ເລື່ອງລາວຂອງ TECH, STARTUP, ແລະ DIGITAL

iTunes Radio ອາດຈະເລີ່ມໃຫ້ຜູ້ໃຊ້ທົ່ວໄປເຂົ້າໃຊ້ງານໄດ້ໃນເດືອນໜ້າ

ຂ່າວໄອທີ

apple-itunes-radio

ເມື່ອບໍ່ດົນມານີ້ທາງບໍລິສັດ Apple ໄດ້ປະກາດເປີດໂຕບໍລິການ iTunes Radio ໃນງານ WWDC 2013 ຜ່ານມາ. ເຊິ່ງບໍລິການ iTunes Radio ຈະເປັນບໍລິການຟັງເພງ (ວິທະຍຸ) ອອນລາຍໂດຍອີງຕາມສະຖານີທີ່ຜູ້ໃຊ້ຈັດຂຶ້ນ.

ບໍລິການດັ່ງກ່າວໃນປະຈຸບັນໄດ້ເປີດໃຊ້ໃຫ້ນັກພັດທະນາໄດ້ນຳໃຊ້ກັນແລ້ວ ແຕ່ຫຼ້າສຸດມີລາຍງານອອກມາວ່າ Apple ອາດຈະເປີດໃຫ້ຜູ້ໃຊ້ທົ່ວໄປໃຫ້ສາມາດເຂົ້າໃຊ້ງານ iTunes Radio ໃນເດືອນໜ້ານີ້. ຢ່າງໃດກໍຕາມ, ສຳລັບຜູ້ໃຊ້ທີ່ບໍ່ໄດ້ຈ່າຍເງິນ, iTunes Radio ຈະມີໂຄສະນາຂັ້ນໃນທຸກໆ 15ນາທີ (ຕາມແຫຼ່ງຂ່າວ). ສ່ວນຜູ້ໃຊ້ທີ່ໃຊ້ບໍລິການ iTunes Match ຢູ່ແລ້ວນັ້ນ ຈະຖືວ່າເປັນຜູ້ໃຊ້ແບບຈ່າຍເງິນ ແລະ ຈະບໍ່ມີໂຄສະນາຂັ້ນໃນການຟັງເພງ.

ໃນຄວາມຄິດຂອງຜູ້ຂຽນເອງ ບໍລິການລັກສະນະນີ້ ຈະຕອບໂຈດຄົນທີ່ເບື່ອກັບການຟັງເພງທີ່ເກັບໄວ້ໃນອຸປະກອນຂອງຕົນເອງ, ເພາະເພງທີ່ iTunes Radio ເປີດນັ້ນຈະອີງຕາມນັກຮ້ອງ ຫຼືເພງທີ່ໃຊ້ສ້າງສະຖານີ. ສະນັ້ນ ມັນຈະເໝາະສົມກັບຄົນທີ່ມັກຄົ້ນຫາເພງໃຫມ່ໆ ຫຼືເພງໃນລັກສະດຽວກັນກັບເພງ ຫຼືນັກຮ້ອງທີ່ຕົນເອງມັກຢູ່ແລ້ວ.

ທີ່ມາ – Engadget

ລອງອ່ານກ່ຽວກັບ  ສະຖິຕິຄີເວິດທີ່ຄົນຄົ້ນຫາຫຼາຍທີ່ສຸດ ໃນປີ2010 ຂອງ Google

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply to Deandre Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.