ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google ອັບເດດແອັບຯ Google Translate ໃນ iOS ແລ້ວ (ຮອງຮັບພາສາລາວ)

iOS Apps, ຂ່າວໄອທີ

google translate for ios7

ໃນທີ່ສຸດພະແນກ Google Translate ຂອງທາງ Google ກໍ່ໄດ້ອັບເດດແອັບຯ Translate ສຳລັບ iOS ເສຍທີ ຫຼັງຈາກທີ່ຢຸດການອັບເດດໄປເກືອບເປັນເວລາໜຶ່ງປີ. ເຊິ່ງແອັບຯ Google Translate ເວີຊັ່ນໃຫມ່ນີ້ໄດ້ຖືກອອກແບບໃຫ້ຮອງຮັບໜ້າຈໍຂະຫນາດ 4ນິ້ວ ແລະມີຮູບແບບໜ້າຕາທີ່ເຂົ້າກັບ iOS 7. ກໍ່ບໍ່ມີຫຍັງແປກໃຫມ່ໃນການອັບເດດໃຫມ່ຄັ້ງນີ້ ແຕ່ນອກຈາກໜ້າຕາໃຫມ່ຂອງໂຕແອັບຯເອງແລ້ວ ປະຈຸບັນ Google Translate ສຳລັບ iOS ນັ້ນຮອງຮັບການແປເປັນພາສາລາວແລ້ວເປັນທີ່ຮຽບຮ້ອຍ.

ຮູບທາງດ້ານລຸ່ມນີ້ແມ່ນຮູບຕົວຢ່າງຂອງແອັບຯ ແລະການແປເປັນພາສາລາວ ແຕ່ເຖິງແນວໃດກໍ່ຕາມ Google Translate ໃນພາສາລາວນັ້ນຍັງໃຫມ່ຫຼາຍ ແລະຍັງຕ້ອງການການພັດທະນາ ແລະການປ້ອນຂໍ້ມູນຈາກຜູ້ໃຊ້ຢູ່. ສະນັ້ນແລ້ວຊ່ວຍໆກັນໃຊ້ ແລະໂວດຄຳແປຊ່ວຍກັນເພື່ອໃຫ້ມັນສະຫຼາດຂຶ້ນ.

20130919-234752.jpg

 

20130919-234824.jpg

ດາວໂຫລດ – AppStore

ລອງອ່ານກ່ຽວກັບ  Facebook ປັບປຸງລະບົບຄວາມເປັນສ່ວນໂຕ ເພຶ່ອຕໍ່ກອນກັບ Google +

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ສະບາຍດີ ອ້າຍ souliyo ຄືນ້ອງມີບັນຫາໂທລະສັບsamsung note 4 ອ່ານ ພາສາລາວບ່ຮູ້ວ່າເປັນຫຍັງນ້ອງໄປ download galasy laoDroid ມາແຕ່ບໍ່ຮູ້ໄປຕິດຕັ້ງໃຫ້ມັນອ່ານໄດ້

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.