ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Apple ID ແມ່ນຫຍັງ ແລະເປັນຫຍັງເຮົາບໍ່ຄວນໃຊ້ຮ່ວມກັນກັບຄົນອື່ນ?

ລາຍງານພິເສດ

ປັນຫາ Apple ID ເປັນປັນຫາໜຶ່ງທີ່ຂ້າພະເຈົ້າຢາກເວົ້າວ່າເປັນປັນຫາໂລກແຕກຂອງຜູໃຊ້ອຸປະກອນ iOS ເຊັ່ນ iPhone, iPod ແລະ iPad ໃນບ້ານເຮົາ. ເນື່ອງຈາກຂ້າເຈົ້າເຫັນໝູ່, ຍາດພີ່ນ້ອງ ແລະຄົນຮູ້ຈັກຫຼາຍຄົນທີ່ຍັງບໍ່ຮູ້ຈັກວ່າ Apple ID ແມ່ນຫຍັງ, ເປັນຫຍັງເຮົາຈຶ່ງຕ້ອງການມັນ, ມັນມີຄວາມຈຳເປັນຫຍັງ, ແລະບາງຄົນຍັງບໍ່ຮູ້ໂຕດ້ວຍຊ້ຳວ່າກຳລັງໃຊ້ງານ Apple ID ຂອງຄົນອື່ນ ຫຼືຂອງຮ້ານທີ່ຕົນເອງນຳເອົາອຸປະກອນຂອງຕົນເອງໄປຕິດຕັ້ງແອັບຯ ແລະເກມ ນອກນັ້ນບາງຄົນຍັງໃຊ້ Apple ID ຂອງທາງຮ້ານທີ່ຕົນເອງຊື້ອຸປະກອນນຳ.

ຫຼາຍຄົນອາດຈະຄິດບໍ່ເຖິງວ່າ Apple ID ມີຄວາມສຳຄັນ ແລະຄວາມຈຳເປັນຫລາຍໃນການໃຊ້ງານອຸປະກອນຂອງ Apple. ສະນັ້ນ ຜູ້ຂຽນເອງຢາກໃຫ້ສະຫຼະເວລາອັນເລັກໜ້ອຍ ເພື່ອອ່ານ ແລະສຶກສາກ່ຽວກັບມັນວ່າ Apple ID ແມ່ນຫຍັງ ແລະເປັນຫຍັງເຮົາບໍ່ຄວນໃຊ້ຮ່ວມກັບຄົນອື່ນ? ຜູ້ຂຽນຮັບຮອງວ່າທ່ານຈະບໍ່ເສຍໃຈກັບເວລາທີ່ເສຍໄປ.

ເລີ່ມກັນທີ່ Apple ID ແມ່ນຫຍັງ? ສຳລັບຫຼາຍຄົນທີ່ບໍ່ຮູ້ຈັກ ຫຼືກຳລັງສົງໄສຢູ່, Apple ID ແມ່ນຊື່ ຫຼືບັນຊີສຳລັບໃຊ້ເຄື່ອນໄຫວຕ່າງໆເຊັ່ນ: ການດາວໂຫລດ, ການຊື້, ການເກັບຂໍ້ມູນເບີໂທ, ແລະອື່ນໆຂອງອຸປະກອນຂອງຜູ້ໃຊ້. Apple ID ຖືວ່າສຳຄັນຫຼາຍ, ເພາະຫາກບໍ່ມີມັນ ທ່ານຈະບໍ່ສາມາດດາວໂຫລດແອັບຯ, ເພງ, ຮູບເງົາ, ແລະຊື້ຄອນເທັ້ນພວກນີ້ໄດ້. ສະນັ້ນ ມັນຈຶ່ງສຳຄັນຫຼາຍທີ່ຜູ້ໃຊ້ທຸກຄົນຕ້ອງມີໄວ້ເປັນສິ່ງທຳອິດ.

ຕາມຈຸດປະສົງຂອງການໃຊ້ງານຂອງ Apple ID ເຮົາສາມາດເຫັນໄດ້ວ່າມັນມີຄວາມຈຳເປັນຫຼາຍ ເຊິ່ງນອກຈາກຄວາມຈຳເປັນແລ້ວ ມັນຍັງເປັນບ່ອນທີ່ບັນທຶກຂໍ້ມູນສ່ວນຕົວຂອງເຮົາຫຼາຍຢ່າງ, Apple ID ສາມາດໃຊ້ໃນການຈັບພິກັດ iPhone, iPod ແລະ iPad ໄດ້. ນອກນັ້ນມັນຍັງເປັນບ່ອນທີ່ບັນທຶກ ແລະສຳຮອງຂໍ້ມູນຕ່າງໆຂອງອຸປະກອນຂອງຜູ້ໃຊ້ນຳອີກດ້ວຍ, ຂໍ້ມູນເຫຼົ່ານັ້ນໄດ້ແກ່ ລາຍຊື່ເບີໂທລະສັບ,​ ຂໍ້ຄວາມ, ຮູບພາບ, ຕາຕາລາງນັດໝາຍ, ບັນທຶກທີ່ຂຽນໃນ Note, ລວມເຖິງຂໍ້ມູນການເຂົ້າຊົມເວັບໄຊຕ໌ ແລະການຕັ້ງຄ່າຂອງຕົວເຄື່ອງອີກດ້ວຍ. ຫຼືຈະເວົ້າອີກຢ່າງໜຶ່ງກໍ່ຄື ມັນເປັນບັນຊີທີ່ເກັບກັບຂໍ້ມູນເກືອບທຸກຢ່າງທີ່ມີຢູ່ໃນອຸປະກອນ ເພາະບັນຊີດັ່ງກ່າວນັ້ນໄດ້ເຊື່ອມໂຍງກັບບໍລິການ iCloud ແລະ Apple ເອງກໍ່ອອກແບບໃຫ້ມັນເຮັດວຽກ ແລະເຊື່ອມໂຍງກັບບໍລິການດັ່ງກ່າວໄດ້ດີ. ສະນັ້ນແລ້ວເຮົາບໍ່ຄວນທີ່ຈະໃຊ້ບັນຊີຮ່ວມກັບຄົນອື່ນໂດຍເດັດຂາດ (ໂດຍສະເພາະຄົນທີ່ບໍ່ສະໜິດ ຫຼືບໍ່ຮູ້ຈັກເຊັ່ນວ່າຮ້ານຮັບດາວໂຫລດ) ເພື່ອປົກປ້ອງຄວາມເປັນສ່ວນຕົວຂອງເຮົາເອງ.

ຫາກໃຊ້ Apple ID ຮ່ວມກັບຄົນອື່ນຈະເກີດຫຍັງຂຶ້ນ? ຫາກຜູ້ກ່ຽວບໍ່ສົນໃຈເຖິງເລື່ອງຕ່າງໆທາງຂ້າງເທິງນັ້ນ ກໍ່ຖືວ່າບໍ່ຕ້ອງໄປສົນໃຈຫຍັງ. ແຕ່ສິ່ງທີ່ເຈົ້າຂອງບັນຊີທີ່ແທ້ຈິງສາມາດເຮັດໄດ້ນັ້ນມີຫຼາຍຢ່າງ ຕັ້ງແຕ່ລົບກວນ, ຕິດຕາມ, ລັກຂໍ້ມູນ, ແລະອື່ນໆ-ຂຶ້ນກັບກໍແຕ່ລະກໍລະນີ. ຂ້າງລຸ່ມນີ້ເປັນຕົວຢ່າງສະຖານະການທີ່ອາດຈະເກີດຂຶ້ນໄດ້:

– ເຈົ້າຂອງບັນຊີທີ່ແທ້ຈິງ ທີ່ມີລະຫັດຂອງ Apple ID ສາມາດສັ່ງງານໃຫ້ອຸປະກອນຕ່າງໆສົ່ງສຽງດັງອອກມາໄດ້ ໂດຍຜ່ານແອັບຯ Find My iPhone

– ເຈົ້າຂອງບັນຊີທີ່ແທ້ຈິງສາມາດສັ່ງລັອກອຸປະກອນຕ່າງໆໄດ້ ໂດຍຜ່ານແອັບຯ Find My iPhone

– ເຈົ້າຂອງບັນຊີທີ່ແທ້ຈິງ ສາມາດສັ່ງລຶບຂໍ້ມູນທຸກຢ່າງໃນອຸປະກອນຕ່າງໆໄດ້ ໂດຍຜ່ານແອັບຯ Find My iPhone

– ເຈົ້າຂອງບັນຊີທີ່ແທ້ຈິງສາມາດເຂົ້າເບິງຮູບພາບຈາກອຸປະກອນຕ່າງໆໄດ້ ໂດຍຜ່ານ Photo Stream (ຫາກມັນຖືກເປີດຢູ່)

– ເຈົ້າຂອງບັນຊີທີ່ແທ້ຈິງສາມາດເຂົ້າເບິ່ງຂໍ້ມູນລາຍຊື່ຜູ້ຕິດຕໍ່ ຫຼືເບີໂທລະສັບທີ່ບັນທຶກໄວ້ໃນຕົວເຄື່ອງໄດ້

ແລະຍັງມີຫຼາຍຢ່າງທີ່ເຈົ້າຂອງບັນຊີສາມາດເຮັດໄດ້ ເຊິ່ງຂຶ້ນກັບແຕ່ລະກໍລະນີ ແລະການຕັ້ງຄ່າຂອງແຕ່ລະອຸປະກອນນັ້ນໆ. ແຕ່ສິ່ງທີ່ໜ້າສົນໃຈຄື Apple ໄດ້ເພີ່ມຄວາມສາມາດໃຫມ່ເຂົ້າໄປໃນອຸປະກອນ iOS7 ທຸກໂຕ ເຊິ່ງມັນມີຊື່ວ່າ Find My iPhone Activation Lock ຄວາມສາມາດນີ້ແມ່ນເປັນປະເດັນຫຼັກໆທີ່ຜູ້ກ່ຽວຢາກນຳມາເວົ້າໃຫ້ຟັງເຖິງຄວາມສາມາດຂອງມັນ.

10b

Find My iPhone Activation Lock ຈະເຮັດໜ້າທີ່ລັອກຕົວເຄື່ອງຢ່າງຖາວອນ ແລະບໍ່ສາມາດນຳອຸປະກອນເຄື່ອງນັ້ນກັບມາໃຊ້ໄດ້ອີກ ຈົນກວ່າຜູ້ກ່ຽວຈະມີ Apple ID ແລະລະຫັດຜ່ານຂອງບັນຊີທີ່ໃຊ້ໃນການລັອກອຸປະກອນນັ້ນໆ. ໃນອີກຄວາມໝາຍໜຶ່ງກໍ່ຄື ຫາກເຈົ້າຂອງບັນຊີທີ່ແທ້ຈິງໄດ້ສັ່ງໃຫ້ລັອກ iPhone ຫຼືອຸປະກອນອື່ນໆຂອງທ່ານ ທ່ານຈະບໍ່ສາມາດນຳມັນກັບມາໃຊ້ໄດ້ອີກ ຈົນກວ່າທ່ານຈະຮູ້ລະຫັດຜ່ານຂອງບັນຊີດັ່ງກ່າວນັ້ນ. ທ່ານຈະບໍ່ສາມາດ Reset ຕົວເຄື່ອງ ຫຼືກະທຳການໃດໆໄດ້. ສິ່ງດຽວໃນການແກ້ບັນຫານີ້ ກໍ່ຄືຕ້ອງຫາຕົວເຈົ້າຂອງບັນຊີທີ່ແທ້ຈິງໃຫ້ພົບ ແລະໃຫ້ຄົນນັ້ນແກ້ລັອກໃຫ້. ເຊິ່ງບາງທີອາດຈະເປັນທາງຮ້ານທີ່ທ່ານໂຫລດແອັບຯ ຫຼືບຸກຄົນສວາຍໂອກາດອື່ນໆກໍ່ເປັນໄດ້.

10a

 

ນອກຈາກເລື່ອງຄວາມເປັນສ່ວນຕົວ ແລະຄວາມປອດໄພແລ້ວ ເລື່ອງເນື້ອຫາ ແລະຄວາມສະດວກສະບາຍຕ່າງໆກໍ່ເປັນອີກເລື່ອງໜຶ່ງທີ່ສຳຄັນ. ທ່ານຈະບໍ່ໄດ້ມີສິດໄດ້ຄອບຄອງແອັບຯ ຫຼືເກມທີ່ມີຢູ່ໃນອຸປະກອນຂອງທ່ານ. ເມື່ອທ່ານປ່ຽນ ຫຼືລ້າງເຄື່ອງຂອງທ່ານ ທ່ານຈະບໍ່ສາມາດກູ້ມັນຄືນກັບມາໄດ້ ນັ້ນໝາຍຄວາມວ່າທ່ານຕ້ອງເລີ່ມຕົ້ນໃຫມ່ກັບທຸກໆຢ່າງ.

ແຕ່ໃນທາງກັບກັນ, ຫາກທ່ານມີ Apple ID ຂອງທ່ານເອງ, ທ່ານຈະສາມາດຊື້, ດາວໂຫລດແອັບຯ ແລະເກມ, ແລະເພງຕ່າງໆໄດ້ ແລະຄອບຄອງໄດ້ດ້ວຍບັນຊີຂອງທ່ານ ນັ້ນໝາຍຄວາມວ່າ ທ່ານສາມາດດາວໂຫລດແອັບຯຫຼືເກມດັ່ງກາວອີກຈັກຄັ້ງກໍ່ໄດ້. ໃນກໍລະນີທີ່ທ່ານໄດ້ເຊື່ອມຕໍ່ການສຳຮອງຂໍ້ມູນກັບ iCloud ທ່ານຈະບໍ່ຈຳເປັນຕ້ອງຕັ້ງຄ່າອຸປະກອນຂອງທ່ານອີກຄັ້ງ ໃນກໍລະນີທີ່ທ່ານປ່ຽນໄປໃຊ້ iPhone ໜ່ວຍໃຫມ່. ທ່ານສາມາດດຶງເອົາຂໍ້ມູນຈາກເຄື່ອງເກົ່າເຂົ້າມາເຄື່ອງໃໝ່ໄດ້ ພຽງແຕ່ໃຊ້ Apple ID ຂອງທ່ານກັບເຄື່ອງໃຫມ່ທີ່ທ່ານຈະໃຊ້ງານ ພຽງເທົ່ານີ້ທ່ານກໍ່ຈະສາມາດດຶງເອົາຂໍ້ມູນຕ່າງລວມທັງເບີໂທຕິດຕໍ່ທີ່ບັນທຶກໄວ້ໃນເຄື່ອງເກົ່າໄດ້ອີກດ້ວຍ.

9b

ກໍລະນີທີ່ທ່ານເຮັດໂທລະສັບເສຍ ຫຼື ລືມໄວ້ໃນບ່ອນໃດນຶ່ງ ຫາກທ່ານມີ Apple ID ຂອງທ່ານເອງ ທ່ານສາມາດໃຊ້ມັນເພື່ອຊອກຫາ ແລະສັ່ງການໂທລະສັບຂອງທ່ານໃຫ້ລັອກ ຫຼື ສົ່ງສຽງ, ຫຼືລຶບຂໍ້ມູນທັງໝົດໃນ iPhone ເຄື່ອງນັ້ນໄດ້ ໂດຍການນຳໃຊ້ Find My iPhone ໃນ iCloud ໂດຍຜ່ານໜ້າເວັບໄດ້. ນອກນັ້ນແລ້ວ ໂອກາດທີ່ຈະໄດ້ເຄື່ອງກັບມານັ້ນຖືວ່າສູງຂຶ້ນມາອີກ ເນື່ອງຈາກທ່ານສາມາດລັອກໂທລະສັບ ແລ້ວໃຫ້ມັນສະແດງຂໍ້ຄວາມ ພ້ອມກັບເບີໂທຕິດຕໍ່ກັບໄດ້ ເພາະແນ່ນອນ ຄົນທີ່ໄດ້ໂທລະສັບຂອງທ່ານໄປນັ້ນ ມີຄວາມເປັນໄປໄດ້ສູງທີ່ຈະເອົາມາສົ່ງຄືນທ່ານ (ດ້ວຍການຕອບແທນເລັກໜ້ອຍ) ເພາະເຖິງເຂົາຈະເອົາໄປ ກໍ່ນຳໄປໃຊ້ງານບໍ່ໄດ້ ແລະເຖິງຈະຂາຍຕໍ່ກໍ່ບໍ່ມີໃຜເອົາ.

ລອງອ່ານກ່ຽວກັບ  ບັນຫາໂລກແຕກ ໄກ່ກັບໄຂ່ ອັນໃດເກີດກ່ອນກັນ ຖືກເປີດເຜີຍແລ້ວ

ການສັງລວມກ່ຽວກັບ Apple ID ທີ່ຂ້າພະເຈົ້າພົບເຫັນມາຫຼາຍສຸດກໍ່ມີເທົ່ານີ້ ສຳລັບໃຜທີ່ມີຄຳຖາມ ຫຼືຄວາມສົງໄສໃນຂໍ້ມູນຕ່າງໆກ່ຽວກັບ Apple ID ກໍ່ສາມາດຖາມໃນກ່ອງສະແດງຄວາມຄິດເຫັນທາງດ້ານລຸ່ມນີ້ໄດ້ ເພາະຂໍ້ມູນກ່ຽວກັບ Apple ID ນັ້ນມີຫຼາຍ, ເຊິ່ງຈະໃຫ້ເວົ້າກັນສອງມື້ກໍ່ບໍ່ໝົດ.

ຮູບພາບຈາກ – www.ilounge.com

 


Souliyo

Co-Founder and CTO of BIZGITAL and LOCA

Comments
  1. dw ni mun me garn hup unlock idevice t tit icloud man kj pai h pharn web eeg theua ng man br @min ga sum gup h y br fai u d thar mb seer

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.