ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Microsoft ບອກລາ Hotmail ໂດຍການໂອນບໍລິການໄປເປັນ Outlook

ຂ່າວໄອທີ

ລາຍງານຂ່າວຫຼ້າສຸດ, Microsoft ໄດ້ເປີດໂຕບໍລິການ Outlook.com ສຳລັບຜູ້ໃຊ້ທົ່ວໄປ. Outlook ບໍ່ແມ່ນບໍລິການໃຫມ່ແຕ່ຢ່າງໃດ. ເຊິ່ງກ່ອນໜ້ານີ້ທາງ Microsoft ໄດ້ເປີດບໍລິການດັ່ງກ່າວໃຫ້ກັບອົງກອນທຸລະກິດຕ່າງໆ ແລະ ກໍ່ມີໂປຼແກຼມທີ່ລວມໃນຊຸດ Office ທີ່ຊື່ Outlook. ຢ່າງໃດກໍ່ຕາມ, Outlook ໂຕໃຫມ່ນີ້ແມ່ນຖືກພັດທະນາໜ້າຕາອອກມາໃນຮູບແບບຂອງ Metro UI. Outlook ໃນຮູບແບບ Metro UI ມີໜ້າຕາທີ່ລຽບງ່າຍ ແລະ ສະບາຍຕາ. ເຊິ່ງຫຼັງຈາກທີ່ໄດ້ເຂົ້າໄປເປີດໃຊ້ Preview ແລ້ວ ຜູ້ຂຽນເອງພົບວ່າມັນງາມ ແລະ ເປັນຕາໃຊ້ຂຶ້ນຫລາຍ. ເຊິ່ງໃນນັ້ນທາງ Microsoft ໄດ້ດຶງເອົາຄວາມສາມາດທີ່ເຊື່ອມຕໍ່ກັບ Facebook ແລະ Skype ເຂົ້າມາເຮັດວຽກກັບ Outlook ເທິງເວັບນີ້. ເຊິ່ງຜູ້ໃຊ້ສາມາດກວດອີເມວ, ແຊັດກັບໝູ່ໃນ Facebook, ຫລືແມ້ແຕ່ຈະລົມກັບໝູ່ຜ່ານ Skype ກໍ່ຍັງໄດ້ ໃນເວັບດຽວ ແລະ ບໍ່ຈຳເປັນຕ້ອງອອກຈາກໜ້າເກັບອີເມວ.

 

ເວົ້າແລ້ວຫຼາຍໆທ່ານກໍ່ຢາກທົດລອງ ແລະ ສຳພັດໜ້າຕາໃຫມ່ຂອງ Outlook ແລ້ວ. ຂ່າວດີ, ຜູ້ໃຊ້ບໍ່ຈຳເປັນຕ້ອງສະໝັກບັນຊີໃຫມ່ເພຶ່ອເຂົ້າໃຊ້ Outlook ໜ້າຕາໃຫມ່ນີ້. ພຽງແຕ່ທ່ານເຂົ້າໄປທີ່ Hotmail ຂອງທ່ານ. ແລ້ວເຮັດການອັບເກຼດຈາກ Hotmail ໄປເປັນ Outlook (ຕາມຮູບດ້ານລຸ່ມນີ້) ທ່ານກໍ່ຈະໄດ້ໃຊ້ Outlook ເວີຊັ່ນຕົວຢ່າງນີ້ແລ້ວ.

ທີ່ມາ – Microsoft

ລອງອ່ານກ່ຽວກັບ  iOS 13 ແລະ iPadOS ຮອງຮັບພາສາລາວມາໃນໂຕ ແລະ ແປ້ນພິມທາງນອກສາມາດພິມພາສາລາວໄດ້ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply to Leoy_kp9091 Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.