ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google ເຜີຍ “Project Glass” ແວ່ນຕາ Augmented Reality ໃນອານາຄົດ

ຂ່າວໄອທີ

ຫລ້າສຸດ Google ໄດ້ເຜີຍໂສມໂຄງການໃຫມ່ ເຊິ່ງໂຄງການນີ້ມີຊື່ວ່າ Project Glass. Project Glass ເປັນໂຄງການທີ່ສຶກສາ ແລະ ທົດສອບແວ່ນຕາ Augmented Reality ຫລື ມັນອາດຈະຖືກເອີ້ນວ່າ Smart Glasses ໃນອານາຄົດ. ໂຄງການດັ່ງກ່າວນີ້ຄວາມຈິງແລ້ວໄດ້ມີການລິເລີ່ມມາໄດ້ດົນພໍສົມຄວນ ເພາະບັງເອີນມີຄົນໄປເຈີະຊື່ເວັບໃຊ້ທີ່ຈົດທະບຽນໂດຍ Google ທີ່ມີຊືວ່າ Googleeye.com ໃນປີ 2003 ແລະ ມີຄວາມເປັນໄປໄດ້ສູງທີ່ທາງ Google ເອງອາດຈະໃສ່ຊື່ສິນຄ້າໂຕນີ້ວ່າ Google Eye. ແນວໃດກໍ່ດີ ໂຄງການນີ້ໄດ້ມີສ້າງສຽງຮືຮາກັນຫລາຍໃນວົງການໄອທີ ໂດຍສະເພາະບັນດາສາວົກອຸປະກອນໄອທີ. ສຳລັບໂຄງການ ຫລື ແວນຕາລັກສະນະດຽວກັນກັບ Project Glass ກໍ່ເຄີຍມີການນຳມາທົດລອງ ແລະ ວາງສະແດງກັນໄປຫລາຍໂຕພໍສົມຄວນແລ້ວ, ແຕ່ຂໍ້ດ້ອຍຂອງແວ່ນຕາເຫລົ່ານັ້ນ ຍັງມີຂະຫນາດໃຫຍ່ ແລະ ຮູບຮ່າງບໍ່ທັນສະໄຫມ. ໃນທາງກັບກັນ, Project Glass  ໄດ້ເນັ້ນແນວຄິດສາມາດໃສ່ໄດ້ໃນຊີວິດປະຈຳວັນ​​ (Wearable) ແລະ ບໍ່ເຮັດໃຫ້ຜູ້ສວມໃສ່ຮູ້ສຶກວ່າໂຕເອງຄ້າຍຄືກັບຫຸ່ນຍົນ.

ຢ່າງໃດກໍ່ຕາມ, Project Glass ໄດ້ເຮັດໃຫ້ຮູ້ວ່າໃນອີກບໍ່ດົນ ເຮົາອາດຈະໄດ້ໃສ່ມັນ ແລະ ມັນອາດຈະເປັນອີກຫນຶ່ງໃນຕະຫລາດອຸປະກອນພົກພາ (Smart Device) ເນື່ອງຈາກເປັນການພັດທະນາຈາກທີມງານຂອງ Google ແລະ Google ກໍ່ມີທັ້ງທຶນ ແລະ ຂໍ້ມູນອັນມະຫາສານ ເຊິ່ງເຮັດໃຫ້ຄວາມເປັນໄປໄດ້ນັ້ນ ມີສູງ.

ສຳລັບໃຜທີ່ຢາກຮູ້ ຫລື ຢາກເຫັນຕົວຢ່າງແນວຄິດຂອງການເຮັດວຽກຂອງ ແວ່ນຕາ Augmented Reality ຫລື Google Eye ວ່າມັນຈະອອກມາລັກສະນະແບບໃດ, ເຮັດວຽກແບບໃດ ແລະ ຫນ້າສົນໃຈແບບໃດ, ສາມາດເບິງວິດີໂອທາງດ້ານລຸ່ມນີ້ໄດ້ເລີຍ.

ທີ່ມາ – Techcrunch, 2

ລອງອ່ານກ່ຽວກັບ  MWC 2012: Asus ເປີດໂຕສະມາດໂຟນ Padfone

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ເຮັດໄດ້ກ່ະດີຫັ້ນແຫຼະເນາະ ! ຊາເບິ່ງຕາມລາຍລະອຽດຂ້າງເທິງນິ ໂຄງການສໍ່ານີ້ຄົງຈະບໍ່ເໜືອຄວາມສາມາດຂອງອົງກອນລະດັບ Google ດອກ ຂ້າພະເຈ້າວ່າ !

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.