ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ລາຍລະອຽດໂດຍລວມຂອງຂອງສະເປັກ ແລະ ຄຸນສົມບັດຂອງ iPhone 5

ຂ່າວໄອທີ, ໂທລະສັບ

ມື້ຄືນນີ້ຫຼາຍທ່ານອາດຈະໄດ້ຮັບຊົມການຖ່າຍທອດສົດງານເປີດໂຕສິນຄ້າຂອງ Apple ແລະ ບາງຄົນອາດຈະຕິດຕາມຜ່ານ Live blog ຂອງທາງເວັບ (ຂໍອະໄພທີ່ທາງເວັບຮັບຈຳນວນຜູ່ໃຊ້ບໍ່ໄຫວ).

ຫຼັງຈາກເປີດໂຕໄປມື້ຄືນນີ້ແລ້ວ ຕອນນີ້ເຮົາກໍ່ມາເບິ່ງລາຍລະອຽດຂອງ iPhone 5 ວ່າມີຫຍັງໃຫມ່ ແລະ ໜ້າສົນໃຈແດ່:

iPhone 5 ຈະມີໜ້າຈໍຂະຫນາດ 4ນິ້ວ ແລະ ເປັນຈໍ Retina Display, ມາພ້ອມກັບ CPU ລຸ້ນໃຫມ່ເປັນ A6 ທີ່ໄວກວ່າ A5 ເຖິງສອງເທົ່າ ມາພ້ອມ iOS 6. ນອກນັ້ນແລ້ວ ຍັງມີກ້ອງດ້ານຫຼັງທີ່ເປັນກ້ອງຂະຫນາດ 8ລ້ານພິກເຊວ ແລະ ມີເລນຈຳນວນ 5ໂຕ ພ້ອມຄວາມໄວແສງ f/2.4 ແລະ ຍັງຮອງຮັບການຖ່າຍວິດີໂອ 1080p. ສ່ວນກ້ອງດ້ານໜ້າກໍ່ໄດ້ມີການເກຼດຂຶ້ນມາເລັກໜ້ອຍ ໂດຍຮອງຮັບວິດີໂອ 720p ເຊິ່ງເຮັດໃຫ້ຜູ່ໃຊ້ສາມາດເຮັດ Facetime ໄດ້ດ້ວຍລະດັບຄວາມລະອຽດແບບ HD 720p ແລະດ້ວຍຄວາມສາມາດຂອງ iOS 6 ໃນ iPhone 5 ຈະສາມາດຖ່າຍຮູບແບບ Panorama ໄດ້ອີກດ້ວຍ.

 

ທາງພາຍນອກຂອງ iPhone 5 ຈະມີໜ້າຕາຄ້າຍໆກັບ iPhone 4S ແຕ່ຈະມີຂະຫນາດໃຫຍ່ກວ່າ, ບາງກວ່າ ແລະ ເບົາກວ່າ ພ້ອມນັ້ນແລ້ວ ຍັງເປັນເຄື່ອງໂທນສອງສີ ແລະ ເຊັ່ນເຄີຍມີສອງສີໃຫ້ເລືອກຄື ສີຂາວ ແລະ ສີດຳ. iPhone 5 ຍັງມີພອດແບບໃຫມ່ທີ່ທາງ Apple ເອີ້ນວ່າ Lightning ທີ່ຮອງຮັບ Thunderbolt ອີກດ້ວຍ. ສຳລັບພອດ Lightning ນີ້ຈະຮອງມີຂະຫນາດນ້ອຍລົງ ແລະ ສາມາດສຽບໃສ່ດ້ານໃດກໍ່ໄດ້. ມີຊ່ອງສຽບຫູຟັງ 3.5mm ແລະ ໄດ້ຖືກນຳໄປໄວດ້ານລຸ່ມຂອງຕົວເຄື່ອງ.

ນອກນັ້ນແລ້ວຄວາມສາມາດທີ່ຂາດບໍ່ໄດ້ຄື iPhone 5 ຮອງຮັບການເຊື່ອມຕໍ່ລະດັບ 4G LTE ແລ້ວ, ເຊິ່ງຊິບ LTE ໃນ iPhone 5 ນີ້ຈະຮອງຮັບຫຼາຍເຄືອຂ່າຍທົ່ວໂລກ. ສຳລັບ Wifi, ໃນ iPhone 5 ຈະຮອງຮັບລະບົບ Wifi 802.11a/b/g/n ແລະ n ຈະເປັນແບບສອງຄວາມຖີ່ຄື 2.4GHz ແລະ 5.0GHz. ແລະ ທີ່ສຳຄັນ iPhone 5 ມີແບັດເຕີລີ່ທີ່ໃຫຍ່ຂຶ້ນ ຈຶ່ງເຮັດໃຫ້ມັນສາມາດໃຊ້ງານໄດ້ເຖິງ 8 ຊົ່ວໂມງໃນການໂທ ແລະ ທ່ອງເວັບຜ່ານ 3G ແລະ 4G. ສາມາດເບິ່ງວິດີໂອໄດ້ 10ຊົ່ວໂມງ, ຟັງເພງໄດ້ 40 ຊົ່ວໂມງ ແລະ ເປີດປະໄວ້ໄດ້ສູງເຖິງ 225 ຊົ່ວໂມງ.

ຢ່າງໃດກໍ່ຕາມ, iPhone 5 ຈະຍັງບໍ່ທັນວາງຂາຍທັນທີ ໂດຍຈະເປີດໃຫ້ເລີ່ມຈອງໃນວັນທີ 14 ກັນຍານີ້ ແລ້ວຈະເລີ່ມວາງຂາຍໃນວັນທີ 21 ກັນຍາ ໂດຍມີສາມຄວາມຈຸ ສອງສີໃຫ້ເລືອກຄື: ຂາວ ແລະ ດຳ, ຂະຫນາດ 16GB, 32GB ແລະ 64GB ສ່ວນລາຄາຕອນນີ້ແມ່ນ $199, $299, ແລະ $399 ຕາມແບບມີສັນຍາກັບຜູ່ໃຫ້ບໍລິການເປັນເວລາສອງປີໃນອາເມລິກາ. ສຳລັບລາຄາລຸ້ນທີ່ປົດລັອກທີ່ວ່າງຂາຍໃນປະເທດອື່ນໆນັ້ນຈະຕົກຢູ່ປະມານ $720 ສຳລັບລຸ້ນ 16GB, $820 ສຳລັບ 32GB ແລະ $920 ສຳລັບ 64GB.

ລາຍລະອຽດເພີ່ມເຕີມເຂົ້າໄປທີ່ http://www.apple.com/iphone/

ລອງອ່ານກ່ຽວກັບ  MS ລຸ້ນ Apple ຕົກລົງ​ຈັບ Bing ໃສ່ iPhone

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply to apple Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.