ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ວິທີຕິດຕັ້ງແປ້ນພິມພາສາລາວ Souliyo Key ສຳລັບ Mac OS ທຸກລຸ້ນ

FREE WARE, How To..., iOS Apps

ອັບເດດ: 10/10/2018

ສາມາດຕິດຕາມວິດີໂອທາງລຸ່ມນີ້ໄດ້ເລີຍ ສໍາລັບການຕິດຕັ້ງແປ້ນພິມພາສາລາວ ໃຫ້ກັບ MAC OS ທຸກລຸ້ນ

ຂໍ້ມູນທາງລຸ່ມນີ້ແມ່ນຂໍ້ມູນເກົ່າ ອາດຈະບໍ່ສາມາດປະຕິບັດໄດ້ ກະລຸນາເຮັດຕາມວິດີໂອຂ້າງເທິງນີ້.

——————————-

ເນື່ອງຈາກມີໂອກາດໄດ້ມາໃຊ້ Mac OS X ໄດ້ໄລຍະນຶ່ງແລ້ວ ໃນບົດຄວາມນີ້ກໍ່ຖືກມາຂຽນບົດຄວາມວິທີຕິດຕັ້ງແປ້ນພິມພາສາລາວໃຫ້ກັບ Mac OS X. ເຊື່ອວ່າຫຼາຍທ່ານອາດຈະຮູ້ວິທີການຕິດຕັ້ງແປ້ນພິມພາສາລາວໃນ Mac OS X ແລ້ວ, ແຕ່ກໍ່ເຊື່ອຍັງມີຫຼາຍຄົນທີ່ຍັງບໍ່ຮູ້ວິທີຕິດຕັ້ງ. ສະນັ້ນ, ເຮົາມາເລີ່ມກັນເລີຍ.

ກ່ອນອື່ນໃຫ້ທ່ານເຂົ້າໄປດາວໂຫລດ Lao Keyboard ໄດ້ທີ່ http://www.souliyo.com/dl/SouliyoKey.zip (ແປ້ນພິມດັ່ງກ່າວໄດ້ມີການດັດແປງເລັກໜ້ອຍ ເພື່ອໃຫ້ມັນຄືກັນກັບແປ້ນພິມພາສາລາວໂຕອື່ນໆ).

ຫຼັງຈາກດາວໂຫລດມາແລ້ວ ໃຫ້ທ່ານເຂົ້າໄປທີ່ບ່ອນທີ່ທ່ານເກັບໄຟລ໌ດັ່ງກ່າວ ເພື່ອແຕກໄຟລ໌ອອກມາ (ໃນກໍລະນີນີ້ ຂ້າພະເຈົ້າເກັບໄວ້ທີ່ໂຟນເດີ່ Downloads ) ແລະ ເມື່ອແຕກໄຟລ໌ອອກມາແລ້ວກໍ່ຈະເຫັນໂຟນເດີ່ເພີ່ມຂື້ນມາໃກ້ໆກັບໄຟລ໌ທີ່ໄດ້ດາວໂຫລດໄປຢ່າງໃນຮູບທາງລຸ່ມນີ້.

ຫລັງຈາກແຕກໄຟລ໌ອອກມາແລ້ວ ກໍ່ໃຫ້ທ່ານເຂົ້າໄປທີ່ໂຟນເດີ່ Yo_Keyboard ແລ້ວກໍ່ Copy ເອົາໄຟລ໌ທັງໝົດທີ່ຢູ່ທາງດ້ານໃນ. ຫຼັງຈາກນັ້ນໃຫ້ໄປທີ່ Drive ຫຼັກທີ່ເກັບລະບົບປະຕິບັດການໄວ້ ແລ້ວເຂົ້າໄປທີ່ Library > Keyboard Layouts. ຕົວຢ່າງ: Drive ຫຼັກຂອງ Mac ຂອງຂ້າພະເຈົ້າຊື່ວ່າ Macintosh HD ໂຟນເດີ່ດັ່ງກ່າວຈະຢູ່ທີ່ Macintosh HD > Library > Keyboard Layouts ແລະເມື່ອເຂົ້າມາຮອດແລ້ວ ກໍ່ໃຫ້ທ່ານ Paste ໄຟລ໌ທີ່ Copy ມາ ລົງໄປທີ່ໂຟນເດີ່ດັ່ງກ່າວ.

ຫຼັງຈາກທີ່ Copy ເອົາໄຟລ໌ໄປໄວ້ໃນໂຟນເດີ່ Keyboard Layouts ແລ້ວ, ຕໍ່ໄປກໍ່ເປັນຂັ້ນຕອນການເປີດໃຊ້ແປ້ນພິມພາສາລາວ. ໂດຍໃຫ້ທ່ານເຂົ້າໄປທີ່ຮູບ Apple ເພື່ອເຂົ້າໄປທີ່ System Preferences ຫຼັງຈາກນັ້ນກໍ່ໃຫ້ເລືອກທີ່ Keyboard ແລ້ວໃຫ້ເລືອກໄປທີ່ແທບ Input Sources. ຫຼັງຈາກນັ້ນກໍ່ກົດປຸ່ມ (+) ທີ່ດ້ານລຸ່ມຂອງລາຍການພາສາ. ຫຼັງຈາກນັ້ນທ່ານກໍ່ຈະເຫັນໜ້າຕາ Windows ແບບທາງລຸ່ມນີ້ ໃຫ້ທ່ານເລືອກເອົາ Others ແລ້ວທ່ານກໍ່ຈະເຫັນພາສາລາວອອກມາໃຫ້ເລືອກ. ພຽງເທົ່ານີ້ ກໍ່ເປັນອັນວ່າສຳເລັດການຕິດຕັ້ງພາສາລາວ Souliyo Key ແລ້ວ.

addkeyboard in setting

ພຽງເທົ່ານີ້ ກໍ່ເປັນອັນວ່າສຳເລັດການຕິດຕັ້ງແປ້ນພິມພາສາລາວແລ້ວ.

ລອງອ່ານກ່ຽວກັບ  Apple ປະດິດເສົາສັນອາກາດແບບໃຫມ່ ນຳໄປໄວ້ທາງຫລັງໂລໂກ້

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ຊ່ວຍແດ່ ເພາະໂທລະສັບບໍອ່ານສາລາວໃນເວັບ ແລະ ໃຊ້ພິມກະບໍໄດ້
    Nokia x7-00

  2. Sabaidee Souliya,
    I have just new MacBook Pro with OS High Sierra. I downloaded the app above, it works for safari but does not work in Words. How can I solve this problem

    1. ມັນເປັນແນວໃດຈຶ່ງວ່າພິມໃນ Word ບໍ່ໄດ້ນໍ? ຂໍລາຍລະອຽດແນ່

      ອາດຈະເປັນຍ້ອນ Font ລາວບໍ່ມີບໍ?

  3. ຂໍຂອບໃຈອ້າຍສຸລິໂຍທີ່ພັດທະນາໂປແກມເພື່ອຄົນລາວ
    ຂໍຖາມແນ່ແມກບຸກທີ່ລົງໂປແກມໄມໂຄຊອບຟໍແມກໃສ່ແລ້ວເຮັດໃຫ້ໄອເວີກໃນຄອມຫາຍຫມົດມີວິທີກູ້ຄືນໄອເວີກບໍເພາະວ່າໂມໂຄຊອບທີ່ລົງນີ້ເປັນເວີເຊີນພາສາຈີນບໍ່ສາມາດພີມພາສາລາວ

Leave a Reply to outhayassv Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.