ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Facebook ອອກ Native App ສຳລັບອຸປະກອນ Android ແລ້ວ

Android Apps, ຂ່າວໄອທີ

ຫຼັງຈາກທີ່ Facebook ໃຊ້ເທັກໂນໂລຢີ HTML 5 ເຂົ້າໃນການພັດທະນາແອັບຂອງຕົນເອງໃນອຸປະກອນພົກພາຕ່າງໆແລ້ວພົບວ່າມັນບໍ່ໄດ້ປະສິດທິພາບທີ່ດີສົມຄວນ Facebook ກໍ່ໄດ້ເລີ່ມນັບຫນຶ່ງໃຫມ່ໂດຍການພັດທະນາໃຫ້ເປັນ Native App ແທນແອັບຯທີ່ໃຊ້ HTML 5. ເຊິ່ງກອນຫນ້ານີ້ Facebook ກໍ່ໄດ້ອອກ Native App ໃຫ້ກັບອຸປະກອນພົກພາ iOS ໄປແລ້ວ ແລະຕອນນີ້ກໍ່ມາເຖິງທີຂອງ Android ແລ້ວ. ເຊິ່ງຫລ້າສຸດ Facebook ໄດ້ອັບເດດ Facebook For Android ຂອງຕົນເອງໄປເປັນເວີຊັ່ນ 2.0 ແລ້ວ ເຊິ່ງເປັນການຍົກເຄື່ອງໃຫມ່ທັງຫມົດໃຫ້ມາເປັນ Native App.

ຕາມທີ່ໄດ້ຍິນຄຳຕິຊົມຂອງຫລາຍໆຄົນທີ່ໃຊ້ Facebook For Android ເວີຊັ່ນໃຫມ່ນີ້ແລ້ວ ຜົນການຕອບຮັບ ແລະ ການເຮັດວຽກຂອງມັນຖືວ່າມີປະສິດທິພາບ ແລະ ໄວຂຶ້ນຈາກແຕ່ກ່ອນຫລາຍ. ພ້ອມກັນນັ້ນ ການໃຊ້ງານຍັງເຮັດໃຫ້ລ່ຽນໄຫລຂຶ້ນໄປອີກ. ສຳລັບໃຜທີ່ໃຊ້ງານ Android ຢູ່ຕອນນີ້ກໍ່ສາມາດເຂົ້າໄປອັບເດດ ຫລື ດາວໂຫລດ Facebook ເວີຊັ່ນໃຫມ່ນີ້ໄດ້ແລ້ວທີ່ Google Play Store

ທີ່ມາ – Google Play Store

ລອງອ່ານກ່ຽວກັບ  ຂ່າວລື Samsung ກຳລັງຈະເປີດໂຕ Nexus Two ຕົ້ນເດືອນ ພະຈິກນີ້

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.