ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ພິມພາສາລາວໃນ iPhone ແລະ iPod touch ແບບງ່າຍໆ ໂດຍບໍ່ຕ້ອງ Jailbreak

How To..., iOS Apps

ກ່ອນໜ້ານີ້ທາງເວັບໄດ້ແນະນຳວິທີການເພື່ອເຮັດໃຫ້ iPhone ແລະ iPod touch ຂອງທ່ານສາມາດພິມພາສາລາວໄດ້. ເຊິ່ງກໍ່ມີຫຼາຍຄົນສົ່ງອີເມວເຂົ້າມາຖາມວ່າ ແລ້ວມີວິທີອື່ນບໍ່ທີ່ຈະເຮັດໃຫ້ມັນພິມໄດ້ງ່າຍ ແລະ ສະດວກຂຶ້ນ. ມາມື້ນີ້ຜູ່ຂຽນເອງກໍ່ໄດ້ຄຳຕອບນັ້ນແລ້ວ ແລະ ເຊື່ອວ່າຫຼາຍທ່ານຈະບໍ່ຜິດຫວັງຢ່າງແນ່ນອນ ເພາະມັນຄືແປ້ນພິມພາສາລາວແບບມາດຕະຖານທົ່ວໄປ.

ແປ້ນພິມໂຕນີ້ມີຊື່ວ່າ LaoSMS, ເຊິ່ງພັດທະນາໂດຍ Unitel? ແອັບຯດັ່ງກ່າວນີ້ເປັນແອັບຯສຳລັບໃຊ້ພິມຂໍ້ຄວາມ SMS ແລະ ມັນກໍ່ສາມາດໃຊ້ໄດ້ສະດວກຫຼາຍ ເມື່ອທຽບກັບວິທີທີ່ແນະນຳກ່ອນໜ້ານີ້. ສຳລັບຜູ່ທີ່ສົນໃຈຢາກມີແປ້ນພິມພາສາລາວໄວ້ໃນ iPhone ຂອງຕົນເອງ ແລະ ບໍ່ຢາກ Jailbreak ຕ້ອງໄປດາວໂຫລດມາໃຊ້ເລີຍ ເພາະເພິ່ນແຈ້ງໃຫ້ໃຊ້ຟຼີ ແລະສາມາດປະຕິບັດໄດ້ຕາມຂັ້ນຕອນງ່າຍໆຕໍ່ໄປນີ້:

  • ໃຫ້ທ່ານເຂົ້າໄປທີ່ App Store ໃນ iPhone ຫຼື iPod touch ຂອງທ່ານ ຫຼັງຈາກນັ້ນກໍ່ໃຫ້ທ່ານຄົ້ນຫາໂດຍໃຊ້ຄຳວ່າ LaoSMS ແລ້ວທ່ານກໍ່ຈະເຫັນຜົນການຄົ້ນຫາອອກມາເປັນແອັບຯດັ່ງກ່າວນີ້ໂດຍມີຮູບໂລໂກ້ຂອງ Unitel ເປັນໂລ້ໂກ້ຂອງແອັບຯ.
  • ກົດໄປທີ່ປຸ່ມ Free ເພື່ອດາວໂຫລດ ແລະ ຕິດຕັ້ງແອັບຯດັ່ງກ່າວລົງໄປໃນ iPhone ຫຼື  iPod touch ຂອງທ່ານ.
  • ຫຼັງຈາກນັ້ນ ໃຫ້ທ່ານລໍຖ້າຈົນກວ່າມັນຈະດາວໂຫລດ ແລະ ຕິດຕັ້ງຈົນສຳເລັດ.

ພຽງເທົ່ານີ້ທ່ານກໍ່ມີແປ້ນພິມພາສາລາວໄວ້ໃຊ້ໃນ iPhone ແລະ iPod touch ຂອງທ່ານແລ້ວ. ໃນສ່ວນຂອງການໃຊ້ງານກໍ່ບໍ່ຍາກ ພຽງແຕ່ທ່ານເປີດແອັບດັ່ງກ່າວຂຶ້ນມາ ຫຼັງຈາກນັ້ນກໍ່ພິມຂໍ້ຄວາມທີ່ທ່ານຢາກພິມລົງໄປ ຫຼັງຈາກພິມແລ້ວໝົດແລ້ວ ໃຫ້ທ່ານກົດທີ່  Done ແລ້ວມັນກໍ່ຍ້າຍຂໍ້ຄວາມທີ່ທ່ານພິມໄປທີ່ບ່ອນສົ່ງຂໍ້ຄວາມ SMS ຫຼັງຈາກນັ້ນທ່ານພຽງແຕ່ໃສ່ເບີໂທ ຫຼື ຊື່ຜູ່ທີ່ທ່ານຢາກຈະສົ່ງຫາລົງໄປ ແລ້ວກໍ່ເປັນອັນວ່າພ້ອມສົ່ງແລ້ວ.

ສ່ວນໃຜທີ່ຢາກໂພສລົງໄປໃນ Facebook, Twitter ຫຼື ແອັບຯ ຫຼື ເວັບອື່ນໆ ກໍ່ສາມາດເຮັດໄດ້ເຊັ່ນດຽວກັນ. ພຽງແຕ່ທ່ານຈ້ຳໄປທີ່ໂຕໜັງສືທີ່ທ່ານພິມໄວ້ ແລ້ວເລືອກເອົາ Select All ແລ້ວກໍ່ເລືອກເອົາ Copy ແລ້ວກໍ່ນຳໄປ Past ໃນ Facebook ຫຼື ບ່ອນອື່ນໆທີ່ທ່ານຕ້ອງການໄດ້.

ດາວໂຫລດ: http://itunes.apple.com/us/app/lao-sms/id542281752?mt=8

ລອງອ່ານກ່ຽວກັບ  ວິທີຕິດຕັ້ງແປ້ນພິມພາສາລາວ SOULIYO KEY V2 ແລະຟ້ອນພາສາລາວໃຫ້ກັບ iPhone & iPad

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.