ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Apple ປະກາດຈັດງານຖະແຫຼງຂ່າວເປີດໂຕສິນຄ້າແລ້ວ (iPhone 5)

ຂ່າວໄອທີ

ຫຼ້າສຸດບໍລິສັດ Apple ໄດ້ສົ່ງບັດເຊີນໃຫ້ເຂົ້າຮ່ວມງານຖະແຫຼງຂ່າວເປີດໂຕສິນຄ້າໃຫມ່ຂອງຕົນໄປຍັງບັນດານັກຂ່າວແລ້ວ ແລະ ງານດັ່ງກ່າວຈະຖືກຈັດຂຶ້ນໃນວັນທີ 12 ຕຸລາ 2012 ນີ້. ໃນງານດັ່ງກ່າວນີ້ ຫຼາຍສຳນັກຂ່າວໄດ້ຄາດການວ່າຈະມີການເປີດໂຕ iPhone ລຸ້ນໃຫມ່ເຊິ່ງອາດຈະມີຊື່ວ່າ iPhone 5 ຫຼື The New iPhone ຕາມກະແສຂ່າວລືທີ່ອອກມາທົ່ວອິນເຕີເນັດ. ນອກນັ້ນແລ້ວ Apple ອາດຈະມີຜະລິດຕະພັນໃໝ່ໃນສາຍຂອງແທັບເລັດມາເປີດໂຕເພື່ອເຊີໄພ້ສາວົກ Apple ກັນກໍ່ເປັນໄດ້. ແຕ່ຢ່າງໃດກໍ່ຕາມ, ກໍ່ຕ້ອງຕິດຕາມກັນຕໍ່ໄປວ່າໃນງານນີ້ຈະມີຫຍັງແດ່ ແລະ ທາງເວັບຈະຈັດເປັນລາຍງານພິເສດເພື່ອສະຫຼຸບງານດັ່ງກ່າວນີ້ໃຫ້ທ່ານຜູ່ອ່ານໄດ້ຮັບຮູ້ກັນ.

ທີ່ມາ – Engadget

ລອງອ່ານກ່ຽວກັບ  Kindle 3 ນ້ອຍ,ເບົາ,ຄົມຊັດ ກວ່າລຸ້ນເກົ່າ ລາຄາຖືກລົງ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.