ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Apple ເປີດໂຕລະບົບປະຕິບັດການ iOS 6 ຢ່າງເປັນທາງການແລ້ວ

ຂ່າວໄອທີ

ລາຍງານຫລ້າສຸດ, ໃນງານ WWDC ປະຈຳປີ 2012, ທາງ Apple ໄດ້ປະກາດເປີດໂຕລະບົບປະຕິບັດການ iOS 6 ຢ່າງເປັນທາງການ. ໃນ iOS 6 ນີ້ໄດ້ມີການປ່ຽນແລະ ເພີ່ມຄວາມສາມາດໃຫມ່ໆເພີ່ມເຂົ້າມາຫລາຍເຖິງ 200 ກວ່າ Feature ໂດຍຫລັກແລ້ວກໍ່ມີ: ໃຊ້ບໍລິການ Map ຂອງຕົນເອງ, Siri ສະຫລາດຂຶ້ນ, ມີການຝັງ Facebook ເຂົ້າໄປໃນລະບົບ, ແບ່ງປັນຮູບໃຫ້ຫມູ່ເພື່ອນຜ່ານ Photo Streams, ແອັບຯໃຫມ່ຊື່ Passbook ທີ່ເກັບເອົາບັດ ຫລື ປີ້ຕ່າງໆໄວ້ໃນແອັບດຽວ, ສາມາດໃຊ້ Facetime ຜ່ານ 3G, ສາມາດສົ່ງຂໍ້ຄວາມ ຫລື ບອກໃຫ້ແຈ້ງເຕືອນໃຫ້ໂທກັບພາຍຫລັງ ໃນກໍລະນີບໍ່ວ່າງຮັບສາຍ, ປັບປຸງແອັບຯ Mail ໃຫມ່, ສາມາດສົ່ງຫນ້າເວັບໃນ Safari ຂຶ້ນໄປຍັງ iCloud ແລະ ຮອງຮັບການເກັບຫນ້າເວັບໄວ້ອ່ານແບບ Offline ພາຍຫລັງ ແລະ ຍັງໄດ້ມີການປັບປຸງລະບົບ Accessibility ໃຫ້ໃຊ້ງານໄດ້ດີແລະ ມີປະສິດທິພາບສູງຂຶ້ນ.

ນອກນັ້ນແລ້ວ, ໃນ iOS 6 ຍັງຍັງຈະເພີ່ມ Siri ເຂົ້າໄປໃນ iPad ລຸ້ນທີ 3rd  ພ້ອມກັບມີການຮອງຮັບພາສາອື່ນໆຫລາຍຂຶ້ນເຊັ່ນ: ອັງກິດ (ຫລາຍສຳນຽງ), ຟຣັ່ງ, ເຢຍລະມັນ, ຢີ່ປຸ່ນ, ສະເປນ(ຫລາຍພູມິພາກ), ອິຕາລີ, ເກົາຫລີ, ແລະ ພາສາຈີນ (ຮ່ອງກົງ, ຈີນກາງ, ແລະ ໄຕ້ຫວັນ). ເທົ່ານັ້ນຍັງບໍ່ພໍ, ທາງ Apple ຍັງໄດ້ມີການຮວມເອົາບໍລິການຂອງຕົນເອງເຂົ້າເປັນບໍລິການດຽວ ເຊິ່ງໄດ້ແກ່: iTunes Store, App Store, ແລະ iBookstore ເຂົ້າເປັນອັນດຽວກັນ ໂດຍໃສ່ຊື່ວ່າ iStore ອີກດ້ວຍ.

ຂໍ້ມູນເພີ່ມເຕີມສຳລັບ iOS 6: http://www.apple.com/ios/ios6/

ລອງອ່ານກ່ຽວກັບ  ມາເບິງອິນເຕີເຟຊ໌ໃຫມ່ຂອງ Chrome OS

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.