ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google ປ່ອຍແອັບຯ Quickoffice ໃຫ້ດາວໂຫລດຟຼີທັ້ງ iOS ແລະ Android ແລ້ວ

Android Apps, iOS Apps, ຂ່າວໄອທີ

finalconsumerquickoffice6.1

ຫຼັງຈາກທີ່ບໍລິສັດ Google ເຮົາຊື້ກິດຈະການຂອງ Quickoffice ໄປເມື່ອບໍດົນມານີ້, ປະຈຸບັນ Google ກໍ່ປະກາດ ແລະອອກແອັບຯ Quickoffice ຊຸດໂປຼແກຼມສ້າງ ແລະແກ້ໄຂເອກະສານໃນອຸປະກອນ iOS ແລະ Android ໃຫ້ຜູ້ໃຊ້ນຳໄປໃຊ້ໄດ້ລ້າໆ. ເຊິ່ງການອອກແອັບຯດັ່ງກ່າວໃຫ້ໃຊ້ຟຼີໆນີ້ ທາງຫຼາຍສຳນັກຂ່າວກໍ່ອົດຄິດບໍ່ໄດ້ວ່າ Google ກຳລັງແຂ່ງກັບ Apple ໃນເລື່ອງແອັບຈັດການ ແລະສ້າງເອກະສານ ທີ່ທາງ Apple ຫາກໍ່ປະກາດໃຫ້ຜູ້ໃຊ້ສາມາດດາວໂຫລດນຳໄປໃຊ້ລ້າໆ.

ສຳລັບຊຸດໂປຼແກຼມ Quickoffice ນັ້ນຈະສາມາດສ້າງ ແລະແກ້ໄຂ ພ້ອມກັບເປີດເອກະສານ MS Word, Excel, ແລະ Power Point. ນອກນັ້ນແລ້ວ ໃນ Quickoffice ຍັງໄດ້ມີບໍລິການເຊື່ອມຕໍ່ກັບ Google Drive ເຊິ່ງມີພື້ນທີ່ເກັບຂໍ້ມູນໄດ້ລ້າໆເຖິງ 15GB ພ້ອມຮອງຮັບຄວາມສາມາດການແບ່ງປັນໄຟລ໌ເອກະສານຜ່ານ Google Drive ອີກດ້ວຍ.

ສຳລັບຜູ້ໃຊ້ທ່ານໃດທີ່ມັກນຳໃຊ້ແທັບເລັດໃນການເຮັດວຽກ Quickoffice ນີ້ອາດຈະຕອບໂຈດຂອງທ່ານໄດ້ ແລະສາມາດດາວໂຫລດນຳໄປໃຊ້ໄດ້ລ້າທີ່ AppStore ແລະ Google Play Store. ລຸ້ນທີ່ຮອງຮັບແມ່ນ iPad, iPhone, iPod touch ແລະ ໂທລະສັລ ແລະແທັບເລັດ Android.

ດາວໂຫລດ: Google PlayAppStore

ທີ່ມາ –  Engadget 

ລອງອ່ານກ່ຽວກັບ  Larry Page ຮັບຊ່ວງເປັນ CEO ຂອງ Goolge ແທນ Eric Schmidt

Souliyo

Co-Founder and CTO of BIZGITAL and LOCA

Leave a Reply to Anonymous Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.