ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Apple ປ່ອຍ iOS 6 ອອກມາໃຫ້ອັບເດດແລ້ວ

ຂ່າວດ່ວນ

ລາຍງານຂ່າວຫຼ້າສຸດ Apple ໄດ້ອອກອັບເດດ iOS 6 ໃຫ້ກັບອຸປະກອນຂອງຕົນເອງແລ້ວ. ເຊິ່ງປະຈຸບັນຜູ້ໃຊ້ສາມາດເຂົ້າໄປອັບເດດຜ່ານ iTunes ຫຼື ແບບ OTA ໃນໂທລະສັບໄດ້ແລ້ວ. ສຳລັບ iOS 6 ນັ້ນຈະບໍ່ມີແຜນທີ່ຂອງ Google ອີກຕໍ່ໄປ ເຊິ່ງຈະມີແຜນທີ່ຂອງທາງ Apple ເອງ ນອກນັ້ນແລ້ວໃນ iOS 6 ຈະບໍ່ມີແອັບຯ Youtube ຕິດມານຳ ເຊິ່ງຜູ້ໃຊ້ສາມາດເຂົ້າໄປດາວໂຫລດເອງໄດ້ຈາກ AppStore ຂອງ Apple. ສຳລັບລາຍລະອຽດເພີ່ມເຕີມກ່ຽວກັບ iOS 6 ທີ່ທາງ Apple ບອກວ່າມີຫຼາຍກວ່າ 200 features ນັ້ນທ່ານສາມາດເຂົ້າໄປເບິ່ງໄດ້ທີ່ລິ້ງທີ່ມາທາງດ້ານລຸ່ມນີ້.

ສຳລັບໃຜທີ່ຕ້ອງໄຟລ໌ iOS 6 ໄປອັບເດດແບບອອຟລາຍກໍ່ສາມາດດາວໂຫລດຕາມລຸ້ນຂອງທ່ານທາງລຸ່ມນີ້ໄດ້

ທີ່ມາ – http://www.apple.com/ios/whats-new/

 

ລອງອ່ານກ່ຽວກັບ  ຂ່າວລື: iPad ລຸ້ນ 2 ກຳລັງຈະຖືກສົ່ງໄປຍັງ Apple ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.