ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google ເປີດໂຕບໍລິການ Google Drive ຢ່າງເປັນທາງການແລ້ວ

FREE WARE, ຂ່າວໄອທີ

ຍຸກສະໄຫມທີ່ Cloud Computing ເລີ່ມມີການຂະຫຍາຍໂຕ. ບໍລິສັດຍັກໃຫຍ່ຢ່າງ Google ກໍ່ບໍ່ນ້ອຍຫນ້າທີ່ຈະກ້າວເຂົ້າມາໃນຕະຫລາດນີ້, ເຊິ່ງຫລ້າສຸດ Google ກໍ່ໄດ້ເປີດໂຕບໍລິການ Cloud ຂອງຕົນເອງໄປຢ່າງຮຽບຮ້ອຍແລ້ວ ໂດຍບໍລິການນີ້ມີຊື່ວ່າ Drive ຫລື Google Drive ນັ້ນເອງ.

Google Drive ຈະເປັນບໍລິການເກັບຂໍ້ມູນຕ່າງໆເຊັ່ນ: ຮູບ, ເອກະສານ, ເພງ, ວິດີໂອ ແລະ ໄຟລ໌ອື່ນໆ ໄວ້ເທິງລະບົບ Cloud Computing. ໂດຍທົ່ວໄປແລ້ວ Google Drive ກໍ່ບໍ່ແຕກຕ່າງຫຍັງໄປຈາກບໍລິການ Cloud Storage ອື່ນໆ, ແຕ່ສິງທີ່ຫນ້າສົນໃຈຄື Google ມີບໍລິການຂອງຕົນເອງຫລາຍບໍລິການທີ່ສາມາດເຊື່ອມໂຍງເຂົ້າດ້ວຍກັນໄດ້ ແລະ ເຮັດໃຫ້ການໃຊ້ງານງ່າຍ ແລະ ສະດວກຂຶ້ນເຊັ່ນ:

ການສ້າງໄຟລ໌ເອກະສານ, ຜູ້ໃຊ້ສາມາດສ້າງເອກະສານຕ່າງໆເທິງ Google Docs ແລະໄຟລ໌ເອກະສານດັ່ງກ່າວ ກໍ່ຈະຖືກອັບໂຫລດຂຶ້ນມາຍັງຄອມພິມເຕີ່ທີ່ທ່ານໃຊ້ງານ Google Drive ຢູ່. ນອກນັ້ນແລ້ວ ຜູ້ໃຊ້ຍັງສາມາດແບ່ງປັນໄຟລ໌ເອກະສານດັ່ງກ່າວໃຫ້ກັບຫມູ່ ຫລື ເພື່ອນຮ່ວມງານໄດ້ ແລະ ທຸກຄົນສາມາດແກ້ໄຂ ຫລື ປຽນແປງເອກະສານໄດ້ພ້ອມກັນ ແລະ ທຸກຄົນກໍ່ຈະເຫັນການປ່ຽນແປງແບບ Real Time.

ນອກຈາກຄວາມສະດວກສະບາຍໃນການຈັດການເອກະສານແລ້ວ ໃນ Google Drive ຍັງມີຄວາມສາມາດໃນການຄົ້ນຫາໂຕຫນັງສືຈາກຮູບ ຫລື ໄຟລ໌ PDF ທີ່ Scan ຂຶ້ນໄປໄດ້ໂດຍໃຊ້ລະບົບ OCR. ຄວາມສາມາດນີ້ ເຫມາະສົມຫລາຍສຳລັບຄົນທີ່ Scan ເອກະສານຂຶ້ນໄປແລ້ວ ຢາກຄົ້ນຫາຈາກຮູບ ຫລື ໄຟລ໌ທີ່ສະແກນຂຶ້ນໄປ.

ຢ່າງໃດກໍ່ຕາມ, Google Drive ເປັນບໍລິການທີ່ໃຫມ່ ແລະ ມີ Application ທີ່ເຊື່ອມຕໍ່ກັບ Google Docs ແລະ ບໍລິການຂອງ Google ຫລາຍໂຕ, ເຮັດໃຫ້ Google ອາດຈະໄດ້ປຽບ ແລະ ເຮັດໃຫ້ຮັບຄວາມສົນໃຈສູງ. ສ່ວນໃຜທີ່ຢາກລອງໃຊ້ Google Drive ຕອນນີ້ ກໍ່ສາມາດເຂົ້າໄປເລີ່ມໃຊ້ບໍລິການໄດ້ ໂດຍ Google Drive ຈະແຈກໃຫ້ໃຊ້ຫລ້າ 5GB ຕໍ່ຫນຶ່ງບັນຊີ, ແລ້ວຫາກບໍ່ພໍກໍ່ສາມາດຈ່າຍເງິນສຳລັບພື້ນທີ່ເພີ່ມເຕີມໄດ້ບໍ່ແພງ 25GB ໃນລາຄາ $2.49/ເດືອນ, 100GB ໃນລາຄາ $4.99/ເດືອນ ແລະ 1TB ມີພຽງແຕ່ $49.99/ເດືອນ ເທົ່ານັ້ນ. ສ່ວນແອັບຯ ຕອນນີ່ມີຢູ່ໃນ Android Market, Windows ແລະ Mac ແລ້ວ. ສ່ວນ iOS ນັ້ນຄາດວ່າຈະມາໄວໆນີ້.

ທີ່ມາ – Google Drive

ລອງອ່ານກ່ຽວກັບ  Google ອອກ Google TV Remote ສຳລັບ iPhone ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.