່າງຂ້າງເທິງນີ້ ເຮົາກໍ່ສະບາຍໃຈໄດ້ເລີຍວ່າຈະບໍ່ມີການຕັດນິ້ວມືໄປພ້ອມກັບ iPhone ເກີດຂຶ້ນ (ບໍ່ແນ່). ແຕ່ຢ່າງໃດກໍ່ຕາມ ນອກຈາກການເຂົ້າສູ່ຕົວເຄື່ອງໂດຍການສະແກນນິ້ວມືແລ້ວ iPhone 5S ຍັງໃຊ້ການເຂົ້າລະຫັດ PIN ສີ່ໂຕເລກເປັນໂຕສຳຮອງ ເຊິ່ງຜູ້ທີ່ລັກໄປອາດຈະສາມາດເຂົ້າສູ່ຕົວເຄື່ອງໄດ້ໂດຍທີ່ບໍ່ຕ້ອງການລາຍນິ້ວມືຂອງຜູ້ໃຊ້ເລີຍ.

ທີ່ມາ – Tuaw

ລອງອ່ານກ່ຽວກັບ  Apple ຕຽມຈັດງານ Back to the Mac ໃນເດືອນນີ້

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.