ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google ໄດ້ເພີ່ມພາສາລາວເຂົ້າໄປໃນ Google Translate ແລ້ວ

ຂ່າວໄອທີ

ລາຍງານຂ່າວຫຼ້າສຸດເຊິ່ງເປັນຂ່າວດີສຳລັບຜູ່ໃຊ້ໃນປະເທດລາວ ແລະ ຄົນຕ່າງຊາດທີ່ຕ້ອງການຮູ້ພາສາລາວເລີຍກະວ່າໄດ້ ເມື່ອ Google ໄດ້ເພີ່ມພາສາລາວເຂົ້າໄປໃນເຄື່ອງມືແປພາສາ Google Translate ໄປເປັນທີ່ຮຽບຮ້ອຍແລ້ວ. ທັ້ງນີ້ ການເພີ່ມພາສາລາວເຂົ້າໄປໃນ Google Translate ໄດ້ເຮັດໃຫ້ Google Translate ມີທັງໝົດ 65 ພາສາ ແລະ ພາສາລາວກໍ່ເປັນພາສາທີ 65.

ຢ່າງໃດກໍ່ຕາມ, ສຳລັບພາສາລາວໃນ Google Translate ນັ້ນຍັງບໍ່ຄ່ອຍສົມບູນດີ ເມື່ອທຽບກັບພາສາອື່ນໆ. ສະນັ້ນແລ້ວ Google ຈຶ່ງຍັງໃຫ້ພາສາລາວຢູ່ໃນສະຖານະ Alpha ຢູ່. ຕໍ່ໄປນີ້ກໍ່ເປັນຂັ້ນຕອນໃນການເກັບຂໍ້ມູນເພື່ອປັບປຸງລະບົບໃຫ້ດີຂຶ້ນ ແລະ ຂ່າວດີຄືທຸກໆທ່ານສາມາດຊ່ວຍໃນການປັບປຸງລະບົບແປພາສານີ້ໄດ້ງ່າຍໆ ດ້ວຍການເຂົ້າໄປແປພາສາໃນ Google ແລະ ເວລາທີ່ທ່ານເຫັນຄຳທີ່ບໍ່ກົງກັນ ຫຼື ຄຳທີ່ບໍ່ຖືກຕ້ອງ ໃຫ້ທ່ານຄິກທີ່ຄຳເຫຼົ່ານັ້ນ ແລ້ວເລືອກຄຳແປໂຕອື່ນທີ່ເໝາະສົມກວ່າ ແລະ ມີຄວາມຊັດເຈນ ແລະ ຖືກຕ້ອງກວ່າ. ນອກນັ້ນແລ້ວ ໃນບາງຄຳອາດຈະມີການແປອອກມາຜິດລຳດັບ ທ່ານຍັງສາມາດຊ່ວຍໃນການປັບປຸງໄດ້ ດ້ວຍການລາກ ແລະ ຍ້າຍຕຳແໜ່ງຂອງຄຳ.

ສະນັ້ນແລ້ວ, ທາງຜູ່ຂຽນເລີຍຢາກແນະນຳວ່າຫາກໃຜທີເວລາຫວ່າງ ຫຼື ຢາກຊ່ວຍໃຫ້ພາສາລາວໃນ Google Translate ເຮັດວຽກໄດ້ດີຂຶ້ນ ທ່ານຄວນຊ່ວຍດ້ວຍວິທີການຂ່າງເທິງນີ້ ເຊິ່ງເປັນວິທີທີ່ງ່າຍ ແລະ ບໍ່ເສຍເວລາຫຼາຍ. ແລະຫາກໃຜຢາກລອງໃຊ້ກໍ່ສາມາດເຂົ້າໄປທີ່ http://translate.google.com/#en/lo/

ທີ່ມາ – Google Translate Blog

ລອງອ່ານກ່ຽວກັບ  PayPal ຟ້ອງອະດີດພະນັກງານ ແລະ Google ເນື່ອງຈາກ Google Wallet

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ຍັງທັນມີແຕ່ອ່ານນໍ. ລະຄຳສັບຍັງອີກຫຼາຍທັນມີເພິ່ນບໍ່ເຮັດແບບສອບຖາມເພີ້ມເຕີມບໍນໍ

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.