ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google ອັບເດດແອັບຯ Youtube ໃຫ້ຮອງຮັບ iPhone 5 ແລະ iPad ແລ້ວ

iOS Apps, ຂ່າວໄອທີ

ຫຼັງຈາກທີ່ Apple ຖອດແອັບຯ Youtube ສຳລັບ iOS ອອກໄປແລ້ວ ທາງ Google ກໍ່ໄດ້ອອກແອັບຯ Youtube ຂອງໂຕເອງອອກມາແທນທັນທີ. ແຕ່ຫລັງຈາກນັ້ນບໍ່ດົນ iPhone 5 ກໍ່ໄດ້ຖືກນຳອອກມາວາງຈຳຫນ່າຍເຊິ່ງເປັນອຸປະກອນທີ່ມີຂະຫນາດຫນ້າຈໍໃຫຍ່ກວ່າ iPhone 4 ແລະ 4S ຈຶ່ງເຮັດໃຫ້ຜູ້ໃຊ້ iPhone 5 ລວມໄປເຖິງຜູ້ໃຊ້ iPad ຕ້ອງໄດ້ລໍຖ້າເວີຊັ່ນທີ່ຮອງຮັບຂະຫນາດຫນ້າຈໍທີ່ໃຫຍ່ຂຶ້ນ.

ຫຼ້າສຸດ Google ໄດ້ອັບເດດແອັບຯ Youtube ເວີຊັ່ນໃຫມ່ຂອງຕົນເອງໃຫ້ກັບລະບົບປະຕິບັດການ iOS ຮຽບຮ້ອຍແລ້ວ. ເຊິ່ງໃນເວີຊັ່ນຫຼ້າສຸດ ແນ່ນອນມັນຮອງຮັບ iPhone 5 ແລະ iPad ຮຽບຮ້ອຍແລ້ວ. ສຳລັບການໃຊ້ງານເບື້ອງຕົ້ນນັ້ນ ຜູ້ຂຽນເຫັນວ່າມັນເລື່ອນໄຫລດີ ແລະ ໃຊ້ງານງ່າຍພ້ອມທັງມີຄວາມສາມາດຕ່າງໆຫລາຍຂຶ້ນ ເຊິ່ງທີ່ຜູ້ຂຽນມັກທີ່ສຸດກໍ່ຄືການຄົ້ນຫາດ້ວຍສຽງ. ສຳລັບໃຜທີ່ກຳລັງໃຊ້ງານ Youtube ໃນ iOS ຢູ່ແລ້ວກໍ່ສາມາດອັບເດດໄດ້ເລີຍ, ສ່ວນໃຜທີ່ໃຊ້ງານ iPad ຫລື iPhone 5 ທີ່ລໍຖ້າແອັບຯ Youtube ຢູ່ກໍ່ສາມາດເຂົ້າໄປດາວໂຫລດໄດ້ທີ່ App Store.

ດາວໂຫລດ: https://itunes.apple.com/us/app/youtube/id544007664?mt=8

ລອງອ່ານກ່ຽວກັບ  ກຳລັງມາແຮງ Dropbox ມີຖານຜູ້ໃຊ້ໃນປະຈຸບັນສູງເຖິງ 25ລ້ານ User

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.