ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Microsoft ເປີດໂຕແທັບເລັດ Surface ເພຶ່ອກ້າວເຂົ້າສູ່ຕະຫຼາດແທັບເລັດ

ຂ່າວໄອທີ, ແທັບເລັດ

ລາຍງານຂ່າວຫລ້າສຸດ, Microsoft ບໍລິສັດຍັກໃຫຍ່ເລື່ອງລະບົບປະຕິບັດການ ກໍ່ໄດ້ປະກາດເປີດໂຕແທັບເລັດຂອງຕົນເອງ ເພຶ່ອກ້າວເຂົ້າສູ່ຕະຫລາດແທັບເລັດຢ່າງເປັນທາງການ ແລະ ແທັບເລັດດັ່ງກ່າວມີຊື່ວ່າ Surface.

Surface ຈະມາໃນສອງລຸ້ນ ຫລື ສອງຮູບແບບ ເຊິ່ງໄດ້ແກ່ Surface ທີ່ໃຊ້ Windows 8 Pro ແລະ Surface ທີ່ໃຊ້ Windows RT ທີ່ມີ CPU ເປັນ ARM. Surface ທັງສອງລຸ້ນມີຫນ້າຕາຄ້າຍຄືກັນ ແລະ ຈະມີຂະຫນາດຫນ້າຈໍເທົ່າກັນຄື ຈໍ HD 10.6ນິ້ວ, ໃຊ້ເສົາສັນຍານຮັບ WIFI ແບບ ສອງເສົາ MIMO (Multiple In- Multiple Out) ທີ່ເຮັດໃຫ້ການຮັບສັນຍານ WIFI ໄດ້ດີ ແລະມີປະສິດທິພາບສູງຂຶ້ນ, ແລະທັງສອງລຸ້ນຈະມາກັບ Cover ທີ່ມີແປ້ນພິມແບບສຳພັດ ຫລາກຫລາຍສີມານຳ.

ຢ່າງໃດກໍ່ຕາມ, Surface ທີ່ໃຊ້ Windows 8 Pro ແລະ Surface ທີ່ໃຊ້ Windows RT ມີຄວາມແຕກຕ່າງກັນຫລາຍສົມຄວນໃນເລື່ອງການໃຊ້ງານ ແລະ ສະພາບພາຍນອກ. Surface ທີ່ໃຊ້ Windows 8 Pro ຈະມີນ້ຳຫນັກທີ່ຫນັກກວ່າ ເຊິ່ງຈະຫນັກປະມານ 903ກຼາມ ໃນຂະນະທີ່  Surface ທີ່ໃຊ້ Windows RT ຫນັກພຽງແຕ່ 676ກຼາມ.  Surface ທີ່ໃຊ້ Windows 8 Pro ຈະມີຄວາມຫນາ 13.5ມມ ເຊິ່ງຫນາກວ່າ ລຸ້ນທີ່ໃຊ້ Windows RT ທີມີຄວາມຫນາພຽງ 9.3ມມ. Surface ທີ່ໃຊ້ Windows 8 Pro ຈະໃຊ້ພະລັງງານຫລາຍກວ່າລຸ້ນ ທີ່ໃຊ້ Windows RT.

 

ຫລັງຈາກການປຽບທຽບຂ້າງເທິງແລ້ວ ເຮົາສັງເກດໄດ້ວ່າ Surface ທີ່ໃຊ້ Windows 8 Pro ແລະ Surface ທີ່ໃຊ້ Windows RT ຈຸດປະສົງໃນການໃຊ້ງານທີ່ຕ່າງກັນ. ຕາມທີ່ຮູ້ກັນດີວ່າ Surface ທີ່ໃຊ້ Windows 8 Pro ຈະໃຊ້ CPU ທີ່ຮອງຮັບ x64 ແລະ x86 ໃນຂະນະທີ່ Surface ທີ່ໃຊ້ Windows RT ຈະໃຊ້ CPU ຕະກຸນ ARM ທີ່ປະຈຸບັນເຮົາເຫັນໃນແທັບເລັດ ແລະ ສະມາດໂຟນ iOS ແລະ Android. ເປັນທີ່ຊັດເຈນແລ້ວວ່າ Surface ທີ່ໃຊ້ Windows RT ນີ້ ຈະບໍ່ຮອງຮັບໂປຼແກຼມ x64 ແລະ x86.

ແນວໃດກໍ່ດີ ທີ່ Microsoft ໄດ້ກ່າວໄວ້,  Surface ທີ່ໃຊ້ Windows 8 Pro ຈະອອກວາງຂາຍໃນຖານະຄູ່ແຂ່ງໃນຕະຫລາດຂອງ Ultra book ແລະ  Surface ທີ່ໃຊ້ Windows RT ຈະອອກມາໃນຖານະຄູ່ແຂ່ງໃນຕະຫລາດແທັບເລັດທົ່ວໄປ ເຊັ່ນ iPad, ແລະ ແທັບເລັດຂອງ Android. ສຳລັບລາຄາຂອງທັ້ງສອງລຸ້ນນີ້, ທາງ Microsoft ຍັງບໍ່ໄດ້ມີການເປີດເຜີຍອອກມາ. ແຕ່ທາງ Microsoft ກໍ່ໄດ້ບອກຢ່າງຊັດເຈນແລ້ວວ່າ ລາຄາ ຂອງລຸ້ນທີ່ໃຊ້ Windows RT ຈະຢູ່ປະມານລາຄາແທັບເລັດທົ່ວໄປ (ເຊິ່ງອາດຈະປະມານ $599) ແລະ ລຸ້ນທີ່ໃຊ້ Windows 8 Pro ຈະມີລາຄາບໍ່ຕ່າງໄປຈາກ Ultra book ໃນປະຈຸບັນ (ປະມານ $800-$1,000). ສ່ວນຂ່າວດີກໍ່ຄື Surface ທີ່ໃຊ້ Windows RT ຈະເລີ່ມອອກວາງຂາຍພ້ອມໆກັບ Windows 8 ແລະ Surface ທີ່ໃຊ້ Windows 8 Pro ນັ້ນຈະອອກມາພາຍໃນ 3ເດືອນ ຫລັງຈາກນັ້ນ.

ທີ່ມາ – Microsoft, Youtube- The Verge, ຕາຕາລາງປຽບທຽບ

 

ລອງອ່ານກ່ຽວກັບ  We Seed ມາຫລິ້ນຫຸ້ນ ອອນໄລນ໌ເພຶ່ອ ເອົາຄວາມຮູ້ ແລະ ປະສົບການ

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ໜ້າສົນໃຈ Surface Windows 8 Pro ແຕ່ບໍ່ຮູ້່ວ່າມັນຈະຮອງຮັບ Ms Office 2010 ແລະ ຕິດຕັ້ງ Lao script For Windows ລຸ້ນທີ່ເປັນ PC ບໍ່ເນາະ ?

    1. Windows 8 Pro ກໍ່ຄືກັບ Windows ລຸ້ນທົ່ວໄປສະນັ້ນມັນກໍ່ສາມາດໃຊ້ງານໂປຼແກຼມທົ່ວໄປທີ່ສາມາດເຮັດວຽກເທິງລະບົບປະຕິບັດການ Windows 7 ໄດ້. ວ່າແຕ່ຍັງພາກັນໃຊ້ Lao Script ກັນຢູ່ວະນິ? 😀

  2. ລາຄາ 800-$1,00 ນີ້ຢາກແຮງໄປເດີນິເພາະງານຫລັກໆຂອງຄົນໃຊ້ ແທັບເລັດ ສ່ວນຫລາຍກະມີແຕ່ຫລິ້ນເນັດ ສົງ-ຮັບເມວ ແລະແກມ ຄົນທີ່ຈະຊື້ມາເພື່ອງານເອກະສານນີ້ຄົງມີໜ້ອຍ
    ວຽກງານຫລັກໆກະຍັງເປັນໂນດບຸກ ກັບ ພີຊີ ຄືເກົ່າ
    ວ່າແຕ່ແບັດໃຊ້ດົນເທົ່າກັບ iPad ຢູບໍ?

  3. Microsoft surface ໃຊ້ internet ຜ່ານ wi-fi ເທົ່ານັ້ນບໍ, ເບິ່ງໃນ spec ບໍ່ເຫັນລາຍລະອຽດກ່ຽວກັບເລື້ອງນີ້.

Leave a Reply to chanthakhane Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.