ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Apple ປ່ອຍ iOS 7 ໃຫ້ອັບເດດກັນຢ່າງເປັນທາງການແລ້ວ

ຂ່າວດ່ວນ, ຂ່າວໄອທີ

iOS7 cap

ການລໍຖ້າໄດ້ຈັບລົງແລ້ວ ເມື່ອບໍລິສັດ Apple ໄດ້ປ່ອຍຊຸດອັບເດດ iOS 7 ອອກມາໃຫ້ອຸປະກອນ iPhone, iPod ແລະ iPad ໄດ້ອັບເດດກັນເປັນທີ່ຮຽບຮ້ອຍແລ້ວ. ສຳລັບລຸ້ນຜູ້ໃຊ້ທ່ານໃດທີ່ໃຊ້ອຸປະກອນເຫຼົ່ານີ້ຢູ່ກໍ່ສາມາດເຂົ້າໄປອັບເດດໄດ້ແລ້ວບໍ່ວ່າຈະຜ່ານຕົວເຄື່ອງ ຫຼື ຜ່ານຄອມພິວເຕີກໍ່ໄດ້. ແຕ່ກ່ອນທີ່ຈະເຮັດການອັບເດດນັ້ນ ຜູ້ຂຽນເອງຂໍແນະນຳໃຫ້ເຮັດການສຳຮອງ ຫລື Back up ຂໍ້ມູນຂອງທ່ານກ່ອນ ເພື່ອຄວາມປອດໄພ.

ນີ້ແມ່ນອຸປະກອນລຸ້ນຕ່າງໆທີ່ຮອງຮັບ iOS 7

– iPhone 4

– iPhone 4S

– iPhone 5

– iPhone 5C

– iPhone 5S

– iPad 2, 3, 4 ແລະ iPad mini

– iPod touch 5th

ສຳລັບຜູ້ທີ່ຢາກດາວໂຫລດເປັນໄຟລ໌ມາກັບໄວ້ໃນຄອມພິວເຕີກ່ອນ ແລ້ວໄວ້ອັບເດດຕາມຫຼັງ ຫຼືເກັບໄວ້ອັບເດດໃຫ້ໝູ່ທີ່ໃຊ້ອຸປະກອນລຸ້ນດຽວກັນກໍ່ສາມາດເຮັດໄດ້ ເຊິ່ງລິ້ງຂ້າງລຸ່ມນີ້ເປັນໄຟລ໌ iOS 7 ຂອງອຸປະກອນແຕ່ລະລຸ້ນ ທີ່ສາມາດດາວໂຫລດມາເກັບໄວ້ໄດ້.

ລອງອ່ານກ່ຽວກັບ  Apple ເປີດໂຕ iPhone 5C, iPhone 5S ແລະຕຽມພ້ອມການອັບເກດ iOS 7

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.