ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Apple ຂະຫຍາຍກິດຈະການ App Store ໄປອີກ 32 ປະເທດ ລວມເຖິງປະເທດລາວ

ຂ່າວໄອທີ

ລາຍງານຂ່າວຫລ້າສຸດ Apple ໄດ້ປະກາດຂະຫຍາຍກິດຈະການ App Store ຂອງຕົນເອງເພີ່ມຂຶ້ນອີກ 32 ປະເທດ. ແຕ່ທີ່ຫນ້າຕື່ນເຕັ້ນ ແລະ ຫນ້າປະທັບໃຈກໍ່ຄື ຫນຶ່ງໃນ 32 ປະເທດນັ້ນ ລວມມີປະເທດລາວຂອງພວກເຮົາຢູ່ນຳ. ສະນັ້ນແລ້ວ ຜູ້ໃຊ້ສິນຄ້າຂອງ Apple ຈຶ່ງບໍ່ຈຳເປັນຕ້ອງກັງວົນໃນເລືອງຂອງການຊື້ແອັບຯ ຫລື ລວມໄປເຖິງການສະຫມັກ Apple ID ອີກຕໍ່ໄປ.

ຢ່າງໃດກໍ່ຕາມ, ໃນປະຈຸບັນ App Store ໄດ້ມີການດຳເນີນກິດຈະການກັບ 155 ປະເທດທົ່ວໂລກ ແລະ ການຂະຫຍາຍກິດຈະການເຂົ້າໄປຍັງປະເທດລາວນັ້ນ ກໍ່ຖືວ່າເປັນສັນຍານອັນທີ່ດີສົມຄວນ ແລະ ນັ້ນອາດຈະນຳໄປສູ່ການເພີ່ມແປ້ນພິມພາສາລາວ ເຂົ້າໄປໃນລະບົບ iOS ໃນອານາຄົດອັນໃກ້ນີ້.

ທີ່ມາ – Macrumors

ລອງອ່ານກ່ຽວກັບ  Time Magazine ຍົກໃຫ້ Mark Zuckerberg ເປັນບຸກຄົນແຫ່ງປີ

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ຂໍໃຫ້ແປ້ນພິມ ແລະ ອັກສອນລາວງາມໆອອກມາພ້ອມ iOS 6 ເດີ້…

    1. ຕອນນີ້ມີແຕ່ລຸ້ນ beta ເຊິງມີແຕ່ນັກພັດທະນາເທົ່ານັ້ນ ທີ່ອັບເດດໄດ້

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.