ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Apple ປະກາດຈັດງານ WWDC 2012 ຢ່າງເປັນທາງການແລ້ວ

ຂ່າວໄອທີ

ຫລ້າສຸດ Apple ໄດ້ປະກາດຈັດງານ WWDC  (Worldwide Developers Conference) ປະຈຳປີ 2012 ຂຶ້ນແລ້ວ, ໂດຍງານດັ່ງກ່າວຈະຖືກຈັດຂຶ້ນໃນວັນທີ 11-15 ມິຖຸນາ 2012 ນີ້, ທີ່ເມືອງ  San Francisco. ໃນງານ WWDC 2012 ປີນີ້ກໍ່ເຊັ່ນເຄີຍ, ເປັນງານເຜີຍແຜ່ ແລະ ແລກປ່ຽນປະສົບການລະຫວ່າງນັກພັດທະນາ ກັບ ນັກພັດທະນາ, ແລະ ລະຫວ່າງນັກພັດທະນາ ກັບ ພະນັກງານຂອງ Apple. ໃນງານປີນີ້ຈະເນັ້ນເປັນ iOS ແລະ  OS X Mountain Lion. ສຳລັບບັດເຂົ້າງານນີ້, ຕາມລາຍງານແມ່ນຖືກຂາຍຫມົດໄປເປັນທີ່ຮຽບຮ້ອຍແລ້ວ.

ທີ່ມາ – Engadget

ລອງອ່ານກ່ຽວກັບ  ເຜີຍໂສມກ່ອນເປີດໂຕ ສຳລັບ Galaxy S 2 ແລະ Galaxy Tab 2

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.